ໂດຍທົ່ວໄປແລ້ວເຫດການໝາໜີອອກຈາກເຮືອນແມ່ນເຮົາມັກຈະພົບເຫັນເປັນປະຈຳ ກວ່າຈະພົບເຫັນອີກມັນອີກຄັ້ງກໍເປັນໄລຍະຫຼາຍມື້, ຫຼາຍເດືອນ, ຫຼາຍປີ ຫຼື ໃນກໍລະນີທີ່ຮຸນແຮງກວ່ານີ້ເຮົາອາດບໍ່ພົບມັນເລີຍ, ຢ່າງໃດກໍຕາມສຳລັບກໍລະນີຂອງ Bonnie ໝາພັນບີເກິ້ລປະສົມ ມັນອາດຈະແຕກຕ່າງຈາກກໍລະນີໝາໜີອອກຈາກເຮືອນທົ່ວໄປ ເພາະວ່າ Bonnie ໄດ້ໜີອອກຈາກເຮືອນ ແຕ່ກັບມາຫາເຈົ້າຂອງພ້ອມຮາງວັນທີ 3 ຈາກການປະກວດໝາ.

ສຳລັບເລື່ອງລາວທີ່ເຮັດໃຫ້ຫຼາຍຄົນມີຮອຍຍິ້ມປົນຄວາມງົງນີ້ ແມ່ນໄດ້ເກີດຂຶ້ນທີ່ປະເທດອັງກິດ ຫຼັງຈາກ Peter ແລະ Paula Closier ສອງສາມີ-ພັນລະຍາ ໄດ້ປະກາດຕາມຫາ Bonnie ໝາພັນບີເກິ້ລປະສົມ ເພດແມ່ ອາຍຸ 5 ປີ ທີ່ພວກເຂົາຮັກຄືກັນກັບລູກຄົນໜຶ່ງ ທີ່ຫາຍຕົວອອກຈາກເຮືອນໄປ.

Peter ແລະ Paula Closier ເລົ່າວ່າ Bonnie ໄດ້ໜີອອກຈາກເຮືອນເມື່ອຕອນເຊົ້າຂອງວັນອາທິດທີ່ຜ່ານມາ ເນື່ອງຈາກວ່າທັງສອງລືມປິດປະຕູເຮືອນໄວ້ ເຮັດໃຫ້ Bonnie ແລ່ນອອກໄປຂ້າງນອກໃນທັນທີ. ເມື່ອເຈົ້າຂອງຮູ້ວ່າໝາຫາຍໄປກໍເຮັດໃຫ້ເກີດອາການກັງວົນຢ່າງໜັກ ຈົນໄດ້ໄປຂໍຄວາມຊ່ວຍເຫຼືອຈາກເພື່ອນບ້ານ, ຕໍາຫຼວດ, ສັດຕະວະແພດ ແລະສູນພັກພິງໝາ ເພື່ອຕາມຫາໝາສຸດທີ່ຮັກ ແຕ່ກໍບໍ່ພົບເຫັນແຕ່ຢ່າງໃດ.

ຕໍ່ມາ John Wilmer ຊາຍຜູ້ເປັນຄົນຮັກໝາ ກໍໄດ້ໄປພົບກັບ Bonnie ທີ່ໃນຂະນະນັ້ນມັນໄດ້ນອນຢູ່ຂ້າງຖະໜົນ ແຕ່ເມື່ອລົງໄປເບິ່ງກໍພົບວ່າ Bonnie ນັ້ນບໍ່ມີປອກຄໍ ຫຼື ສັນຍະລັກຫຍັງທີ່ສະແດງເຖິງຊື່ຫຼືຜູ້ເປັນເຈົ້າມັນ. ຫຼັງຈາກນັ້ນ John ຈຶ່ງຕັດສິນໃຈພາມັນຂຶ້ນລົດໄປນໍາກັນ ເພາະດ້ວຍຄວາມບັງເອີນໃນມື້ນັ້ນ John ກໍກໍາລັງພາໝາທີ່ລາວລ້ຽງຢູ່ສອງໂຕໄປສະແດງທີ່ງານສັດລ້ຽງຢູ່.

ເຊິ່ງຫຼັງຈາກນັ້ນດ້ວຍຄວາມທີ່ John ຢາກໃຫ້ Bonnie ກັບສູ່ຄອບຄົວຂອງມັນຈຶ່ງໄດ້ເຮັດການຖ່າຍຮູບ Bonnie ລົງ Facebook ເພື່ອປະກາດຫາເຈົ້າຂອງ ຜົນປາກົດວ່າພຽງສອງສາມຊົ່ວໂມງ  Peter ແລະ Paula Closier ຜູ້ເປັນເຈົ້າຂອງກໍໄດ້ເຫັນໂພສດັ່ງກ່າວແລະໄດ້ຕິດຕໍ່ມາສະແດງຕົວວ່າ Bonnie ເປັນໝາຂອງພວກເຂົາ ເຊິ່ງຕໍ່ມາທັງສອງຝ່າຍແມ່ນໄດ້ໂອ້ລົມກັນເປັນທີ່ຮຽບຮ້ອຍວ່າຈະສົ່ງ Bonnie ຄືນ ແຕ່ດ້ວຍທີ່ວ່າຕອນນັ້ນ John ແມ່ນມາຮອດງານປະກວດສັດລ້ຽງແລ້ວ ຈຶ່ງເກີດໄອເດຍໃຫ້ Bonnie ໄດ້ລົງແຂ່ງປະກວດເບິ່ງ ແລະ ຜົນກໍອອກມາເກີນຄາດ ເພາະ Bonnie ສາມາດຄວ້າອັນດັບ 3 ໃນໝວດໝາກູ້ໄພມາໄດ້ສຳເລັດ.

ເມື່ອການປະກວດສິ້ນສຸດລົງ John ກໍໄດ້ພາ Bonnie ກັບມາພ້ອມດ້ວຍໂບສີເຫຼືອງທີ່ຢັ້ງຢືນວ່າ Bonnie ໄດ້ຮັບຮາງວັນມາແທ້ໆ ດ້ານເຈົ້າຂອງກໍບໍ່ຮູ້ຈະຮູ້ສຶກແບບໃດ ພຽງແຕ່ບອກວ່າດີໃຈທີ່ Bonnie ກັບມາ ແລະ ຄິດວ່າມື້ນີ້ Bonnie ໜ້າຈະມ່ວນກັບການໃຊ້ຊີວິດສຸດໆ ໄປເລີຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply