ບໍລິສັດໃນອິນເດຍຣີໄຊເຄິນກົ້ນຢາສູບໃຫ້ເປັນຕຸກກະຕາ ແລະ ຢາຈູດກັນຍຸງ!!!


ເວລາທີ່ຄົນສູບຢາສູບ ເມື່ອສ່ວນທີ່ເປັນຢາສູບໄໝ້ໝົດໄປ ກໍຍັງເຫຼືອພຽງກົ້ນຢາສູບເທົ່ານັ້ນທີ່ຖືກປ່ອຍຖິ້ມໄວ້ໃຫ້ກາຍເປັນຂີ້ເຫຍື້ອຫຼົງເຫຼືອຢູ່, ມັນຕ້ອງໃຊ້ເວລາຫຼາຍສິບປີຈຶ່ງຈະສາມາດຍ່ອຍສະຫຼາຍໄດ້ ຍ້ອນວ່າມັນເຮັດຈາກເສັ້ນໃຍເຊລລູໂລສ (Cellulose acetate) ເຊິ່ງນັບວ່າເປັນພລາສຕິກຊະນິດໜຶ່ງເຊັ່ນກັນ.

ຮູ້ຫຼືບໍ່ວ່າພາຍໃນໜຶ່ງປີນັ້ນ ມີກົ້ນຢາສູບທີ່ຖືກຖິ້ມຫຼາຍກວ່າ 4.5 ລ້ານລ້ານອັນ ຫຼາຍຄົນອາດຈິນຕະນາການອອກວ່າຂີ້ເຫຍື້ອທີ່ລອຍຢູ່ໃນມະຫາສະໝຸດນັ້ນສ່ວນຫຼາຍເປັນພລາສຕິກ ແຕ່ຈາກການສຳຫຼວດພົບວ່າ ກົ້ນຢາສູບ ເປັນຂີ້ເຫຍື້ອທີ່ຖືກຄົ້ນພົບໃນມະຫາສະໝຸດຫຼາຍທີ່ສຸດເປັນຮອງແຕ່ພລາສຕິກເທົ່ານັ້ນ.

ບໍລິສັດແຫ່ງໜຶ່ງໃນອິນເດຍ ແນມເຫັນຄວາມສຳຄັນຂອງບັນຫາດັ່ງກ່າວ ຈຶ່ງຫາວິທີເອົາກົ້ນຢາສູບມາແປຮູບ ໃຫ້ກາຍເປັນໄສ້ຕຸກກະຕາ ແລະ ຢາຈູດກັນຍຸງ. ເມື່ອເວົ້າເຖິງຄວາມປອດໄພ ທາງຜູ້ຜະລິດບອກວ່າປອດໄພແນ່ນອນ ເພາະວ່າພວກເຂົາຜ່ານຂະບວນການເອົາວັດຖຸດິບໄປຜ່ານຂະບວນການໝັກ ແລະ ບົດຮວມກັນກັບສານອິນຊີຕ່າງໆ ກ່ອນຈະກາຍມາເປັນວັດຖຸດິບໃໝ່ທີ່ປອດໄພ.

ຖ້າເປັນຂັ້ນຕອນການເຮັດຢາຈູດກັນຍຸງ ພວກເຂົາຈະເອົາໄປບົດໃຫ້ລະອຽດ ແລ້ວເອົາໄປຕາກໃນແມ່ພິມສີ່ຫຼ່ຽມ ເມື່ອຕາກຈົນແຫ້ງແລ້ວກໍສາມາດເອົາໄປຈູດໄຟກັນຍຸງໄດ້ເລີຍ. ສ່ວນຂັ້ນຕອນການເຮັດຕຸກກະຕາ ກໍຈະເຮັດຄ້າຍກັນ ແຕ່ບໍ່ເອົາໄປຕາກ ພວກເຂົາຈະເອົາສານເຄມີໃສ່ລົງໄປໃນວັດຖຸດິບທີ່ບົດແລ້ວ ຫຼັງຈາກນັ້ນກໍແຊ່ໄວ້ 1 ມື້ ມັນກໍຈະມີຮູບຮ່າງລັກສະນະນຸ້ມຄືກັບຝ້າຍເລີຍ.

ບໍ່ພຽງເທົ່ານັ້ນ ກົ້ນຢາສູບທີ່ພວກເຂົາໄດ້ ກໍແມ່ນມາຈາກຊາວບ້ານທີ່ເກັບມາຂາຍ ເຊິ່ງມີມູນຄ່າ 1 ກິໂລ ຈະເປັນເງິນ 100 ຣູປີ ຫຼື ປະມານ ເກືອບ 15,000 ກີບ ເປັນການສ້າງລາຍໄດ້ໃຫ້ກັບປະຊາຊົນໄປນຳ.

ຂອບໃຈຂໍ້ມູນຈາກ:

https://cutt.ly/lWJ8z5n

https://bbc.in/3la2ueF

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/