ນາຍົກລັດຖະມົນຕີອັງກິດ ລະບຸວ່າຍິງຂ້າມເພດ ບໍ່ຄວນລົງແຂ່ງໃນກິລາຂອງແມ່ຍິງ

ນາຍົກລັດຖະມົນ

ຫຼັງເກີດເຫດການໃນປະເທດອັງກິດ ເມື່ອ Emily Bridges, ນັກປັ່ນລົດຖີບສາວປະເພດສອງ ໄດ້​ອອກ​ມາ​​ຮຽກ​ຮ້ອງ​ຄວາມ​ຍຸ​ຕິ​ທໍາ​ ຫຼັງຈາກຖືກຫ້າມໂດຍສະຫະພັນລົດຖີບສາກົນ (UCI) ບໍ່ໃຫ້ແຂ່ງຂັນກັບແມ່ຍິງ ໃນການແຂ່ງຂັນ British National Omnium Championships ໃນອາ​ທິດ​ຜ່ານມາ ເຊິ່ງຄະນະກໍາມະການ British Cycling ໄດ້ຕັດສິນວ່າລາວບໍ່ມີສິດລົງແຂ່ງຂັນພາຍໃຕ້ແນວທາງໃນປັດຈຸບັນ.

ຢ່າງໃດກໍຕາມ, ທ່ານ Boris Johnson ນາຍົກລັດຖະມົນຕີປະເທດອັງກິດ ໄດ້ອອກມາສະແດງຄວາມຄິດເຫັນສ່ວນຕົວວ່າ ເພດຍິງ ຫຼື ຜູ້ທີ່ເຄີຍເປັນເພດຊາຍມາກ່ອນ ບໍ່ຄວນແຂ່ງຂັນກິລາຂອງເພດຍິງ.

ໃນຂະນະທີ່ລາວເດີນທາງໄປຢ້ຽມຢາມໂຮງໝໍແຫ່ງໜຶ່ງໃນອັງກິດ ລາວໄດ້ໃຫ້ສຳພາດກັບສື່ມວນຊົນວ່າ: ຂ້ອຍບໍ່ຄິດວ່າຜູ້ຍິງທີ່ເປັນຜູ້ຊາຍມາກ່ອນຄວນຈະລົງແຂ່ງຂັນໃນກິລາປະເພດຍິງ ບາງເທື່ອນີ້ອາດເປັນເລື່ອງທີ່ຖົກຖຽງກັນຢູ່ ແຕ່ເບິ່ງຄືວ່າຂ້ອຍຈະມີເຫດຜົນພຽງພໍ. ຂ້ອຍກໍຄິດຄືກັນວ່າແມ່ຍິງ ຄວນມີພື້ນທີ່ ທີ່ມີໄວ້ສຳລັບແມ່ຍິງເທົ່ານັ້ນ ຫາກວ່າເລື່ອງນີ້ມັນຈະເຮັດໃຫ້ຂ້ອຍຂັດແຍ້ງກັບຄົນອື່ນ ເຮົາກໍຈະຕ້ອງພະຍາຍາມຢ່າງເຕັມທີ່ເພື່ອຫາຄຳຕອບໃຫ້ເລື່ອງນີ້.

ນາຍົກລັດຖະມົນ

ນັ້ນບໍ່ໄດ້ໝາຍຄວາມວ່າຂ້ອຍບໍ່ເຫັນໃຈຄົນທີ່ຕ້ອງການຈະປ່ຽນເພດ ເພື່ອການປ່ຽນແປງ ແລະ ທີ່ສຳຄັນທີ່ສຸດແມ່ນເຮົາຈະຕ້ອງມອບຄວາມຮັກຄວາມເຄົາລົບ ແລະ ການສະໜັບສະໜູນ ໃນການຕັດສິນໃຈເຫຼົ່ານັ້ນ. ແຕ່ບັນຫາເຫຼົ່ານີ້ເປັນເລື່ອງທີ່ຊັບຊ້ອນຫຼາຍ ແລະ ເຮົາບໍ່ສາມາດແກ້ບັນຫານີ້ໄດ້ດ້ວຍກົດໝາຍສະບັບດຽວ ຫຼື ແກ້ໄດ້ແບບງ່າຍໆ ມັນຕ້ອງໃຊ້ຄວາມຄິດຢ່າງຫຼາຍ ແລະ ອີກຫຼາຍຂັ້ນຕອນເພື່ອເຮັດໃຫ້ມັນຖືກຕ້ອງ ແລະ ເໝາະສົມ.

ນາຍົກລັດຖະມົນ

ນອກຈາກນີ້ Stonewall ອົງກອນການກຸສົນ LGBT+ ໄດ້ກ່າວເຖິງປະເດັນນີ້ເຊັ່ນກັນວ່າ: “ຄົນຂ້າມເພດຄວນໄດ້ຮັບໂອກາດຄືກັບຄົນເພດອື່ນໆ ທີ່ຈະໄດ້ຮັບຜົນປະໂຫຍດຈາກການຫຼິ້ນກິລາ ເຊິ່ງການຍົກເວັ້ນກຸ່ມຄົນຂ້າມເພດວ່າບໍ່ໃຫ້ພວກເຂົາເຂົ້າຮ່ວມ ມັນເປັນເລື່ອງທີ່ບໍ່ຍຸຕິທຳສຳລັບພວກເຂົາ. ນອກຈາກນີ້ ກິລາຍັງເປັນຢາວິເສດ ແລະ ມັນ​ເປັນ​ສິ່ງ​ສຳຄັນ ​ທີ່​ຜູ້​ປ່ຽນ​ເພດ​ຈະໄດ້​ມີ​ໂອກາດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຂອງ​ກິລາ​ໂດຍ​ບໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ຈຳ​ແນ​ກ ຫຼື​ ການ​ກໍ່​ກວນໃດໆ.”

ນາຍົກລັດຖະມົນ

ສໍາລັບ Emily Bridges, ນັກປັ່ນລົດຖີບອາຍຸ 21 ປີໄດ້ແຂ່ງຂັນໃນການແຂ່ງຂັນລົດຖີບຍິງເປັນຄັ້ງທໍາອິດ. ຫຼັງຈາກເລີ່ມເຂົ້າບຳບັດ ປິ່ນປົ່ວ ດ້ວຍຮໍໂມນໃນປີກາຍນີ້ເພື່ອຫຼຸດຜ່ອນລະດັບ Testosterone (ຮໍໂມນເພດຊາຍ) ໃນຮ່າງກາຍ.

ໂດຍຂໍ້ຫ້າມຂອງ British Cycling ກຳນົດໃຫ້ຜູ້ຂີ່ລົດຖີບໃນການແຂ່ງຂັນ ນັກແຂ່ງຕ້ອງມີຮໍໂມນເພດຊາຍໃນລະດັບຕໍ່າວ່າ 5 ນາໂນໂມລ ຕໍ່ 1 ລິດ ເປັນເວລາ 12 ເດືອນກ່ອນການແຂ່ງຂັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/