“ທໍ່-ຖົງຢາງພລາສຕິກ” ທີ່ໃຊ້ແລ້ວ ສາມາດບໍລິຈາກໃຫ້ກຸ່ມຫັດຖະກຳຄົນພິການ ແລະ ຊົນເຜົ່າໄດ້!!!


ປະຕິເສດບໍ່ໄດ້ເລີຍວ່າ ບັນຫາຂີ້ເຫຍື້ອພລາສຕິກທີ່ຕົກຄ້າງຢູ່ໃນສິ່ງແວດລ້ອມ ແມ່ນບັນຫາໃຫຍ່ທີ່ເຮົາພະຍາຍາມແກ້ໄຂມາຢ່າງຍາວນານ ບໍ່ວ່າຈະເປັນການກຳຈັດໃນວິທີຕ່າງໆ, ຫຼາຍພາກສ່ວນກໍອອກມາປຸກລະດົມໃຫ້ຜູ້ຄົນຫຼຸດຜ່ອນການໃຊ້ຖົງພລາສຕິກ ລວມໄປເຖິງການຣີໄຊເຄິລພລາສຕິກເຫຼົ່ານັ້ນໃຫ້ກັບມາໃຊ້ໄດ້ໃໝ່ ເຊັ່ນດຽວກັນກັບກຸ່ມຫັດຖະກຳຄົນພິການ ແລະ ຊົນເຜົ່າ ທີ່ນຳເອົາພລາສຕິກມາຣີໄຊເຄິລເປັນຜົນງານຫັດຖະກຳທີ່ເຕັມໄປດ້ວຍສີໄມ້ລາຍມືທີ່ສ້າງສັນ.


ກຸມຫັດຖະກຳດັ່ງກ່າວ ເປັນກຸ່ມທີ່ສົ່ງເສີມທັກສະອາຊີບໃຫ້ແກ່ຜູ້ຄົນຊົນເຜົ່າ ແລະ ຄົນພິການ ພວກເຂົາຈະນຳເອົາພລາສຕິກເກົ່າມາເຮັດເປັນເຄື່ອງປະດັບຕ່າງໆ ບໍ່ວ່າຈະເປັນຕຸ້ມຫູ, ສາຍຄໍ, ສາຍຄ້ອງຜ້າປິດປາກອະນາໄມ, ກະເປົາ ແລະ ເຄື່ອງໃຊ້ຕ່າງໆ… ໂດຍເພິ່ນໄດ້ເປີດຮັບບໍລິຈາກຖົງຢາາງພລາສຕິກ ແລະ ທໍ່ດູດເກົ່າທີ່ໃຊ້ແລ້ວຈາກບຸກຄົນທົ່ວໄປ. ໂຄງການດັ່ງກ່າວ ນອກຈາກຈະເສີມສ້າງອາຊີບໃຫ້ແກ່ກຸ່ມຄົນພິການ ແລະ ກຸ່ມຄົນຊົນເຜົ່າແລ້ວ ຍັງເປັນການຊ່ວຍຮັກສາສິ່ງແວດລ້ອມໄປພ້ອມ.

ຖ້າຫາກທ່ານເປັນໜຶ່ງໃນຄົນທີ່ຢາກຫຼຸດຜ່ອນຂີ້ເຫຍື້ອພລາສຕິກໃນສິ່ງແວດລ້ອມ, ສົ່ງເສີມອາຊີບຫັດຖະກຳ ແລະ ຢາກບໍລິຈາກຖົງຢາງພລາສຕິກ ແລະ ທໍ່ດູດເກົ່າ ສາມາດບໍລິຈາກໄດ້ທີ່ ກຸ່ມຫັດຖະກຳຄົນພິການ ແລະ ຊົນເຜົ່າໄດ້ທີ່ ບ້ານສາລາຄຳ (ໃກ້ກັບເບຍລາວ) ຫຼື ທີ່ຮ້ານຫັດຖະກຳຂອງເພິ່ນໄດ້ໃນຕົວເມືອງ ຮ່ອມວັດຫໍກາງ ກົງກັນຂ້າມກັບວັດມີໄຊ ຫຼື ຕິດຕໍ່ເບີ 02055165868
page: XonPhao Working Group for People Living with Disabilities (https://www.facebook.com/Xonpao)

ຂອບໃຈຂໍ້ມູນຈາກ:
https://bit.ly/3uFqvk2
https://www.facebook.com/Xonpao/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/