ສີຈັນ ບໍລິສັດເຈົ້າຂອງຜະລິດຕະພັນເຄື່ອງສຳອາງສີຈັນທີ່ຫຼາຍຄົນຄຸ້ນເຄີຍກັນດີ ໄດ້ປະກາດເພີ່ມສະຫວັດດີການໃໝ່ໃຫ້ກັບພະນັກງານເພື່ອຕ້ອນຮັບ Pride Month ຫຼື ເດືອນແຫ່ງຄວາມຫຼາກຫຼາຍທາງເພດນັ້ນເອງ.

ສະຫວັດດີການທີ່ພະນັກງານຈະໄດ້ມີເພີ່ມມາ 4 ຂໍ້ ແຕ່ມີຂໍ້ໜຶ່ງທີ່ໂດດເດັ່ນນັ້ນແມ່ນ ສາມາດລາພັກເພື່ອຜ່າຕັດແປງເພດໄດ້ບໍ່ເກີນ 30 ມື້ຕໍ່ປີ ນັ້ນສະແດງໃຫ້ເຫັນວ່າ ທາງບໍລິສັດມີຄວາມເອົາໃຈໃສ່ ແລະ ໃຫ້ໂອກາດກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດຫຼາຍຂຶ້ນ.
ໂດຍສະຫວັດດີການອີກ 4 ຂໍ້ມີດັ່ງນີ້:
- ເພີ່ມວັນພັກເກີດລູກ 180 ມື້ ແລະ ຍັງໄດ້ຮັບຄ່າຈ້າງຄືເກົ່າ
- ຜູ້ທີ່ເປັນສາມີສາມາດລາພັກໄດ້ ຖ້າພັນລະຍາເກີດລູກ ຫຼື ຖືພາ ລາໄດ້ 30 ມື້
- ລາພັກຜ່າຕັດແປງເພດໄດ້ບໍ່ເກີນ 30 ມື້
- ສາມາດລາພັກໃຈກໍລະນີທີ່ສູນເສຍຄົນໃກ້ຊິດໄປໄດ້ບໍ່ເກີນ 10 ມື້

ຫຼັງຈາກມີປະກາດອອກມາ ຊາວເນັດຈຳນວນຫຼາຍໄປຄົ້ນຫາສະຫວັດດີການຂອງພະນັກງານສີຈັນເພີ່ມ ແລະ ພົບວ່າມີຫຼາຍຂໍ້ທີ່ໜ້າສົນໃຈຄື:
- ໄດ້ສິດຊື້ປຶ້ມໄດ້ເດືອນລະ 1 ຫົວ
- ສາມາດຮັບຜະລິດຕະພັນຟຣີທຸກເດືອນ
- Fitness ຟຣີ
- Tuesday donut
- ວັນພັກພິເສດສຳລັບເດືອນເກີດຂອງຕົນເອງ
- ຄ່າແນະນຳໝູ່ມາສະໝັກວຽກ
ຖືວ່າມີຄວາມໃສ່ໃຈຕໍ່ພະນັກງານໃນບໍລິສັດຕົນເອງຫຼາຍ ໂດຍສະເພາະພະນັກງານທີ່ເປັນກຸ່ມຄົນຫຼາກຫຼາຍທາງເພດ ຫວັງວ່າຫຼາຍບໍລິສັດຈະເອົາບົດຮຽນດັ່ງກ່າວເປັນແບບຢ່າງໃນການໃຫ້ໂອກາດຕໍ່ກຸ່ມຄົນເຫຼົ່ານີ້ຫຼາຍຂຶ້ນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/