“ນ້ຳຫອມປອມ” ໄດ້ຮັບຄວາມນິຍົມຫຼາຍກວ່າ ຈາກຜູ້ບໍລິໂພກຊາວອາເມຣິກາ


ຈາກການສຶກສາຂອງ “JUV Consulting” ບໍລິສັດທີ່ເຮັດການເກັບຜົນການສຳຫຼວດ ແລະ ວິເຄາະຂໍ້ມູນ ໄດ້ອອກມາເປີດເຜີນຂໍ້ມູນໃນຫົວຂໍ້ “Business of Fashion Insights” ພົບວ່າ ຫຼາຍກວ່າ 1 ໃນ 3 ຂອງຜູ້ບໍລິໂພກຊາວອາເມຣິກາທີ່ມີອາຍຸຕັ້ງແຕ່ 13 – 25 ປີ ເຕັມໃຈທີ່ຈະໃຊ້ສິນຄ້າ “Dupe” ຫຼື ສິນຄ້າປອມໃນຊີວິດປະຈຳວັນ.

ສິນຄ້າ “Dupe” ຫຼື “Duplicate” ທີ່ແປວ່າຈຳລອງ, ສຳເນົາ ຫຼື ຄືກັນ ເນື່ອງຈາກໃນປັດຈຸບັນສິນຄ້າມີການປັບປ່ຽນ ຫຼ້າສຸດທາງສຳນັກຂ່າວ Business Insider ໄດ້ລາຍງານວ່າ ຄວາມນິຍົມຂອງນ້ຳຫອມແບຣນ “Fine’ry” ທີ່ກຳລັງເປັນທີ່ສົນໃຈໃນຄົນຮຸ່ນໃໝ່ ເນື່ອງຈາກມີລາຄາປະຢັດ ແລະ ມີກິ່ນຫອມກວ່ານ້ຳຫອມແບຣນດັງ.

ນອກຈາກນີ້ “Fine’ry” ຍັງນຳສະເໜີກິ່ນອື່ນໆທີ່ເປັນສິນຄ້າ Dupe ທີ່ໄດ້ຮັບແຮງບັນດານໃຈມາຈາກແບຣນຫຼູທັງຫຼາຍ. ແຕ່ຢ່າງໃດກໍຕາມ ສິນຄ້າ Dupe ອາດຈະບໍ່ແມ່ນເລື່ອງໃໝ່ ເພາະຍັງມີແບຣນຍັກໃຫຍ່ຢ່າງ Zara ຫຼື Mark & Spencers ກໍຍັງມີການຜະລິດ ແລະ ຈຳໜ່າຍນ້ຳຫອມທີ່ໃຫ້ກິ່ນຄ້າຍຄືກັບແບຣນດັງໃນລາຄາທີ່ຖືກລົງນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/