ເມື່ອບໍ່ດົນມານີ້ ອຳນາດການປົກຄອງແຂວງສະຫວັນນະເຂດ ແລະ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (LXML) ບໍ່ຄຳ-ທອງ ເຊໂປນ ໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອຍົກລະດັບເສັ້ນທາງຂອງລັດ ເລກທີ 28A ຢູ່ແຂວງສະຫວັນນະເຂດ ເຊິ່ງເປັນທີ່ຕັ້ງຂອງ ບໍ່ຄຳ-ທອງ ເຊໂປນ. LXML ປະກອບສ່ວນຈຳນວນ 5 ລ້ານໂດລາ ຈາກກອງທຶນສະສົມເພື່ອນຳໃຊັໃນການຟື້ນຟູສະພາບແວດລ້ອມ ແລະ ສັງຄົມ ເຂົ້າໃນການປັບປຸງເປັນເສັ້ນທາງປູຢາງສອງຊັ້ນ ມີຄວາມຍາວ 41.56 ກິໂລແມັດ ແຕ່ບ້ານນາບໍ່, ເມືອງເຊໂປນ ຫາ ເມືອງວິລະບູລີ.
ເປັນກຽດລົງນາມໃນ MoU ຄັ້ງນີ້ມີ ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ບໍລິສັດ LXML ແລະ ທ່ານ ວາລີຍະ ສີຈັນທອງທິບ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງສະຫວັນນະເຂດ ທີ່ຮ້ານອາຫານລາວເດີມ, ແຂວງສະຫວັນນະເຂດ ໂດຍການເປັນສັກຂີພະຍານຂອງ ທ່ານ ວຽງທະວີສອນ ເທບພະຈັນ, ຮອງເຈົ້າແຂວງສະຫວັນນະເຂດ, ພະແນກການອ້ອມຂ້າງແຂວງ, ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ, ອຳນາດການປົກຄອງເມືອງວິລະບູລີ, ສະມາຊິກຊຸມຊົນ ແລະ ພະນັກງານ LXML.

ກ່ອນປີ 2000 ເມືອງວິລະບູລີ ຍັງຖືວ່າເປັນເຂດຊົນນະບົດຫ່າງໄກສອກຫຼີກ, ພົບກັບບັນຫານ້ຳຖ້ວມ ແລະ ຂໍ້ຈຳກັດໃນການເດີນທາງໃນລະດູຝົນ. ການເດີນທາງມີຄວາມຍາກລຳບາກຕ້ອງໃຊ້ຫຼາຍຂັ້ນຕອນ ບໍ່ວ່າຈະເປັນລົດ, ເຮືອ, ແລະ ເສັ້ນທາງຕົມຈາກບ້ານ ນາບໍ່ ຫາ ເມືອງວິລະບູລີ ແມ່ນໃຊ້ເວລາຢ່າງຕ່ຳ ເປັນ 2 ມື້ ຈຶ່ງຮອດ. ນອກຈາກນັ້ນ, ເມືອງວິລະບູລີ ແລະ ແຂວງສະຫວັນນະເຂດ ກໍເປັນເຂດທີ່ໄດ້ຮັບຜົນກະທົບຈາກລະເບີດຝັງດິນທີ່ບໍ່ທັນແຕກຈຳນວນຫຼວງຫຼາຍ ແລະ ເປັນອັນຕະລາຍຢ່າງມະຫາສານ. ປັດຈຸບັນນີ້ ແມ່ນສາມາດເຂົ້າເຖິງເມືອງວິລະບູລີດ້ວຍທາງລົດ.

ຂອບໃຈຂໍ້ມູນຈາກ: https://bit.ly/3vvIdp1
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/