ບໍ່ຕ້ອງໃຊ້ແຂ້ວປອມ! ນັກວິທະຍາສາດຍີ່ປຸ່ນຄິດຄົ້ນວິທີງອກແຂ້ວແທ້ໃໝ່ອີກຄັ້ງໄດ້ແລ້ວ!


ນັກວິໄຈຈາກມະຫາວິທະຍາໄລກຽວໂຕ ແລະ ມະຫາວິທະຍາໄລຟຸກຸອິ ສາມາດຄິດຄົ້ນແອນຕີ້-ບໍດີ້ ຢຸດຢີນທີ່ມີຊື່ວ່າ “USAG-1” ສຳເລັດ, ເຊິ່ງຢີນດັ່ງກ່າວເປັນຢີນທີ່ຊ່ວຍຄວບຄຸມປັດໄຈການເຕີບໃຫຍ່ຂອງແຂ້ວໄດ້ຢ່າງມີປະສິດທິພາບ.

ຜົນງານການວິໄຈດັ່ງກ່າວ  ຖືກຕີພິມລົງໃນວາລະສານ Science Advances  ໃນເດືອນກຸມພາ 2021 ທີ່ຜ່ານມາ, ເຊິ່ງການວິໄຈດັ່ງກ່າວ ນັກວິໄຈໄດ້ທົດລອງກັບໜູ ໂດຍການສັກ USAG-1 ໃຫ້ກັບໜູ ແລະ ພວກເຂົາພົບວ່າ ແຂ້ວຂອງໜູງອກຂຶ້ນມາແທ້. ນອກຈາກນັ້ນ ພວກເຂົາຍັງຫາໜູທີ່ບໍ່ມີແຂ້ວມາແຕ່ກຳເນີດມາທົດລອງເພີ່ມ ແລະ ພົບວ່າແຂ້ວຂອງພວກມັນກໍງອກຂຶ້ນມາເຊັ່ນດຽວກັນ.

ຈາກຄຳອະທິບາຍຈາກທີມນັກວິທະຍາສາດ USAG-1 ນັ້ນ ຈະມີຄວາມສາມາດໃນການຢຸດໂມເລກຸນສົ່ງສັນຍານ 2 ໂຕ BMP ແລະ Wnt, ໂດຍທັງສອງໂຕນີ້ ມີຄວາມກ່ຽວຂ້ອງກັບຂະບວນການງອກຂອງແຂ້ວ, ດັ່ງນັ້ນເມື່ອຢີນ USAG-1 ຖືກກົດໄວ້ ການພັດທະນາການຂອງແຂ້ວຈຶ່ງສາມາດກັບມາເຮັດວຽກອີກຄັ້ງ.

ຈາກຄວາມສຳເລັດຂອງການທົດລອງດັ່ງກ່າວ ທີມນັກວິໄຈກໍຍັງສືບຕໍ່ທົດສອບຕໍ່ໄປ ເພື່ອໃຫ້ເລື່ອງດັ່ງກ່າວມີຄວາມປອດໄພຂຶ້ນ ແລະ ໃນອະນາຄົດຈະນຳວິທີນີ້ເຂົ້າມາໃຊ້ໃນມະນຸດ ເປັນຄວາມຫວັງຂອງຄົນທີ່ມີບັນຫາເລື່ອງໃສ່ແຂ້ວປອມ ສາມາດກັບມາມີແຂ້ວແທ້ໄດ້ອີກຄັ້ງ.

ຂອບໃຈຂໍ້ມູນຈາກ:
https://bit.ly/3dIuLpc
https://bit.ly/39NXVSD