ບຸກຄະລາກອນການແພດໃນລັດຟໍລິດ້າ ຍ່າງຖືປ້າຍ ແລະ ສັກວັກຊີນໃຫ້ປະຊາຊົນຕາມຫົນທາງ!!!


ດັ່ງທີ່ເຮົາຮູ້ ວ່າສະຫະລັດອາເມຣິກາ ທັງພາກລັດ ແລະ ແພດໝໍໄດ້ອອກມາລະດົມໃຫ້ປະຊາຊົນອອກມາສັກວັກຊີນຢ່າງໜັກ ມີທັງໂປຣໂມຊັນ ແລະ ບໍລິການຕ່າງໆ ໃຫ້ຄົນທີ່ມາສັກຕັ້ງແຕ່ຢ່າງໜ້ອຍໜຶ່ງ 1 ໂດສ.

ຫຼ້າສຸດ ໂລກອອນໄລນ໌ໄດ້ເຜີຍແຜ່ພາບຂອງບຸກຄະລາກອນການແພດຢູ່ລັດຟໍລິດ້າ ຍ່າງເລາະຖືປ້າຍສັກວັກຊີນ-19 ຢູ່ຕາມຫົນທາງ.​ ຜູ້ໃຊ້ Twitter ຊື່ @hollandpark ທີ່ເປັນຜູ້ໂພສຮູບໄດ້ບອກວ່າ ແຖວບ້ານມີແພດໝໍມາເລາະສັກວັກຊີນໃຫ້ກັນຢູ່ແຄມທາງເລີຍ ບໍ່ຕ້ອງຕໍ່ຄິວໃຫ້ຫຍຸ້ງຍາກ.

ໃນຂະນະດຽວກັນ ລັດຟໍລິດ້າໄດ້ສັກວັກຊີນໃຫ້ປະຊາຊົນແລ້ວປະມານ 17 ລ້ານຄົນ ໃນນັ້ນມີທັງຄົນທີ່ສັກ 1 ແລະ 2 ໂດສ, ສ່ວນຄົນທີ່ສັກຄົບ 2 ໂດສແລ້ວມີ 33.5%.

ຂອບໃຈທີ່ມາ: https://www.tnnthailand.com/news/socialtalk/79579/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/