ບໍລິສັດຈີນແຫ່ງໜຶ່ງ ມອບຮາງວັນພະນັກງານແຫ່ງປີ ໃຫ້ກັບ AI ທີ່ມີຕຳແໜ່ງເປັນພະນັກງານນຳໜີ້


ຍຸກນີ້ເອີ້ນໄດ້ວ່າເປັນຍຸກທີ່ຫຼາຍໆ ອົງກອນໃຫ້ຄວາມສຳຄັນກັບເທັກໂນໂລຢີ ໂດຍສະເພາະເທັກໂນໂລຢີປັນຍາປະດິດ ຫຼື AI ທີ່ໜ່ວຍງານ, ອົງກອນ, ບໍລິສັດຕ່າງທົ່ວໂລກໄດ້ນຳມາໃຊ້ກັນຢ່າງຫຼວງຫຼາຍ ເພາະດ້ວຍຄວາມສາມາດທີ່ເຮັດວຽກໄດ້ຫຼາກຫຼາຍ ຈຶ່ງເຮັດໃຫ້ AI ສາມາດເຮັດວຽກແທນມະນຸດເຮົາໄດ້. ແຕ່ເຖິງຈະເປັນຢ່າງນັ້ນເຊື່ອວ່າ ໜ້າຈະມີບໍລິສັດພຽງບໍ່ເທົ່າໃດແຫ່ງໃນໂລກທີ່ອອກມາປະກາດຮາງວັນໃຫ້ກັບ AI ຂອງຕົນເອງ ຄືກັນກັບເລື່ອງລາວຕໍ່ໄປນີ້.

ເມື່ອບໍ່ດົນມານີ້ Vanke Group ເປັນບໍລິສັດອະສັງຫາລິມະຊັບຂະໜາດໃຫຍ່ຂອງຈີນ ໄດ້ອອກມາປະກາດວ່າພວກເຂົາໄດ້ຍົກຕຳແໜ່ງ “Employee of 2021” ຫຼື “ພະນັກງານແຫ່ງ ປີ 2021” ໃຫ້ກັບ AI ທີ່ມີຊື່ວ່າ “Cui Xiaopan” ເຊິ່ງມີໜ້າທີ່ເປັນເຈົ້າໜ້າທີ່ນຳໜີ້ຂອງບໍລິສັດ.

ການອອກມາປະກາດຮາງວັນໃນຄັ້ງນີ້ ຖືກເປີດຕົວອອກມາພ້ອມກັບຮູບພາບໃບໜ້າຂອງຜູ້ຍິງຄົນໜຶ່ງ ທີ່ທາງບໍລິສັດໃຊ້ AI ສ້າງຂຶ້ນມາໃຫ້ເປັນຮູບພາບຕົວແທນຂອງ Cui Xiaopan ນັ້ນເອງ. ໂດຍ AI ຕົວນີ້ໄດ້ມີການລະບຸວ່າ ຖືກສ້າງດ້ວຍເທັກໂນໂລຢີ ລະບົບ AI ຊັ້ນສູງທີ່ມີຊື່ວ່າ Xiaoice ຂອງ Microsoft China ເພື່ອຮຽນຮູ້ວິທິຄົ້ນຫາ ແລະ ແກ້ບັນຫາຂັ້ນຕອນການເຮັດວຽກ ຂອງພະນັກງານນຳໜີ້ທີ່ມັກຈະປະສົບພົບພໍ້.

ຜົນງານຂອງ Cui Xiaopan ກໍເອີ້ນໄດ້ວ່າເຮັດວຽກໄດ້ມີປະສິດທິພາບສົມກັບເປັນ AI ເພາະຈາກລາຍງານຂອງບໍລິສັດ ພົບວ່າ ຕັ້ງແຕ່ AI ຕົວນີ້ຖືກໃຊ້ວຽກເມື່ອ 10 ເດືອນກ່ອນ ມັນກໍປະສົບຜົນສຳເລັດໃນການເອີ້ນເກັບເງິນທີ່ຄ້າງຊຳລະເຖິງ 91.44% ຖືວ່າເຮັດວຽກໄດ້ດີແຊງໜ້າກວ່າໝູ່ຮ່ວມວຽກທີ່ເປັນຄົນແທ້ໆ ໄປແບບຂາດລອຍເລີຍ.

ຈາກການເຮັດວຽກໄດ້ດີເລີດຂອງ AI ຕົວດັ່ງກ່າວເຮັດໃຫ້ Yu Liang ຜູ້ທີ່ເປັນປະທານຄະນະກຳມະການບໍລິສັດ ໄດ້ອອກໂພສຊົມເຊີຍຜ່ານໂຊຊຽວມີເດຍຂອງຕົນເອງວ່າ “AI ຕົວນີ້ຮຽນຮູ້ວິທີການຂອງມະນຸດໄດ້ຢ່າງໄວວາ ເພື່ອຄົ້ນຫາບັນຫາໃນຂັ້ນຕອນການເຮັດວຽກແລະ ຂໍ້ມູນ, ສະແດງໃຫ້ເຫັນສັກກະຍະພາບທີ່ມີຫຼາຍກວ່າມະນຸດຫຼາຍແສນເທົ່າ”.

ການໄດ້ຮັບຮາງວັນຂອງ AI Cui Xiaopan ໃນຄັ້ງນີ້ ແນ່ນອນວ່າມັນເຮັດໃຫ້ເກີດກະແສໄປທົ່ວອິນເຕີເນັດ ບາງຄົນກໍຊົມເຊີຍເຖິງເທັກໂນໂລຢີ AI ທີ່ກ້າວໄປໄກ ແລະ ກໍມີຄົນຈຳນວນຫຼາຍໄດ້ອອກມາວິຈານແລະບໍ່ພໍໃຈການກະທຳຂອງບໍລິສັດ ໂດຍບອກວ່າຮາງວັນນີ້ຄວນມອບໃຫ້ກັບພະນັການທີ່ເປັນທີ່ເປັນມະນຸດແທ້ໆ ທີ່ພະຍາຍາມເຮັດວຽກໜັກເພື່ອບໍລິສັດມັນຈະດີກວ່າຫຼືບໍ່. ນອກຈາກນີ້ ມີການລາຍງານວ່າ Cui Xiaopan ເອົາຊະນະພະນັກງານຈຳນວນ 140,000 ຄົນ ແລະ ໄດ້ກາຍເປັນພະນັກງານປະຈຳປີ 2021 ຂອງບໍລິສັດ.

ຢ່າງໃດກໍຕາມ ເຖິງແມ່ນວ່າປະເດັນການມອບຮາງວັນນີ້ອາດຈະເປັນຂໍ້ໂຕ້ຖຽງກັນຢູ່ກໍຕາມ ແຕ່ກໍຕ້ອງຍອມຮັບວ່າ ໃນໄລຍະຫຼາຍປີທີ່ຜ່ານມາ ເທັກໂນໂລຢີ AI ຂອງຈີນໄດ້ຮັບຄວາມສົນໃຈແລະໄດ້ຮັບການພັດທະນາຢູ່ຕະຫຼອດມາ ເຊິ່ງມັນກໍຖືເປັນຄວາມກ້າວໜ້າອີກຂັ້ນໜຶ່ງຂອງວົງການ AI ເລີຍກໍວ່າໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/