ປະທານຝ່າຍຈັດ ໂອແລມປິກໂຕກຽວເກມ ກຽມລາອອກຈາກຕໍາແໜ່ງ ເພາະໃຊ້ຄຳເວົ້າດູໝິ່ນເພດຍິງ


ໂຢຊິໂຣະ ໂມຣິ ອາຍຸ 83 ປີ ຖືກວິພາກວິຈານ ຈາກສັງຄົມອອນລາຍທັງໃນ ແລະ ຕ່າງປະເທດ, ໃນກໍລະນີ ທີ່ໃຊ້ຄໍາເວົ້າທີ່ຮຸນແຮງໃນຫ້ອງປະຊຸມ, ເຊິ່ງຕອນນັ້ນກໍາລັງປະຊຸມກ່ຽວກັບກິລາໂອແລມປິກໂຕກຽວເກມ ໃນວັນພຸດ ທີ 3 ກຸມພາ 2021 ທີ່ຜ່ານມາ.

ຄໍາເວົ້າທີ່ເວົ້າໃນຫ້ອງປະຊຸມນັ້ນມີປະມານວ່າ: “ໃນກອງປະຊຸມກັບຄະນະກໍາມະການ ມີຜູ້ຍິງຈໍານວນຫຼາຍ ມັກໃຊ້ເວລາໃນການເວົ້າຫຼາຍກວ່າປົກກະຕິ ເພາະຜູ້ຍິງເປັນເພດທີ່ມັກໃນການແຂ່ງຂັນ ຫາກມີຄົນໃດຄົນໜຶ່ງຍົກມືຂໍເວລາເວົ້າ ຈະມີອີກຄົນໜຶ່ງຍົກມືຂໍເວົ້າຕາມ, ຫາກຕ້ອງການເພີ່ມຈໍານວນສະມາຊິກທີ່ເປັນຜູ້ຍິງ ມັນອາດຈະມີບັນຫາຕາມມາ ເພາະເວລາຍັງກໍານົດບໍ່ໄດ້”.

ພຽງຄໍາເວົ້າປະໂຫຍກນີ້ ກາຍເປັນປະເດັນໃຫຍ່ທັງໃນປະເທດຍີ່ປຸ່ນ ແລະ ຕ່າງປະເທດທັນທີ. ເມື່ອຝ່າຍອື່ນໆ ເບິ່ງຄືວ່າເປັນຄໍາເວົ້າທີ່ດູໝິ່ນບໍ່ໃຫ້ກຽດຝ່າຍຍິງ ຄ້າຍກັບວ່າປະໂຫຍກທີ່ເວົ້ານັ້ນສະທ້ອນເຖິງວັດທະນະທໍາ ຜູ້ຊາຍເປັນໃຫຍ່, ຄໍາເວົ້າດັ່ງກ່າວ ເຮັດໃຫ້ສັງຄົມບໍ່ພໍໃຈ ແລະ ກໍຄັດຄ້ານບໍ່ເຫັນດີທີ່ຈະຈັດງານແຂ່ງຂັນກິລາໂອແລມປິກ ປີ 2021 ເພາະຍັງຢູ່ໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19.

ໃນກໍລະນີນີ້ ຜູ້ກ່ຽວໄດ້ສໍານຶກຜິດ ພ້ອມກັບຂໍໂທດ ແລະ ກຽມລາອອກ ເພື່ອເປັນການຮັບຜິດຊອບໃນບັນຫານີ້.

ຂອບໃຈຂໍ້ມູນຈາກ:

https://mgronline.com/around/detail/9640000011749?fbclid=IwAR3x4dAzItgx-dOJf9H46EHLH4FFXJn6wzedVo2VmYNYL0MNJ_9pB1jKz4g