ນາຍົກນິວຊີແລນ ກຽມຈະແຕ່ງງານໃນລະດູຮ້ອນທີ່ຈະມາເຖິງນີ້!!!


ໃນນາທີນີ້ໃຜໆກໍຮູ້ຈັກນາຍົກຍິງຄົນເກັ່ງຂອງນິວຊີແລນ “ຈາຊິນດາ ອາເດິນ” (Jacinda Ardern) ເຊິ່ງຂຶ້ນຊື່່ວ່າເປັນາຍົກທີ່ອາຍຸນ້ອຍທີ່ສຸດ ແລະ ຍັງໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີຂອງນິວຊີແລນເຖິງ 2 ສະໄໝ ເຊິ່ງໃນໄລຍະເວລາທີ່ລາວດຳເນີນຕຳແໜ່ງນາຍົກຢູ່ນັ້ນ ມີຜົນງານອອກມາຢ່າງຫຼວງຫຼາຍ ຈົນປະຊາຊົນມີຄວາມພໍໃຈຕໍ່ນາຍົກຄົນນີ້.

ໃນສ່ວນຊີວິດສ່ວນຕົວນັ້ນ ຈາຊິນດາ ອາເດິນ ໄດ້ໝັ້ນກັບ Clarke Gayford ທີ່ເປັນພິທີກອນໂທລະພາບ ເຊິ່ງທັງສອງໄດ້ພົບກັນຕັ້ງຕັ້ງແຕ່ປີ 2012 ແລະ ມີລູກສາວນຳກັນໜຶ່ງຄົນ ອາຍຸ 2 ປີ,​ ເປັນນາຍົກຄົນທີ 2 ຂອງໂລກທີ່ໃຫ້ກຳເນີດລູກໃນລະຫວ່າງດຳລົງຕຳແໜ່ງ.

ຫຼ້າສຸດ ຈາຊິນດາ ອາເດິນ ກໍໄດ້ປະກາດອອກທາງລາຍການວິທະຍາວ່າ ຕົນເອງ ແລະ ຄົນຮັກກຳລັງຈະແຕ່ງງານກັນໃນລະດູຮ້ອນທີ່ຈະມາເຖິງນີ້ ເຊິ່ງລະດູຮ້ອນທີ່ວ່າແມ່ນອີງຕາມຊີກໂລກໃຕ້ ທະວີບອອສເຕເລຍຄືໃນລະຫວ່າງເດືອນທັນວາ-ເດືອນກຸມພາ.

ຖືວ່າເປັນເລື່ອງທີ່ໜ້າຍິນດີອີກເລື່ອງໜຶ່ງຂອງປະເທດນິວຊີແລນ, ອາເດິນໄດ້ບອກວ່າ ຕົນເອງອາຍຸລາຍເກີນຈະຈັດງານແຕ່ງແລ້ວ ອາດຈະຈັດງານລ້ຽງນ້ອຍໆ ແລະ ເຊີນແຂກທີ່ຮັກແພງມາຮ່ວມກິນເຂົ້ານຳກັນເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:
https://www.matichon.co.th/foreign/news_2710521
https://bit.ly/33nAIDf

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/