ປະທານາທິບໍດີ Joe Biden ກ່າວໂຈມຕີຜູ້ນຳຈີນ ແລະ ຣັດເຊຍ ທີ່ບໍ່ເຂົ້າຮ່ວມປະຊຸມ COP26


ໃນການປະຊຸມ COP26 ຄັ້ງຫຼ້າສຸດນີ້ ປະທານາທິບໍດີແຫ່ງສະຫະລັດອາເມຣິກາ Joe Biden ໄດ້ມີການກ່າວວິຈານຕໍ່ຜູ້ນຳ ສປ ຈີນ ແລະ ຣັດເຊຍທີ່ບໍ່ເຂົ້າຮ່ວມການປະຊຸມ.

ການປະຊຸມ COP ນັ້ນຫຍໍ້ມາຈາກ Conference of the Parties ທີ່ເປັນການຮວມຕົວແທນຜູ້ນຳລັດຖະບານຈາກແຕ່ລະປະເທດທົ່ວໂລກເພື່ອໃຫ້ຄຳນຶງ ແລະ ແກ້ໄຂບັນຫາພາວະໂລກຮ້ອນຕ່າງໆ ເຊິ່ງການຕັດສິນໃຈທີ່ພວກເຂົາເຮັດ ຈະເປັນຕົວຊີ້ອະນາຄົດຂອງໂລກເຮົາ. ການປະຊຸມດັ່ງກ່າວແມ່ນເລີ່ມຂຶ້ນຕັ້ງແຕ່ປີ 1995 ມາຮອດປັດຈຸບັນແມ່ນຄັ້ງທີ 26 ຈັດຂຶ້ນທີ່ເມືອງກລາສໂກ (Glasgow) ປະເທດສະກັອດແລນພາຍໃຕ້ຊື່ COP26.

ໃນຄືນວັນອັງຄານທີ່ຜ່ານມາ ໃນລະຫວ່າງການໃຫ້ຄຳປາໄສຂອງທ່ານ Biden ທີ່ກ່າວວ່າບັນຫາພາວະໂລກຮ້ອນນັ້ນເປັນບັນຫາທີ່ “ໃຫຍ່ຫຼວງ” ແລະ ຈີນກໍເລືອກທີ່ຈະ “ຍ່າງໜີອອກໄປແບບດຽວກັບຣັດເຊຍ ແລະ Putin”. ໃນການປະຊຸຸມດັ່ງກ່າວ ຜູ້ນຳປະເທດຣັດເຊຍ Vladimir Putin ແລະ ຜູ້ນຳສປ ຈີນ Xi Jinping ຕ່າງກໍບໍ່ໄດ້ເຂົ້າຮ່ວມ ແລະ ມີພຽງແຕ່ສົ່ງຄະນະຜູ້ແທນເຂົ້າມາຕະຫຼອດການປະຊຸມ ເຊິ່ງເປັນເວລາສອງອາທິດຈົນຮອດວັນທີ 14 ເດືອນພະຈິກ.

ປັດຈຸບັນສປ ຈີນ ເປັນປະເທດທີ່ປ່ອຍ ຄາບອນໄດອັອກໄຊ (Carbon Dioxide) ອອກມາເປັນລາຍໃຫຍ່ທີ່ສຸດໃນໂລກ ຕາມມາດ້ວຍສະຫະລັດອາເມຣິກາ ແລະ ຣັດເຊຍ ເຊິ່ງຢູໂຣບ ແລະ ອິນເດຍເປັນຮອງຢູ່ອັນດັບ 5 ອ້າງອີງຈາກການຈັດອັນດັບຂອງ BBC ຜ່ານຖານຂໍ້ມູນຂອງການວິໄຈໃນການປ່ອຍພະລັງງານສູ່ຊັ້ນບັນຍາກາດຂອງທົ່ວໂລກ (Emissions Database for Global Atmospheric Research)

ຫຼັງຈາກ 2 ປີ ທີ່ບໍ່ໄດ້ມີການປະຊຸມເນື່ອງຈາກການແຜ່ລະບາດຂອງ COVID–19, ເດືອນພະຈິກນີ້ກໍໄດ້ມີການປະກາດເປົ້າໝາຍຫຼັກເຊິ່ງລວມໄປເຖິງການໃຫ້ຄຳໝັ້ນສັນຍາວ່າລົດລະດັບການປ່ອຍກາສທຳມະຊາດອອກມາໃຫ້ໄດ້ພາຍໃນປີ 2030 ພ້ອມກັນນັ້ນຍັງຍຸຕິການຖາງປ່າ ແລະ ປູກປ່າກັບຄືນໃຫ້ໄດ້ພາຍໃນປີດຽວກັນ. ເຊິ່ງທັງສປ ຈີນ ແລະ ຣັດເຊຍຕ່າງເປັນຜູ້ລົງນາມໃນສັນຍາທີ່ຈະປູກປ່າກັບຄືນມາ.

ກ່ອນໜ້າທີ່ທ່ານ Biden ຈະໄດ້ໃຫ້ການກ່າວຄຳປາໄສ, ທ່ານ Putin ກໍໄດ້ສົ່ງຂໍ້ຄວາມພາບມາທີ່ການປະຊຸມໂດຍແນໃສ່ການບໍລິຫານປ່າໄມ້ ເນື່ອງຈາກປະເທດຣັດເຊຍຕ້ອງການຮັກສາ ແລະ ອະນຸລັກປ່າໃຫ້ໄດ້ຫຼາຍທີ່ສຸດ.

 “ສປ ຈີນນັ້ນພະຍາຍາມຈະຖືສິດການເປັນຜູ້ນຳໃໝ່ຂອງໂລກ ແຕ່ກໍບໍ່ຍອມເຂົ້າມາຮ່ວມປະຊຸມ”

ທ່ານ Biden ໄດ້ກ່າວເຖິງການທີ່ຜູ້ນຳ Xi Jinping ບໍ່ເຂົ້າຮ່ວມປະຊຸມນັ້ນເປັນຄວາມຜິດທີ່ຮ້າຍແຮງ

ແລະກ່າວເຖິງທ່ານ Putin ວ່າ “ປ່າໃນຣັດເຊຍກຳລັງມອດໄໝ້ໝົດ ແຕ່ຜູ້ນຳປະເທດກໍເລືອກຈະບໍ່ເວົ້າເຖິງບັນຫາຂອງມັນ” ເຊິ່ງຜູ້ແທນຂອງທ່ານ Putin ກໍບໍ່ໄດ້ໃຫ້ຄຳອະທິບາຍເຖິງການບໍ່ປາກົດຕົວຂອງຜູ້ນຳປະເທດໃນຄັ້ງນີ້ ເຖິງຈະບອກວ່າບັນຫາສະພາວະໂລກຮ້ອນນັ້ນແມ່ນບັນຫາບູລິມະສິດທຳອິດຂອງຣັດເຊຍ.

ທັງຈີນ ແລະ ຣັດເຊຍຕ່າງກໍໄດ້ໃຫ້ຄຳກ່າວວ່າຈະເຮັດໃຫ້ການປ່ອຍກາສທຳມະຊາດ ຫຼື ຄາບອນນັ້ນສົມດຸນພາຍໃນປີ 2060 ໃຫ້ເປັນ Net Zero ເຊິ່ງກໍຄືການບໍ່ປ່ອຍກາສຈາກເຮືອນແກ້ວໄປສູ່ຊັ້ນບັນຍາກາດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/