ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ ຣານິລ ວິກົມສິງເຫ (Ranil Wickremesinghe) ນາຍົກລັດຖະມົນຕີແຫ່ງສີລັງກາ ໄດ້ອອກມາຍອມຮັບເມື່ອວັນອັງຄານ ທີ 5 ກໍລະກົດທີ່ຜ່ານມາວ່າ ສີລັງກາຢູ່ໃນພາວະລົ້ມລະລາຍຢ່າງຮຽບຮ້ອຍແລ້ວ ຫຼັງຈາກທີ່ຕ້ອງປະເຊີນກັບວິກິດທາງການເງິນຄັ້ງຮຸນແຮງ ແລະ ສູງສຸດໃນຮອບຫຼາຍສິບປີຕັ້ງແຕ່ໄດ້ຮັບເອກະລາດຈາກອັງກິດເມື່ອ 74 ປີກ່ອນ.

ທັງນີ້ ເສດຖະກິດຂອງສີລັງກາແມ່ນເລີ່ມເຂົ້າສູ່ສະພາວະຖົດຖອຍຕັ້ງແຕ່ໄລຍະທ້າຍປີ 2020 ເຊິ່ງໃນຂະນະນັ້ນທາງລັດຖະບານກໍໄດ້ກ່າວວ່າເປັນຍ້ອນການລະບາດຂອງໂຄວິດຈົນເຮັດໃຫ້ຂາດລາຍໄດ້ຈາກພາກການທ່ອງທ່ຽວ. ແຕ່ຜູ້ຊ່ຽວຊານເບິ່ງວ່າ ປັດໄຈສຳຄັນທີ່ສຸດທີ່ພາໃຫ້ປະເທດມາຮອດຈຸດນີ້ ຫຼັກໆກໍຄືບັນຫາຈາກການບໍລິຫານຈັດການເສດຖະກິດທີ່ບໍ່ດີຂອງລັດຖະບານ ລວມໄປຮອດໜີ້ສິນຕ່າງປະເທດ ໂດຍສະເພາະການກໍ່ສ້າງໜີ້ກັບຈີນຢ່າງມະຫາສານ.

ທາງດ້ານ ຣານິລ ວິກົມສິງເຫ ກ່າວວ່າ ການເຈລະຈາກັບກອງທຶນລະຫວ່າງປະເທດ (IMF) ເພື່ອກູ້ຢືມເງິນສຸກເສີນມາເພື່ອຊໍາລະໜີ້ສິນ ແລະອຸ້ມເສດຖະກິດທີ່ຫຼົ້ມສະຫຼາຍນັ້ນອາດມີຄວາມເປັນໄປໄດ້ຍາກ ເພາະໃນຄັ້ງນີ້ສີລັງກາຈະໄປຂໍເຈລະຈາໃນຖານະປະເທດທີ່ລົ້ມລະລາຍ ບໍ່ແມ່ນປະເທດທີ່ກໍາລັງພັດທະນາແບບຄືກັບໃນອະດີດ.

“ຂະນະນີ້ເຮົາກໍາລັງຈະເຂົ້າເຈລະຈາໃນຖານະປະເທດທີ່ລົ້ມລະລາຍ ດັ່ງນັ້ນ ເຮົາຈະຕ້ອງປະເຊີນກັບສະຖານະການທີ່ຍາກແລະຊັບຊ້ອນກວ່າການເຈລະຈາໃນຄັ້ງກ່ອນ” ຣານິລ ກ່າວຕໍ່ສະພາຂອງປະເທດ “ເນື່ອງຈາກພາວະລົ້ມລະລາຍໃນປະເທດຂອງເຮົາ ເຮົາຕ້ອງຍື່ນແຜນຄວາມຍືນຍົງຂອງໜີ້ (Fiscal Sustainability) ຕໍ່ IMF ເສີມນໍາແລະເມື່ອ IMF ພໍໃຈກັບແຜນດັ່ງກ່າວ ເຮົາຈຶ່ງຈະສາມາດບັນລຸຂໍ້ຕົກລົງໄດ້ ນີ້ບໍ່ແມ່ນຂະບວນການທີ່ກົງໄປກົງມາ”.

ອີກເຫດການໜຶ່ງກໍຄື ສີລັງກາຜິດນັດຊໍາລະໜີ້ສິນຕ່າງປະເທດຄັ້ງທໍາອິດເມື່ອເດືອນພຶດສະພາທີ່ຜ່ານມາ ແລະຫຼັງຈາກນັ້ນກໍຂາດແຄນເງິນຕາສໍາຮອງຕ່າງປະເທດທີ່ຈະໃຊ້ຈ່າຍເພື່ອນໍາເຂົ້ານ້ຳມັນ ຈົນນໍາໄປສູ່ການຂາດແຄນເຊື້ອໄຟຢ່າງຮຸນແຮງທົ່ວປະເທດ.

ທາງດ້ານ ໂກຕາບາຍາ ຣາຊະປັກສາ (Gotabaya Rajapaksa) ກໍໄດ້ໂພສຂໍ້ຄວາມລົງໃນ Twitter ເພື່ອຮ້ອງຂໍຄວາມຊ່ວຍເຫຼືອຈາກຜູ້ນຳຣັດເຊຍ ວະລາດິເມຍ ປູຕິນ ໂດຍມີການລະບຸວ່າ ຂໍໃຫ້ຜູ້ນໍາຣັດເຊຍມອບເຄຣດິດການນໍາເຂົ້າເຊື້ອໄຟໃຫ້ກັບສີລັງກາ.

ນອກຈາກນີ້ ຣານິລ ຍັງໄດ້ລະບຸວ່າ ພາຍໃນທ້າຍປີນີ້ ເງິນເຟີ້ອາດຂຶ້ນສູງແຕະທີ່ລະດັບ 60% ສ່ວນການເຈລະຈາກັບກອງທຶນລະຫວ່າງປະເທດ ຄາດວ່າອາດຈະຕ້ອງໃຊ້ເວລາເຖິງເດືອນສິງຫາ. 

“ນີ້ເປັນການເດີນທາງທີ່ຍາກລໍາບາກແລະຂົມຂື່ນ” “ແຕ່ທ້າຍສຸດແລ້ວບັນຫາຈະຖືກບັນເທົາ ແລະ ຄວາມຄືບໜ້າຈະເກີດຂຶ້ນ” ຣານິລ ໄດ້ກ່າວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply