ປະຫວັດການເຄື່ອນໄຫວ ຂອງຜູ້ຕິດເຊື້ອໂຄວິດ ທີ່ເປັນພະນັກງານເບິ່ງແຍງເດັກ ຢູ່ບ້ານເດັກ SOS ແຂວງສະຫວັນນະເຂດ


ກໍລະນີຢັ້ງຢືນຈາກພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ເຊິ່ງເປັນທາມລາຍກໍລະນີ 2617 (ລະຫັດຂອງແຂວງ) ໄດ້ລາຍງານໃຫ້ຮູ້ວ່າ: ກໍລະນີ 2617 ແມ່ນເປັນເພດຍິງ ອາຍຸ 33 ປີ,​ໄດ້ປະຈຳວຽກຢູ່ ບ້ານເດັກ SOS ເປັນເວລາ 11 ປີມາແລ້ວ. ບ້ານເກີດ: ບ້ານໜອງໄຮໂຄກ ເມືອງໂພນທອງ ແຂວງຈຳປາສັກ; ປັດຈຸບັນຢູ່ບ້ານ: ບ້ານອຸດົມວິໄລ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ.

      ອາການ: ແມ່ນອາການຄ້າຍຄືໄຂ້ຫວັດ ດັງບໍ່ຮູ້ກິ່ນ, ມີພະຍາດປະຈຳຕົວ ເປັນປ້າງໃຫຍ່, ໄດ້ສັກວັກຊີນ Sinopharm ຄົບ 2 ເຂັມແລ້ວ, ໄດ້ກວດຕົວຢ່າງໃນວັນທີ 5 ສິງຫາ 2021 ຜົນແມ່ນເປັນບວກ, ທີ່ຜ່ານມາບໍ່ໄດ້ພົວພັນກັບຜູ້ຕິດເຊື້ອ ແລະ ບໍ່ໄດ້ໄປໃສ ບໍ່ໄດ້ໄປເຂດທີ່ສ່ຽງ.

      ປະຫວັດການເຄື່ອນໄຫວ:

      28 ກໍລະກົດ 2021: ໜ້າທີ່ຫຼັກແມ່ນເບິ່ງແຍງເດັກໃນ SOS ທີ່ຮັບຜິດຊອບ 7 ຄົນ ແລະ ໃນຕອນເຊົ້າຂອງວັນດຽວກັນ ຜູ້ກ່ຽວ ໄດ້ຂີ່ລົດກະບະສອງແຖວທີ່ຮັບໃຊ້ໃນບ້ານເດັກ ໄດ້ໄປຊື້ອາຫານການກິນຢູ່ຕະຫຼາດສະຫວັນໄຊ ໄປນຳກັນ 3 ຄົນ (ໃສ່ຜ້າອັດປາກ) ຫຼັງຈາກນັ້ນ ພາກັນກັບມາບ້ານເດັກ.

      29 ກໍລະກົດ 2021: ຜູ້ກ່ຽວໄປເຮັດວຽກເບິ່ງແຍງຢູ່ບ້ານເດັກ (ສ່ວນຫຼາຍແມ່ນບໍ່ໄດ້ໃສ່ຜ້າອັດປາກເວລາຢູ່ບ້ານເດັກ SOS).

      30 ກໍລະກົດ 2021: ຜູ້ກ່ຽວຮູ້ສຶກມີອາການຄ້າຍຄືໄຂ້ຫວັດ, ປວດຕາມຕົວ ແລ້ວກໍໄດ້ພັກຜ່ອນຢູ່ເຮືອນ.

      31 ກໍລະກົດ 2021: ຜູ້ກ່ຽວໄດ້ໄປຊື້ອາຫານກິນຢູ່ຕະຫຼາດສະຫວັນໄຊ ໄປນຳກັນ 3​ ຄົນ (ໃສ່ຜ້າອັດປາກ) ແລະ ກໍໄດ້ໄປຊື້ຢາຢູ່ຂ້າງຮ້ານຂາຍຄຳ ທາງອອກຕະຫຼາດສະຫວັນໄຊ ແລ້ວກັບມາບ້ານເດັກ.

      1-2 ສິງຫາ 2021: ຜູ້ກ່ຽວບໍ່ໄດ້ໄປໃສ ຢູ່ເຮັດວຽກເບິ່ງແຍງເດັກ (ສ່ວນຫຼາຍບໍ່ໃສ່ຜ້າອັດປາກ).

      3 ສິງຫາ 2021: ຜູ້ກ່ຽວ ຂີ່ລົດກະບະສອງແຖວທີ່ຮັບໃຊ້ໃນບ້ານເດັກໄປຊື້ອາຫານການກິນ ຢູ່ຕະຫຼາດສະຫວັນໄຊ ໄປນຳກັນ 3​ ຄົນ​ (ໃສ່ຜ້າອັດປາກ) ແລ້ວກໍກັບບ້ານເດັກ.

      4 ສິງຫາ 2021: ຜູ້ກ່ຽວ ຮູ້ສຶກຄ້າຍຄືເປັນໄຂ້ຫວັດ, ປວດຕົນຕົວ, ດັງບໍ່ຮູ້ກິ່ນ ແລ້ວກໍພັກຜ່ອນຢູ່ບ້ານເດັກບໍ່ໄດ້ໄປໃສ.

      5 ສິງຫາ 2021: ຕອນເຊົ້າຜູ້ກ່ຽວ ໄດ້ມາກວດຢູ່ເຂດນອກໂຮງໝໍແຂວງ ແລ້ວໄດ້ເຂົ້າໃຫ້ຂໍ້ມູນແພດ, ຈາກນັ້ນໄດ້ໄປເກັບຕົວຢ່າງຢູ່ຊັ້ນ 2 ຂອງຫ້ອງວິເຄາະ ແລ້ວກັບຄືນມາກວດເລືອດ ຈຶ່ງກັບບ້ານເດັກ. ເວລາ​ 14:00 ໂມງ ໄດ້ມາເອົາຜົນກວດເລືອດ ແລ້ວນັ່ງລໍຖ້າແພດມີຄົນຢູ່ປະມານ 7 ຄົນ. ຈາກນັ້ນ ກໍໄດ້ເຂົ້າກວດນຳທ່ານໝໍເວລາ ​14:30 ໂມງ ໄດ້ໄປສ່ອງໄຟຟ້າ ທ່ານໝໍໃຫ້ຢາກິນຈຳນວນໜຶ່ງ ແລ້ວກັບມາບ້ານເດັກ (ໃສ່ຜ້າອັດປາກ).

      ເວລາ 16:30 ໄດ້ໄປຮັບລູກຢູ່ໂຮງຮຽນຫຼັກ 7 ແຕ່ບໍ່ໄດ້ລົງລົດ ແລ້ວກໍໄດ້ກັບມາບ້ານເດັກ SOS, ເວລາ 20:00 ໂມງ ຫ້ອງວິເຄາະໂຮງໝໍແຂວງ ແຈ້ງຜົນກວດອອກມາເປັນຜົນບວກ.

      ກຸ່ມສຳຜັດ: ກໍລະນີຕິດເຊື້ອ ມີທັງໝົດ 7 ຄົນ (ເດັກຢູ່ບ້ານ SOS) ເຊິ່ງໄດ້ໄປເກັບຕົວຢ່າງມາກວດແລ້ວ ພ້ອມກັກຕົວ 14​ ວັນ (ແຕ່ມີຈຳນວນຄົນໃນບ້ານເດັກ SOS ປະມານ 150 ຄົນ).

ຂອບໃຈຂໍ້ມູນຈາກ: https://bit.ly/3AaREuM

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/