ປາວານ pilot ເກືອບ 400 ໂຕຕາຍໃນລັດແທສເມເນຍ ເປັນການເກີຍຕື້ນທີ່ໂຫດຮ້າຍ ແລະ ໃຫຍ່ທີ່ສຸດໃນປະຫວັດສາດຂອງອົດສະຕາລີ


ເຈົ້າໜ້າທີ່ລະບຸວ່າ ມີປາວານຕາຍໄປແລ້ວເຖິງ 380 ໂຕໃນເຫດການທີ່ຄາດວ່າເປັນການເກີຍຕື້ນທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງອົດສະຕາລີ.

ນັບຕັ້ງແຕ່ວັນຈັນທີ່ຜ່ານມາ ປາວານ pilot ຫຼາຍຮ້ອຍໂຕຖືກພົບເກີຍຕື້ນຢູ່ຊາຍຝັ່ງທາງທິດຕາເວັນຕົກຂອງລັດແທສມາເນຍ ປະເທດອົດສະຕາລີ. ເຈົ້າໜ້າທີ່ກູ້ໄພເລັ່ງຊ່ວຍເຫຼືອປາວານໄວ້ໄດ້ 50 ໂຕ ເມື່ອວັນພຸດທີ 23 ກັນຍາ ທີ່ຜ່ານມາ ແລະ ກຳລັງພະຍາຍາມກະຈາຍກຳລັງເຂົ້າຊ່ວຍເຫຼືອອີກປະມານ 30 ໂຕ.

ເຈົ້າໜ້າທີ່ທາງການໃນລັດແທສເມເນຍກ່າວວ່າ: “ຄວາມພະຍາຍາມທີ່ຈະຊ່ວຍຊີວິດປາວານຈະຍັງຄົງດຳເນີນຕໍ່ໄປ ຕາບໃດທີ່ປາວານຍັງມີຊີວິດຢູ່”

ນິກ ເດຄາ ຈາກໜ່ວຍງານອຸດສາຫະກຳພື້ນຖານຂອງແທສເມເນຍເຜີຍວ່າ “ຂະນະທີ່ພວກມັນຍັງມີຊີວິດຢູ່ ແລະ ຢູ່ໃນນ້ຳກໍຍັງພໍມີຫວັງ, ແຕ່ເມື່ອເວລາຜ່ານໄປ ພວກມັນຈະຄ່ອຍໆໝົດແຮງ”, ລາວກ່າວເພີ່ມວ່າ ສິ່ງສຳຄັນໃນຕອນນີ້ແມ່ນການກຳຈັດຊາກປາວານຫຼາຍຮ້ອຍໂຕທີ່ກະຈາຍຢູ່ຕາມຊາຍຝັ່ງ ຂະນະນີ້ກໍກຳລັງຢູ່ລະຫວ່າງການວາງແຜນເຮັດຄວາມສະອາດຢູ່. ໃນອະດີດຊາກປາວານຈຳນວນຫຼາຍຖືກຝັງຢູ່ເທິງຊາຍຫາດ ຫຼືບໍ່ກໍຖືກລາກອອກໄປໃນທະເລເປີດ.

ໃນຂະນະນີ້ຍັງບໍ່ມີຄວາມຊັດເຈນວ່າເປັນຫຍັງ ປາວານເຫຼົ່ານີ້ຈຶ່ງເກີຍຕື້ນ ແຕ່ເປັນທີ່ຮູ້ກັນວ່າ ວານສາຍພັນນີ້ມັກຂຶ້ນມາເກີຍຕື້ນຢູ່ຕະຫຼອດ.

ການເກີຍຕື້ນຄັ້ງນີ້ ເປັນໜຶ່ງໃນການເກີຍຕື້ນທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍບັນທຶກໄວ້ທົ່ວໂລກ ແລະ ທຳລາຍສະຖິຕິການເກີຍຕື້ນ 320 ໂຕໃນລັດ ເວສເທິນ ອອສເຕເລຍໃນປີ 1996.

ແຫຼ່ງທີ່ມາ: https://www.bbc.com/thai/international-54262419
ຮູບພາບໂດຍ: Brodie WEEDING / BRODIE WEEDING/THE ADVOCATE / AFP, The Advocate Pool, Brodie Weeding via REUTERS