ປະຊາຊົນລັກລອບຂຸດຄົ້ນແຮ່ຄຳ ແຕ່ເກີດເຫດດິນຍຸບເຮັດໃຫ້ມີຜູ້ໄດ້ຮັບເຄາະຮ້າຍ


ເກີດເຫດບໍ່ຄາດຄິດຕໍ່ກັບປະຊາຊົນທີ່ໄປລັກລອບຂຸດແຮ່ຄຳ ແຕ່ເກີດເຫດການດິນຍຸບ ຈົນເຮັດໃຫ້ປະຊາຊົນໄດ້ຮັບເຄາະຮ້າຍເຖິງ 7 ຄົນ ທີ່ພູສູງເຂດບ້ານແລທອງ ເມືອງພູກູດ ແຂວງຊຽງຂວາງ. ເຈົ້າໜ້າທີ່ຊ່ວຍຈົນສຸດກຳລັງແຕ່ກໍບໍ່ສາມາດຊ່ວຍໄດ້ ເນື່ອງຈາກວ່າສະຖານທີ່ດັ່ງກ່າວນັ້ນ ເປັນພູສູງ ດິນຍຸບເປັນບໍລິເວນກວ້າງ ແລະ ອາດມີຄວາມສ່ຽງສູງທີ່ຈະເກີດອຸບັດຕິເຫດຊ້ຳ.

ຈາກການລາຍງານຂອງທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຖະແຫຼງວັນທີ 22 ກໍລະກົດ 2021 ວ່າ: ໃນວັນທີ 18 ກໍລະກົດ 2021 ເວລາ 14:00 ໂມງ ໄດ້ຮັບການລາຍງານວ່າເກີດອຸບັດຕິເຫດດິນຍຸບທັບປະຊາຊົນ, ທາງພາກສ່ວນທີ່ກ່ຽວຂ້ອງຈຶ່ງໄດ້ລົງໄປຕິດຕາມກວດກາຢ່າງຮີບດ່ວນ.

ໃນຈຸດເກີດເຫດພົບວ່າມີຜູ້ໄດ້ຮັບເຄາະຮ້າຍຈຳນວນ 7 ຄົນ ຍິງ 1 ຄົນ. ຈາກເຫດດັ່ງກ່າວທາງຄອບຄົວຢາກຈະຄົ້ນຫາຜູ້ສູນຫາຍອອກມາໃຫ້ໄດ້, ທາງພາກສ່ວນທີ່ກ່ຽວຂ້ອງຈຶ່ງປຶກສາຫາລືກັນ ສົບທົບບັນດາຂັ້ນເມືອງຂັ້ນແຂວງ. ແຕ່ໃນສະພາບຄວາມເປັນຈິງແລ້ວຖືກປະເມີນວ່າ: ບໍ່ສາມາດຂຸດຄົ້ນຜູ້ສູນຫາຍອອກມາໄດ້ ເນື່ອງຈາກສະພາບຂອງພື້ນທີ່ເປັນພື້ນສູງ, ດິນຍຸບເປັນບໍລິເວນກວ້າງ ແລະ ມີຄວາມສ່ຽງສູງທີ່ຈະເກີດອຸບັດຕິເຫດຊ້ຳ.

ຂອບໃຈຂໍ້ມູນຈາກ: https://bit.ly/3iUIhsv

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/