Charlie Puth ເຜີຍວ່າ ລາວເຄີຍຊ່ວຍຕົນເອງ ໃນຂະນະທີ່ຟັງເພງຂອງ Maroon 5


Charlie Puth ຖືໄດ້ວ່າເປັນສິລະປິນຄົນໜຶ່ງທີ່ປະສົບຄວາມສໍາເລັດໃນດ້ານການຮ້ອງເພງແລະແຕ່ງເພງ ເຊິ່ງຫຼາຍຄົນໆ ກໍຈະຮູ້ຈັກລາວຜ່ານບົດເພງໂດ່ງດັງເຫຼົ່ານີ້ເຊັ່ນ: See you again, We don’t talk anymore, Attention, one call away ແລະ ອື່ນໆ ອີກຫຼາຍ. ແຕ່ໄລຍະຫຼັງມານີ້ເບິ່ງຄືວ່ານັກຮ້ອງຊື່ດັງຂອງເຮົາ ຈະໃຫ້ຄວາມສົນໃຈກັບເລື່ອງກ້ອງຕຽງເປັນພິເສດ ໂດຍສັງເກດໄດ້ຈາກວິດີໂອ TikTok ທີ່ລາວອັບລົງບັນຊີສ່ວນຕົວເຊິ່ງຈະມີເນື້ອຫາໄປທາງ 18+ ຫຼື ເຮັດໃຫ້ເຮົາຄິດໃນທາງສອງແງ່ສາມງ່າມ.

ເຊິ່ງຫຼ້າສຸດນີ້ເອງ ໃນການຖ່າຍແບບລົງວາລະສານສະບັບໃໝ່ຂອງ Bustle ເຊິ່ງເປັນວາລະສານຊື່ດັງຂອງສະຫະລັດອາເມຣິກາ, Charlie Puth ກໍໄດ້ເຜີຍເລື່ອງສ່ວນຕົວທີ່ເຮັດໃຫ້ຫຼາຍຄົນປະຫຼາດໃຈໄປຕາມໆ ກັນ.

ໂດຍລາວບອກວ່າ “ຂ້ອຍຄິດວ່າການຈະມີຄວາມຄິດສ້າງສັນໄດ້ ກໍຕ້ອງມີຄວາມຕ້ອງການທາງເພດສູງໜ້ອຍໜຶ່ງ”  

ທັງນີ້ ເຫັນໄດ້ຊັດເຈນເຖິງຄວາມຕ້ອງການທາງເພດທີ່ສູງຂອງ Charlie ນັ້ນມັກຈະມີສະແດງໃຫ້ເຫັນໃນເນື້ອເພງຕ່າງໆ ທີ່ລາວແຕ່ງອອກມາ ແລະມັນສາມາດເຮັດໃຫ້ລາວປະສົບຄວາມສໍາເລັດໃນອຸດສາຫະກໍາເພງ ເຊັ່ນ: ຄວາມສໍາເລັດໃນ Billboard Hot 100.

ນອກຈາກນີ້ລາວຍັງບອກຄວາມລັບອີກຢ່າງໜຶ່ງຂອງຕົນເອງອີກວ່າ ລາວເຄີຍຊ່ວຍຕົນເອງ ໃນຂະນະທີ່ຟັງເພງຂອງ Maroon 5

“ເພງທໍາອິດທີ່ຂ້ອຍຟັງຕອນຊ່ວຍຕົນເອງ ນັ້ນຄືເພງ This Love ຂອງ Maroon 5…ແລ້ວຕອນນີ້ຂ້ອຍກໍເປັນໝູ່ທີ່ດີຂອງ Adam Levine (ນັກຮ້ອງວົງ Maroon 5) …ແລະ Adam ກໍບອກກັບຂ້ອຍວ່າ ມັນເປັນອີ່ຫຍັງທີ່ແປກຫຼາຍ”

ສໍາລັບນັກຮ້ອງຄົນດັງຄົນນີ້ ເລື່ອງເຊັກກັບດົນຕີນັ້ນຖືໄດ້ວ່າເປັນຂອງທີ່ຄູ່ກັນ. ດັ່ງນັ້ນເມື່ອຟັງເພງຂອງລາວກໍຢາກໃຫ້ມີອາລົມໄປກັບຈັງຫວະຂອງມັນ ແລະ Charlie ຍັງເຜີຍອີກວ່າ ລາວບໍ່ສາມາດເປີດເພງໄດ້ໃນຂະນະທີ່ລາວມີເຊັກ ເພາະວ່າມັນຈະເຮັດໃຫ້ລາວສົນໃຈໃນລາຍລະອຽດຂອງເພງ ແລະ ຈະມີຕົວໂນ໊ດເກີດຂຶ້ນມາໃນຫົວ ເຊິ່ງເຮັດໃຫ້ລາວບໍ່ມີອາລົມເຮັດກິດຈະກໍາທາງເພດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/