ປະເທດເຢຍລະມັນແບນຜູ້ທີ່ບໍ່ໄດ້ສັກວັກຊີນ ບໍ່ໃຫ້ອອກມາຮ້ານຄ້າ ພ້ອມກັບກຽມກຳນົດບັງຄັບໃຫ້ສັກວັກຊີນ


ປະເທດເຢຍລະມັນໄດ້ມີການປະກາດລັອກດາວທົ່ວປະເທດໃສ່ບັນດາຜູ້ທີ່ບໍ່ໄດ້ຮັບວັກຊີນ ພ້ອມກັບກະກຽມໃຫ້ການສັກວັກຊີນເປັນຂໍ້ກຳນົດບັງຄັບ. 

ທາງລັດຖະບານໄດ້ປະກາດໃນເມື່ອວັນພະຫັດທີ່ຜ່ານມານີ້. ໃນການລັອກດາວ ຫຼື ແບນດັ່ງກ່າວນັ້ນ, ຜູ້ທີ່ບໍ່ໄດ້ັຮັບວັກຊີນຈະບໍ່ສາມາດເຂົ້ານຳໃຊ້ບໍລິການໃນບັນດາຮ້ານຄ້າສຳຄັນຕ່າງໆ ເຊັ່ນ:  ຊູເປີມາເກັດ ແລະ ຮ້ານຂາຍຢາ. ນອກຈາກນີ້, ພວກເຂົາຈະໄດ້ຮັບອະນຸຍາດໃຫ້ພົບໄດ້ພຽງ 2 ຄົນຈາກເຮືອນຕົນເອງ. ບັນດາຮ້ານບັນເທີງຈະຕ້ອງໄດ້ປິດລົງໃນເຂດທີ່ມີການຕິດເຊື້ອ 350 ຄົນ ຕໍ່ 100,000 ຄົນພາຍໃນອາທິດດຽວ. ລວມໄປເຖິງຈຳນວນຜູ້ທີ່ເຂົ້າຊົມງານໃນລະດັບໃຫຍ່ເຊັ່ນ: ການແຂ່ງຂັນເຕະບານ ຈະຖືກຈຳກັດລົງ.

ການປະກາດດັ່ງກ່າວຂອງເຢຍລະມັນແມ່ນເພື່ອຕໍ່ສູ້ກັບຈຳນວນທີ່ເພີ່ມຂຶ້ນຂອງຜູ້ຕິດເຊື້ອ ເຊິ່ງມັນໃຫ້ເຮັດໃຫ້ບັນດາປະເທດໃນຢູໂຣບກັບມາເປັນສູນກາງລະບາດເຊື້ອໄປແລ້ວ ພ້ອມກັນນັ້ນຍັງສ້າງຄວາມກັງວົນໃຈໃຫ້ລັດຖະບານຫຼັງພົບສາຍພັນໃໝ່ຢ່າງໂອໄມຄຣອນ.

ທີ່ກຸ່ມປະເທດບ້ານໃກ້ເຮືອນຄຽງຢ່າງສະຫະລາຊະອານາຈັກກໍໄດ້ມີການສັ່ງຊື້ວັກຊີນ Pfizer ແລະ Moderna ເພີ່ມ ລວມເປັນ 114 ລ້ານເຂັມ. ຫຼັງຈາກທີ່ໄດ້ກວດພົບຜູ້ຕິດເຊື້ອເປັນຈຳນວນສູງທີ່ສຸດຮອງລົງມາຈາກເດືອນກໍລະກົດ ເປັນຈຳນວນ 53,945 ຄົນ. ລັດຖະບານໄດ້ກະກຽມນຳໃຊ້ມັນຕັ້ງແຕ່ປີ 2022 ໄປຈົນຮອດ 2023 ເພື່ອກຽມຮັບມືກັບສາຍພັນໃໝ່ດັ່ງກ່າວ. 

ສ່ວນມາດຕະການບັງຄັບສັກວັກຊີນໃຫ້ທົ່ວປະເທດເຢຍລະມັນ ແມ່ນຈະມີຜົນຕັ້ງແຕ່ເດືອນກຸມພາປີ 2022 ຖ້າຂໍ້ສະເໜີຜ່ານມະຕິທົ່ວສະພາ. ນອກຈາກນີ້ຜູ້ທີ່ໄດ້ຮັບວັກຊີນກ່ອນໜ້າແລ້ວຈະສູນເສຍສະຖານະໄດ້ຮັບວັກຊີນທັນທີຫຼັງຈາກ 9 ເດືອນ ຈາກມື້ທີ່ໄດ້ຮັບວັກຊີນເຂັມສຸດທ້າຍ. ນະໂຍບາຍນີ້ກໍເພື່ອກະຕຸ້ນໃຫ້ປະຊາຊົນໄປສັກເຂັມເສີມຂຶ້ນມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/