ປະຫວັດຄວາມເປັນມາ ທາດປະທຸມ (ທາດໝາກໂມ)


ຕາມຕຳນານໄດ້ບັນທຶກໄວ້ວ່າ: ທາກປະທຸມ (ທາດດອກບົວຫຼວງ) ສ້າງຂຶ້ນໃນປີ ຄ.ສ 1514 ໂດຍນາງພັນຕີຊຽງ ພະອັກຄະມະເຫສີ ເຈົ້າວິຊຸນນະລາຊ ຊົງສ້າງກວມໜອງຊົວໜ້າວັດວິຊຸນ ທາດປະທຸມສ້າງຂຶ້ນໃນຮູບແບບຊາວລັງກາວີ ມີລວງສູງ 35 ແມັດ, ເຊິ່ງຮູບຊົງກົມຕັດຊື່ ນີ້ເປັນລັກສະນະພິເສດແຫ່ງດຽວ ເພາະບໍ່ເຄີຍພົບເຫັນຢູ່ບ່ອນໃດເລີຍໃນປະເທດລາວ.

ນອກນັ້ນ ທາດປະທຸມພອນຍັງມີອີກຊື່ໜຶ່ງວ່າ: ທາດໝາກໂມ ເພາະສ່ວນເທິງເປັນຮູບວົງມົນຕັດເຄິ່ງຄ້າຍຄືໜ່ວຍໝາກໂມ ເຊິ່ງຕັ້ງຢູ່ເບື້ອງໜ້າຂອງສິມເປັນຮູບຈະຕຸລັດ ແລະ ອ້ອມຮອບຫຼັງ 4 ດ້ານ, ຈອມທາດແມ່ນເປັນຊົງຮູບເກດທຸມມາລາດອກ ນັ້ນຮຽກວ່າ: ຫຸ່ນເບື້ອງແບບແປວໄຟ ຄືເກດພະພຸດທະຮູບລາວລ້ານຊ້າງຕອນຕົ້ນ.

ເມື່ອທາດປະທຸມໄດ້ເກື່ອນເພພັງທະລາຍລົງ ປີ ຄ.ສ 1914 ເຈົ້າກົມຂຸນດວງຈັນ ແລະ ປະຊາຊົນກໍໄດ້ພົບເຫັນສິ່ງຂອງຮູບປະພັນທີ່ລ້ຳຄ່າຢ່າງຫຼວງຫຼາຍ ເປັນຕົ້ນແມ່ນພະພຸດທະຮູບທີ່ເຮັດດ້ວຍໄມ້, ທອງສຳລິດ, ເງິນ ແລະ ຄຳ. ແກ້ວແຫວນອັນປະເສີດແປກປະຫຼາດທີ່ຖືກຝັງໄວ້ແຕ່ສະຕະວັດທີ 15-16 ປີ ຄ.ສ 1932 ເຈົ້າຂຸນດວງຈັນ ພ້ອມດ້ວຍເຈົ້ານາຍຂ້າລາຊະການ ແລະ ປະຊາຊົນໄດ້ອອກເງິນບູຊາ ເພື່ອບູລະນະປະຕິສັງຂອນທາດລູກນີ້. ພ້ອມໄດ້ນຳເອົາສິ່ງຂອງບາງຈຳນວນ ທີ່ຖືກຄົ້ນພົບນັ້ນເກັບຮັກສາໄວ້ຄືນໃນທາດ ແລະ ອີກຈຳນວນທີ່ຍັງເຫຼືອແມ່ນນຳໄປເກັບຮັກສາໄວ້ ທີ່ຫໍພິພິທະພັນແຫ່ງຊາດຫຼວງພະບາງຈົນເຖິງປັດຈຸບັນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/