ເລື່ອງລາວປາຕິຫານນີ້ ເກີດຂຶ້ນກັບ Monica Almeida ພະຍາບານອາຍຸ 37 ປີ ຈາກສະຫະລາຊະອານາຈັກ ທີ່ໄດ້ຕິດເຊື້ອໂຄວິດ-19 ເຖິງວ່າຈະໄດ້ຮັບວັກຊີນຄົບສອງເຂັມແລ້ວກໍຕາມ. Monica ນັ້ນມີໂຣກປະຈຳຕົວຄືຫອບຫືດ ແລະ ເຮັດໜ້າທີ່ເປັນພະຍາບານຊ່ຽວຊານທາງດ້ານການເດີນຫາຍໃຈ ທີ່ສູນບໍລິການສາທາລະນະສຸກ. ໃນວັນທີ 31 ຕຸລາ ປີ 2021, ເປັນມື້ທຳອິດທີ່ລາວໄດ້ກວດພົບເຊື້ອໂຄວິດ-19. ຫຼັງຈາກນັ້ນ ອາການຂອງລາວກໍຮຸນແຮງຂຶ້ນ ບໍ່ວ່າຈະເປັນການສູນເສຍຣົດຊາດ-ກິ່ນ, ເລີ່ມໄອອອກມາເປັນເລືອດ ແລະ ຕາມມາດ້ວຍລະດັບອັອກຊີເຈນທີ່ຕ່ຳລົງ.
ເຖິງຈະເປັນແບບນັ້ນ Monica ກໍບໍ່ໄດ້ຮັບການປິ່ນປົວຫຍັງ ແລະ ຖືກສົ່ງອອກຈາກໂຮງໝໍ. ມັນໄດ້ສົ່ງຜົນໃຫ້ອາການຂອງລາວສາຫັດຂຶ້ນ, ຈົນໄດ້ເຂົ້າຮັບການປິ່ນປົວທີ່ ໂຮງໝໍ Lincoln County ເຊິ່ງເປັນສະຖານທີ່ເຮັດວຽກຂອງຕົນເອງ ພ້ອມທັງຖືກຍ້າຍໄປຫ້ອງສຸກເສີນທັນທີ. ຫຼັງຈາກນັ້ນໜຶ່ງອາທິດ, ເປັນວັນທີ 16 ພະຈິກ ພະຍາບານຜູ້ນີ້ກໍຕົກຢູ່ຂັ້ນ coma. ແຕ່ກ່ອນທີ່ຈະໝົດສະຕິໄປນັ້ນ, ລາວໄດ້ເຊັນສັນຍາເຫັນດີໃນການໃຫ້ທາງໂຮງໝໍທົດລອງຢາຕໍ່ຜູ້ປ່ວຍ ໝາຍຄວາມວ່າຕົວລາວເອງນັ້ນກໍເປັນອາສາສະໝັກໃນການທົດລອງໄປນຳ.

ດ້ວຍເຫດນັ້ນເອງ, ທາງໝໍຈຶ່ງໄດ້ໃຫ້ຢາ Viagra ເຊິ່ງເປັນຢາສຳລັບການເພີ່ມປະສິດທິພາບທາງເພດ ແລະ ມັນອາດຈະຟັງເບິ່ງຕະຫຼົກ ແຕ່ຜົນທີ່ໄດ້ຮັບແມ່ນ ມັນໄດ້ຊ່ວຍໃຫ້ Monica ຟື້ນຂຶ້ນມາຈາກອາການ coma ໃນວັນທີ 14 ທັນວາ. ທາງນັກວິທະຍາສາດຕ່າງກໍສັນນິຖານວ່າ ຍ້ອນຢານີ້ ທີ່ມີຄຸນລັກສະນະຊ່ວຍເປີດທາງເດີນເລືອດໃຫ້ກວ້າງຂຶ້ນ ຫຼື ກໍຄືການຂະຫຍາຍຫຼອດເລືອດ ຈຶ່ງຊ່ວຍໃຫ້ Monica ທີ່ມີໂຣກຫອບຫືດຢູ່ແລ້ວ ສາມາດຫາຍໃຈໄດ້ສະດວກຂຶ້ນ. ນອກຈາກນີ້ພວກເຂົາກໍກຳລັງສຶກສາຕໍ່ວ່າ ຢາ Viagra ນັ້ນ ສົ່ງຜົນແບບດຽວກັນກັບ ໄນຕຣິກ ອັອກໄຊ (nitric oxide) ທີ່ເຮັດໜ້າທີ່ເພີ່ມລະດັບເລືອດໃຫ້ສູງຂຶ້ນຫຼືບໍ່.
ໃນທີ່ສຸດ ມື້ກ່ອນວັນຄຣິສມາສ ວັນທີ 24 ເດືອນທັນວາປີ 2021. Monica ກໍໄດ້ຖືກປ່ອຍຕົວອອກຈາກໂຮງໝໍ ພ້ອມທັງກັບໄປສະເຫຼີມສະຫຼອງກັບຄອບຄົວ. ລາວໄດ້ກ່າວວ່າ Viagra ນັ້ນຊ່ວຍເຫຼືອຊີວິດລາວໄວ້ ແລະ ໄດ້ວາງແຜນຈະກຽມຮັບວັກຊີນເຂັມທີ 3. ທາງບັນດາແພດໝໍ ກໍໄດ້ມີການທົດລອງຢາດັ່ງກ່າວນີ້ກັບຜູ້ປ່ວຍໂຄວິດ-19 ທົ່ວສະຫະລາຊະອານາຈັກຢູແລ້ວ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/