ປະຊາຊົນ ເມືອງຊຳເໜືອແຂວງຫົວພັນ ປູກກາເຟ ສົ່ງອອກໄປຝຣັ່ງ ສ້າງລາຍຮັບກວ່າ 1 ຕື້ກີບ


ໂຄງການພັດທະນາປ່ຽນແທນການປູກຝິ່ນ ໄດ້ຫັນໃຫ້ ປະຊາຊົນບ້ານ ບອນ ເມືອງ ຊຳເໜືອ ແຂວງຫົວພັນ ມາຜະລິດກາເຟເປັນສິນຄ້າເພື່ອສົ່ງອອກ ໄປປະເທດຝຣັ່ງ ຈົນສ້າງລາຍຮັບໄດ້ກວ່າ 1 ຕື້ກີບ.

ໂດຍໂຄງການດັ່ງກ່າວໄດ້ເລີ່ມຕັ້ງແຕ່ປີ 2016 ໂດຍການໄດ້ຮັບການສະໜັບສະໜູນຈາກລັດຖະບານປະເທດ ລັກເຊັມເບີກ, ສະຫະລັດອາເມຣິກາ ແລະ ອົງການ ສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ພ້ອມດ້ວຍຄະກຳມະການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດຂັ້ນສູນກາງ. ໂດຍແນໃສ່ການສົ່ງເສີມ ສ້າງອາຊີບ ສ້າງລາຍຮັບແບບຍືນຍົງ ໃຫ້ປະຊາຊົນ ແລະ ສົ່ງເສີມການປູກກາເຟໃຫ້ກາຍເປັນສິນຄ້າທີ່ສາມາດສົ່ງອອກໄດ້.

ທ່ານ ນ. ສົມພອນ ສິນໄຊປັນຍາ ພະນັກງານສົ່ງເສີມຂອງໂຄງການ UNODC ປະຈຳເມືອງຊຳເໜືອແຂວງຫົວພັນ ໄດ້ກ່າວວ່າ: ໂຄງການດັ່ງກ່າວໄດ້ຊຸກຍູ້ ສົ່ງເສີມປະຊາຊົນ 12 ບ້ານ ໃນ 4 ​ເມືອງ ຂອງແຂວງຫົວພັນ, ໂດຍກິດຈະກຳຫຼັກໆ ແມ່ນສົ່ງເສີມການປູກກາເຟ. ສະເພາະໃນບ້ານ ບອນ ເມືອງ ຊຳເໜືອ ແຂວງຫົວພັນ ໄດ້ມີ 30 ຄອບຄົວທີ່ປູກກາເຟ ໃນພື້ນທີ່ກວ່າ 30 ເຮັກຕາ ແລະ ມີຕົ້ນກາເຟຢູ່ປະມານ 105.000 ຕົ້ນ.

ປະຊາຊົນ ບ້ານບອນ ໄດ້ເລີ່ມປູກກາເຟ ມາຕັ້ງແຕ່ປີ 2018 ແລະ ໄດ້ເລີ່ມເກັບກ່ຽວຂາຍເປັນສິນຄ້າໄດ້ໃນປີ 2021. ໂດຍຕະຫຼາດຫຼັກທີ່ປະຊາຊົນບ້ານບອນ ສົ່ງອອກກາເຟແມ່ນ ສົ່ງໄປປະເທດຝຣັ່ງ ພາຍໃຕ້ສັນຍາຂອງໂຄງການ ແລະ ບໍລິສັດ ມາລອງໂກ ທີ່ໄດ້ມີການເຊັນສັນຍາກັນທຸກປີ. ເຊິ່ງໃນປີ 2023 ທີ່ຜ່ານມາ ສາມາດສ້າງລາຍຮັບໄດ້ກວ່າ 1 ຕື້ກີບ ເພີ່ມຂຶ້ນຈາກປີ 2022 ທີ່ຂາຍໄດ້ 600 ລ້ານກີບ. ສ່ວນຕະຫຼາດພາຍໃນ ກໍຈະມີການຂາຍຍ່ອຍທົ່ວໄປ ຕາມທ້ອງຕະຫຼາດໃນທ້ອງຖິ່ນ.

ທ່ານ ນ. ສົມພອນ ໃຫ້ຮູ້ວ່າ ໂຄງການນີ້ໄດ້ສະໜອງ ແນວພັນ ແລະ ອຸປະກອນ ກ່ຽວກັບການເຮັດກາເຟ ພ້ອມທັງສູນປຸງແຕ່ງ ລານຕາກກາເຟ ແລະ ເລື່ອງຂອງເຕັກນິກວິຊາການ ເພື່ອໃຫ້ກາເຟທີ່ປະຊາຊົນຜະລິດອອກມານັ້ນໄດ້ມາດຕະຖານ ແລະ ສາມາດສົ່ງອອກໄປຂາຍໄດ້.

ໃນໄລຍະທີ່ຜ່ານມາ ປະຊາຊົນ ບ້ານບອນ ເມືອງ ຊຳເໜືອ ແຂວງຫົວພັນ ແມ່ນນິຍົມການປູກສາລີ, ມັນຕົ້ນ ແລະ ສາຄູ ເຊິ່ງລາຍຮັບກໍໜ້ອຍບໍ່ຄົງທີ່ ແລະ ບໍ່ກຸ້ມຢູ່ກຸ້ມກິນ

ທ່ານ ນ. ສົມພອນ ກ່າວວ່າ: “ນັບຕັ້ງແຕ່ລິເລີ່ມໂຄງການມາ ເຫັນໄດ້ວ່າ ຄຸນະພາບຊີວິດຂອງປະຊາຊົນໃນບ້ານແມ່ນດີຂຶ້ນເລື້ອຍໆ ບາງຄອບຄົວ ສາມາດສ້າງລາຍຮັບຈາກການຂາຍຜົນຜະລິດໄດ້ 100 ກວ່າລ້ານ ເຊິ່ງເພີ່ມຂຶ້ນຫຼາຍຈາກເມື່ອກ່ອນ ແລະ ດີກວ່າການປູກພືດຊະນິດອື່ນໆທີ່ຜ່ານມາ”.

ໂດຍ ສາຍພັນກາເຟ ທີ່ເຮັດການປູກໃນ ບ້ານ ບອນ ເມືອງ ຊຳເໜືອ ແຂວງຫົວພັນ  ແມ່ນສາຍພັນ ອາຣາບິກ້າ ຕີມໍ ເຊິ່ງເປັນສາຍພັນທີ່ເໝາະສົບກັບສະພາບອາກາດ ແລະ ສະພາບແວດລ້ອມ ໃນພື້ນທີ່ດັ່ງກ່າວຫຼາຍທີ່ສຸດ ແລະ ເປັນສາຍພັນທີ່ຕະຫຼາດນິຍົມ ແລະ ມີລາຄາດີ. ໃນແຕ່ລະປີ ປະຊາຊົນຈະເລີ່ມເກັບກ່ຽວຜົນຜະລິດໃນເດືອນກັນຍາ ໄປຫາ ເດືອນເມສາຂອງປີຕໍ່ໄປ ຈາກນັ້ນຈະຕັດແຕ່ງບຳລຸງຕົ້ນໝຸນວຽນໄປແບບນີ້ເລື້ອຍໆ.

ໃນອະນາຄົດ ໂຄງການດັ່ງກ່າວ ຈະມີການຂະຫຍາຍອອກໄປໃນແຕ່ລະບ້ານໃຫ້ຫຼາຍຂຶ້ນ ແລະ ຈະມີການຊອກຕະຫຼາດຕ່າງໆ ຕື່ມອີກ ທັງພາຍນອກ ແລະ ພາຍໃນ. ເພື່ອຫັນໃຫ້ສະມາຊິກ ຊຸມຊົນໃຫ້ມີລາຍໄດ້ທີ່ໝັ້ນຄົງ ແລະ ກ້າວເຂົ້າສູ່ດ້ານຂອງການປູກພືດໃຫ້ເປັນເສດຖະກິດ ໃຫ້ຫຼາຍຂຶ້ນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/