ນາຍົກລາວ-ໄທ ສາມັກຄີ ຮ່ວມເປັນປະທານໃນພິທີວາງສິລາລືກ ຂົວມິດຕະພາບລາວ-ໄທ ແຫ່ງທີ 5

ນາຍົກລາວ-ໄທ

ພິທີວາງສິລາລືກໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ຕຸລາ 2022, ໂດຍໄດ້ຮັບກຽດການເປັນປະທານຮ່ວມຂອງ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ພົນເອກ ປຣະຍຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ເຊິ່ງມີຜູ້ແທນຂັ້ນສູງ ຈາກຝ່າຍລາວ ແລະ ຝ່າຍໄທ ກໍຄືຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ. ພິທີວາງສິລາລືກດັ່ງກ່າວ ໄດ້ຈັດຂຶ້ນຢູ່ທັງສອງຟາກຝັ່ງແມ່ນໍ້າຂອງ ລາວ ແລະ ໄທ ໂດຍເລີ່ມພິທີຈັດຂຶ້ນຢູ່ເບື້ອງຝັ່ງ ລາວ ແລະ ໄທ ຕາມລໍາດັບ.

ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ນີ້, ໄດ້ຮັບການເຫັນດີ ໃຫ້ມີການລິເລີ່ມປຶກສາຫາລືຮ່ວມກັນ ເພື່ອສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໃນປີ 2012, ເຊິ່ງຕໍ່ມາໃນປີ 2014 ມີການສໍາຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ ພາຍໃຕ້ການໃຫ້ການສະໜັບສະໜູນຂອງ ສໍານັກງານຄວາມຮ່ວມມືເພື່ອພັດທະນາເສດຖະກິດກັບປະເທດເພື່ອນບ້ານ (ອົງການ NEDA ຫຼື Neighbouring Countries Economic Development Cooperation Agency). ໃນປີ 2019 ໄດ້ມີການເຊັນຂໍ້ຕົກລົງ ວ່າດ້ວຍການກໍ່ສ້າງຂົວມິດຕະພາບດັ່ງກ່າວ ແລະ ໄດ້ມີການເລີ່ມການກໍ່ສ້າງໃນຕົ້ນປີ 2021, ເຊິ່ງຂົວມິດຕະພາບດັ່ງກ່າວ ມີລວງຍາວ 1.350 ແມັດ ໂດຍບໍ່ລວມທາງເຂົ້າ-ອອກຂົວ ທັງສອງຟາກແມ່ນໍ້າຂອງ ແລະ ໄດ້ມີກໍານົດທີ່ຈະກໍ່ສ້າງຂົວ, ອາຄານດ່ານເຂົ້າ-ອອກ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ສໍາເລັດໃນທ້າຍປີ 2023 ແລະ ເປີດນໍາໃຊ້ໃນຕົ້ນປີ 2024.

ນາຍົກລາວ-ໄທ

ໂຄງການກໍ່ສ້າງຂົວມິດຕະພາບ ແຫ່ງນີ້ ຍັງເປັນໂຄງການໜຶ່ງທີ່ນອນຢູ່ໃນແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026) ທີ່ທັງສອງປະເທດພວກເຮົາໄດ້ເຊັນຮ່ວມກັນ ໃນເດືອນມິຖຸນາ 2022 ທີ່ຜ່ານມາ ເພື່ອປະຕິບັດຕາມເຈດຕະນາລົມຂອງປະຊາຊົນສອງຊາດ ທີ່ເປັນບ້ານໃກ້ເຮືອນຄຽງທີ່ດີ ແລະ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ຍາວນານຫຼາຍກວ່າ 7 ທົດສະຫວັດ. ພ້ອມກັນນີ້, ຂົວມິດຕະພາບ ແຫ່ງທີ 5 ນີ້ ຍັງຈະເປັນໂຄງການທີ່ຕອບສະໜອງໃຫ້ແກ່ການຈັດຕັ້ງປະຕິບັດ ເປົ້າໝາຍ ທີ 5 ໃນການຮ່ວມມື, ເຊື່ອມໂຍງ ແລະ ເຊື່ອມຈອດພາຍໃນ, ພາກພື້ນ ແລະ ສາກົນ ໃຫ້ມີຄວາມທັນສະໄໝ ແລະ ເຂັ້ມແຂງ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ກໍຄື ການຈັດຕັ້ງປະຕິ ບັດວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາເສດຖະກິດສັງຄົມ ໄລຍະ 10 ປີ (2016-2025), ຍຸດທະສາດການເຊື່ອມໂຍງ-ເຊື່ອມຈອດ ກັບພາກພື້ນ ແລະ ສາກົນ ຂອງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືການຫັນເອົາ ສປປ ລາວ ຈາກປະເທດທີບໍ່ມີຊາຍແດນຕິດກັບທະເລ ເປັນສູນກາງການເຊື່ອມຈອດ. ໂຄງການຂົວມິດຕະພາບ ລາວ – ໄທ ແຫ່ງທີ 5 ເປັນໂຄງການທີ່ມີຄວາມສໍາຄັນໃນການເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງ ສອງປະເທດ ກໍຄືອະນຸພາກພື້ນ ກໍຄືໂຄງການເຊື່ອມໂຍງທາງດ້ານເສດຖະກິດ ຕາເວັນອອກ-ຕາເວັນຕົກ ໂດຍສະເພາະແມ່ນການເຊື່ອມໂຍງດ້ານຂົນສົ່ງຂອງ ສປປ ລາວ ກັບ ໄທ ຜ່ານທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ແລະ ເສັ້ນທາງ ເລກ 8 ເພື່ອອອກສູ່ ຫວຽດນາມ ໂດຍມີໄລຍະທາງພຽງແຕ່ 150 ກິໂລແມັດ, ເຊິ່ງລັດຖະບານລາວ ມີແຜນໃນການປັບປຸງເສັ້ນທາງດັ່ງກ່າວ ໃຫ້ໄດ້ມາດຕະຖານເພື່ອຮອງຮັບໃຫ້ແກ່ການຄົມມະນາຄົມ ແລະ ຂົນສົ່ງ. ສະນັ້ນ, ໂຄງການນີ້ຈຶ່ງເປັນສ່ວນໜຶ່ງທີ່ສໍາຄັນ ໃນການຍູ້ໜູນ ແລະ ສົ່ງເສີມການຄ້າ-ການລົງທຶນ, ການບໍລິການທາງຜ່ານ ແລະ ການທ່ອງທ່ຽວໃນອະນາຄົດ.

ນາຍົກລາວ-ໄທ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/