ປະເທດເຄນຍາ ແປຮູບຕັກກະແຕນທີ່ລະບາດເປັນອາຫານສັດ ແລະ ປຸ໋ຍ


ຕັກກະແຕນ ແມງໄມ້ທີ່ຊາວລາວເຮົາຄຸ້ນເຄີຍເປັນຢ່າງດີ ເພາະວ່າແມງໄມ້ຊະນິດນີ້ເປັນອາຫານພື້ນບ້ານຢູ່ຄູ່ກັບຄົນລາວມາດົນ, ແຕ່ຮູ້ບໍ່ວ່າ ຕັກກະແຕນພວກນີ້ສ້າງຄວາມເສຍຫາຍໃຫ້ແກ່ຜົນຜະລິດທາງກະສິກຳໄດ້ເປັນວົງກວ້າງ ແລະ ຮ້າຍແຮງຫຼາຍ ເຊິ່ງປະເທດລາວເຮົາເອງກໍເຄີຍພົບກັບບັນຫາຕັກກະແຕນລະບາດມາແລ້ວຢູ່ທາງພາກເໜືອ.

ເຊັ່ນດຽວກັບປະເທດເຄນຍາ ທີ່ເກີດການລະບາດຂອງຕັກກະແຕນທະເລຊາຍ 40-80 ລ້ານໂຕທີ່ສ້າງຄວາມເສຍຫາຍໃຫ້ຜົນຜະລິດກະສິກຳ ແຕ່ພວກເຂົາໄດ້ພິກວິກິດໃຫ້ເປັນໂອກາດ ໂດຍການເອົາຕັກກະແຕນມາແປຮູບເປັນອາຫານສັດ ແລະ ປຸ໋ຍ.

ໃນປີ 2020 ໄດ້ເກີດເຫດຕັກກະແຕນທະເລຊາຍລະບາດນັບລ້ານທີ່ປະເທດເອທິໂອເປຍ, ເຄນຍາ ແລະ ໂຊມາເລຍ ທຳລາຍຜົນຜະລິດຈົນສົ່ງຜົນກະທົບໃຫ້ຜູ້ຄົນ 19 ລ້ານຄົນຕົກຢູ່ໃນພາວະອຶດຫິວ ຈົນອົງການອາຫານ ແລະ ກະສິກຳແຫ່ງສະຫະປະຊາຊາດ ຫຼື FAO ໄດ້ອອກມາຮຽກຮ້ອງໃຫ້ປະຊາຄົມໂລກເຂົ້າມາຊ່ວຍເຫຼືອ, ໃນທີ່ສຸດບໍລິສັດສະຕາດອັບ The Bug Picture ໄດ້ຮ່ວມມືກັບຊຸມຊົນໃນ Laikipia, Isiolo ແລະ Samburu ທາງພາກກາງຂອງເຄນຍາ ແປຮູບຕັກກະແຕນເຫຼົ່ານີ້ເປັນອາຫານສັດ ແລະ ປຸ໋ຍ.

Laura Stanford ຜູ້ກໍ່ຕັ້ງ The Bug Picture ກ່າວວ່າ “ພວກເຮົາພະຍາຍາມສ້າງຄວາມຫວັງໃນສະຖານທີ່ທີ່ສິ້ນຫວັງແບບນີ້ ແລະ ຊ່ວຍປະຊາຊົນໃນຊຸມຊົນໃຫ້ປ່ຽນມຸມມອງກ່ຽວກັບແມງໄມ້ພວກນີ້ ເບິ່ງວ່າມັນເປັນພືດທີ່ຂາຍເອົາກຳໄລໄດ້”

ວິທີການແມ່ນ ໃຫ້ປະຊາຊົນໃນທ້ອງຖິ່ນໄປເກັບຕັກກະແຕນຕັ້ງແຕ່ເດິກໃນຂະນະທີ່ພວກມັນນອນຢູ່ ແລ້ວນຳເອົາມາຊັ່ງກິໂລຂາຍໃຫ້ກັບທາງບໍລິສັດ ຫຼັງຈາກນັ້ນທາງບໍລິສັດກໍນຳເອົາໄປເຂົ້າສູ່ຂະບວນການການຜະລິດ ຈົນແປຮູບເປັນແປ້ງທີ່ມີໂປຣຕີນສູງ ແລ້ວນຳໄປເປັນອາຫານສັດ ແລະ ປຸ໋ຍໃຫ້ກັບພືດໃນຟາມ.

ລາຄາທີ່ຊາວບ້ານເກັບຕັກກະແຕນໄປຂາຍນັ້ນ ໄດ້ກິໂລໜຶ່ງ 0.46 ໂດລາ ຫຼື ປະມານ 4,500 ກີບ ເຊິ່ງເດືອນທີ່ຜ່ານມາພວກເຂົາສາມາດເກັບຕັກກະແຕນໄດ້ 1.8 ໂຕນ ເລີຍ, ການເກັບຕັກກະແຕນກາຍເປັນການສ້າງອາຊີບໃຫ້ຊາວເຄນຍາໃນພື້ນທີ່ນັ້ນ ໃຫ້ສາມາດລ້ຽງຊີບພວກເຂົາໄດ້.

ຂອບໃຈຂໍ້ມູນຈາກ:

https://www.reuters.com/article/us-kenya-locusts-harvesting-widerimage/farmers-fight-back-making-animal-feed-from-a-locust-plague-idUSKBN2AM0UV?fbclid=IwAR3r_dGW1PlnUEeT5pZmWJ0X8icWhw-mjrp4iSCUkDNolhY4yhorlj9Em4M

https://www.facebook.com/environman.th/posts/3460113654117057