ບັນດາຜູ່ນຳຊົນເຜົ່າຕ່າງໆໃນບຣາຊິວກຽມຟ້ອງຮ້ອງປະທານາທິບໍດີ “ຂໍ້ຫາກໍ່ອາຊະຍາກຳຕໍ່ມະນຸດຊາດ”ກໍລະນີທີ່ປ່າອາເມຊອນຖືກທຳລາຍ


ດັ່ງທີ່ເຮົາເຫັນຂ່າວທີ່ຜ່ານມາເລື່ອງການຕັດໄມ້ທຳລາຍປ່າອາເມຊອນຢ່າງໜັກໜ່ວງ ໂດຍທີ່ລັດຖະບານບຣາຊິວເອງກໍບໍ່ໄດ້ໃສ່ໃຈບັນຫາດັ່ງກ່າວປານໃດ, ໃນທີ່ສຸດບັນດາຜູ່ນຳຊົນເຜົ່າຕ່າງໆທີ່ອາໄສຢູ່ບໍລິເວນໃກ້ກັບປ່າອາເມຊອນ ກຽມຕົວຟ້ອງຮ້ອງປະທານາທິບໍດີ Jair Bolsonaro ຂໍ້ຫາອາຊະຍາກຳຕໍ່ມະນຸດໂລກດ້ານສິ່ງແວດລ້ອມ ຈາກການຕັດໄມ້ທຳລາຍປ່າອາເມຊອນ, ເຊິ່ງເປັນການກໍ່ໃຫ້ເກີດອັນຕະລາຍໂດຍກົງຕໍ່ມະນຸດໂລກ.

ບັນດາຜູ່ນຳຊົນເຜົ່າ ແລະ ກຸ່ມສິດທິມະນຸດ ກຳລັງຮຽກຮ້ອງສານອາຍາລະຫວ່າງປະເທດ International Criminal Court (ICC) ໃຫ້ກວດສອບປະທານາທິບໍດີບຣາຊິວໃນເລື່ອງການອອກມາດຕະການດ້ານສິ່ງແວດລ້ອມ ແລະ ການລະເມີດສິດທິຊົນພື້ນເມືອງ ເຊິ່ງພວກເຂົາບອກວ່າເປັນການທຳລາຍທຳມະຊາດ ແລະ ວິ່ງແວດລ້ອມ.

ສັນຍາລະຫວ່າງປະເທດ ICC ສ່ວນໃຫຍ່ແລ້ວຈະເຮັດວຽກດ້ານການຂ້າລ້າງເຜົ່າພັນ ແລະ ອາຊະຍາກຳດ້ານສົງຄາມ. ຢ່າງໃດກໍຕາມ ຫຼັງຈາກຖືກວິຈານ ຈຶ່ງເຮັດໃຫ້ໃນປີ 2016 ICC ຕັດສິນໃຈທີ່ຈະປະເມີນຄວາມເສຍຫາຍໃນກໍລະນີກວ້າງຂຶ້ນ ທີ່ລວມເຖິງອາຊະຍາກຳໃນດ້ານສິ່ງແວດລ້ອມ ຫຼື ວັດທະນະທຳເຊັ່ນກັນ.

William Bourdon ທະນາຍຄວາມຕົວແທນຜູ່ນຳຊົນເຜົ່າ ຜູ່ທີ່ຢື່ນຄຳຮ້ອງໃຫ້ມີການກວດສອບປະທານາທິບໍດີບອກວ່າ: ຄະດີນີ້ຈະເຮັດໃຫ້ Jair Bolsonaro ຖືກພິຈາລະນາຂຶ້ນສານໃນດ້ານການທຳລາຍສິ່ງແວດລ້ອມ.

ນັກວິທະຍາສາດເຕືອນວ່າ: ການກັບມາຂອງ Jair Bolsonaro ອາດຈະນຳພາປ່າອາເມຊອນໄປສູ່ຈຸດທີ່ປ່ຽນ  ແລະ ບໍ່ສາມາດກັບມາເປັນຄືເກົ່າໄດ້ອີກ.

Sonia Guajajara ຜູ່ນຳຂອງສະມາຄົມກຸ່ມຊົນເຜົ່າໃນບຣາຊິວບອກວ່າ “ສິ່ງທີ່ປະທານາທິບໍດີເຮັດນັ້ນ ບໍ່ພຽງແຕ່ເປັນອັນຕະລາຍຕໍ່ຄົນພື້ນເມືອງ ແຕ່ຍັງສ້າງບັນຫາໃຫ້ຄົນທັງໂລກ ເພາະວ່າສິ່ງນີ້ມັນກະທົບຕໍ່ໂລກ”

ທີ່ມາ: https://www.theguardian.com/world/2021/jan/23/jair-bolsonaro-could-face-charges-in-the-hague-over-amazon-rainforest?fbclid=IwAR0XtsIjr7P2uRmdZD8kIA77s1HUw9mP83tgQ2w7p89ONYzGYwld5BPSfdA

https://www.scmp.com/news/world/americas/article/3118990/brazils-indigenous-leaders-move-sue-president-jair-bolsonaro?fbclid=IwAR0hR_uTgv789dtf5eqYOZYcs1R9FM2OBpdUcAtTqlCg9fwubCyJZpZt3yU