ປະຊາຊົນຮັງກາຣີເດີນຂະບວນຕໍ່ຕ້ານການເປີດສາຂາມະຫາວິທະຍາໄລຂອງຈີນຢູ່ປະເທດຮັງກາຣີ


ໃນວັນທີ 6 ມິຖຸນາ ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ປະຊາຊົນຮັງກາຣີຝ່າຍກົງກັນຂ້າມກັບລັດຖະບານໄດ້ກ່າວຫານາຍົກລັດຖະມົນຕີ ວິກເຕີ ອໍບັນ (viktor mihály orbán) ວ່າໄປເຂົ້າພວກກັບຈີນຫຼາຍເກີນໄປ ແລະ ການເປີດສາຂາມະຫາວິທະຍາໄລຈີນກໍອາດຈະເປັນການທຳລາຍຄຸນະພາບການສຶກສາລະດັບອຸດົມສຶກສາຂອງຮັງກາຣີ ແລະ ເປັນການຊ່ວຍຈີນເພີ່ມອິດທິພົນ ທັງໃນຮັງກາຣີ ແລະ ສະຫະພາບຢູໂຣບ.

ລັດຖະບານຮັງກາຣີລົງນາມໃນຂໍ້ຕົກລົງກັບມະຫາວິທະຍາໄລຟູຕັນ(Fudan University) ເຊິ່ງເປັນ 1 ໃນ 3 ມະຫາວິທະຍາໄລທີ່ມີຊື່ສຽງທີ່ສຸດໃນຈີນ ເມື່ອເດືອນເມສາທີ່ຜ່ານມາ ເພື່ອກໍ່ສ້າງວິທະຍາເຂດແຫ່ງທຳອິດໃນຢູໂຣບໃນນະຄອນຫຼວງບູດາເປສ.

ທາງດ້ານ ວິກເຕີ ອໍບັນ ໄດ້ໃຫ້ເຫດຜົນວ່າ ພະຍາຍາມທີ່ຈະຜູກມິດ ເສີມສ້າງຄວາມສຳພັນອັນດີກັບຈີນ ແລະ ຣັດເຊຍ ຂະນະທີ່ເກີດຄວາມຂັດແຍ້ງໃນກຸ່ມປະເທດພັນທະມິດຕາເວັນຕົກດ້ວຍການຈຳກັດເສລີພາບການວິໄຈທາງວິທະຍາສາດ, ລະບົບຍຸຕິທຳ ແລະ ສື່.

ຮັງກາຣີ ປຽບດັ່ງສູນກາງຂອງການສຶກສາ ເນື່ອງຈາກລັດຖະບານໄດ້ໃຫ້ທຶນນັກຮຽນຕ່າງປະເທດໄດ້ມາສຶກສາຮຽນຕໍ່ໃນລະດັບມະຫາວິທະຍາໄລໃນປະເທດເປັນຈຳນວນຫຼາຍ ໃນນັ້ນກໍມີປະເທດລາວທີ່ລັດຖະບານຮັງກາຣີໃຫ້ທຶນນັກຮຽນລາວຈຳນວນຫຼາຍທຶນຕໍ່ປີ ແລະ ຍັງເປັນທຶນອັນດັບຕົ້ນໆທີ່ນັກຮຽນລາວໃຫ້ຄວາມສົນໃຈ.

ຂອບໃຈຂໍ້ມູນຈາກ: https://www.dailynews.co.th/foreign/848106

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/