ນາງເອກແຖວໜ້າ “ລູກນຳ້ ທິດາລັດ” ຍິງລາວຄົນທຳອິດທີ່ໄດ້ຄວ້າລາງວັນ Model Star Award 2020 ຈາກ ສ.ເກົາຫຼີ


ເອີ້ນໄດ້ວ່າເປັນການສ້າງປະຫວັດສາດໜ້າໃຫມ່ໄປອີກບາດກ້າວໜຶ່ງສຳລັບວົງການບັນເທີງລາວ ທີ່ຫຼ້າສຸດ “ລູກນຳ້ ທິດາລັດ ວົງສິຣິ” ນາງເອກຊຸບຕາລະດັບແຖວໜ້າຂອງບ້ານເຮົາໄດ້ຮັບລາງວັນ Model Star Award 2020 ໃນເວທີ Asia Model Festival ທີ່ໄດ້ຈັດຂຶ້ນໃນກຸງໂຊລ ປະເທດ ສ.ເກົາຫຼີ.

Asia Model Festival 2020 ປີນີ້ແມ່ນຖືກຈັດຂຶ້ນເປັນຄັ້ງທີ 15 ນັບຈາກປີ 2006 ເປັນຕົ້ນມາ ດ້ວຍຄວາມຕັ້ງໃຈໃນການເປັນເວທີກາງທີ່ນຳສະເໜີ ນາງແບບ, ແຟຊັ້່ນ ແລະ ອຸດສະຫະກຳຄວາມງາມທົ່ວທະວີບອາຊີສູ່ລະດັບໂລກ ເຊິ່ງໃນປີນີ້, ງານເທສະການດັ່ງກ່າວໄດ້ຈັດຂຶ້ນໃນຮູບແບບອອນລາຍຢ່າງດຽວ ຜ່ານ live-streamed ຈາກຊ່ອງ YouTube ຂອງ “Asia Model Festival”  

ເນື່ອງຈາກປີນີ້ ໄດ້ມີມາດຕະການຄວບຄຸມສະຖານະການການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ເຮັດໃຫ້ ນາງເອກຊຸບຕາ “ລູກນຳ້” ບໍ່ສາມາດເດີນທາງໄປຮັບລາງວັນດັ່ງກ່າວດ້ວຍຕົວເອງໄດ້ ແຕ່ທັງນີ້, ລູກນຳ້ ກໍໄດ້ໂພສເຜີຍຄວາມຮູ້ສຶກສ່ວນຕົວທີ່ໄດ້ຮັບລາງວັນວ່າ “ໂອ້ຍຍຍ ຢາກຈະກີດດດດ….ດັງໆ (ເວົ້າຫຍັງອະ ບໍ່ເຂົ້າໃຈ) ແປໃຫ້ແນ່ Anyways… ຂອບໃຈຫຼາຍໆສຳລັບລາງວັນອັນຊົງກຽດນີ້ ລາງວັນທຳອິດໃນຊີວິດເລີຍ ເສຍດາຍທີ່ບໍ່ໄດ້ໄປຮັບລາງວັນດ້ວຍຕົວເອງ ແຕ່ກາຂອບໃຈ Asia Model Festival ທີ່ມອບລາງວັນ Model Star Award ໃຫ້ນຳ”

ລູກນຳ້ ຍັງເສີມຕໍ່ອີກວ່າ “ຂອບໃຈຫຼາຍໆ ທີ່ໄດ້ເປັນຄົນລາວຄົນທຳອິດທີ່ໄດ້ຮັບລາງວັນນີ້ ຂອບໃຈຄອບຄົວທີ່ໃຫ້ກຳລັງໃຈມາຕະຫຼອດ ຂອບໃຈໂຄງການປະກວດ ນາງສາວລາວ ຂອບໃຈຜູ້ໃຫຍ່ທຸກໆຄົນທີ່ໃຫ້ໂອກາດນຳ້ ຂອບໃຈອ້າຍ Tar Apacts ທີ່ສອນນຳ້ມາຕະຫຼອດ ຂອບໃຈ Chitthina Misaiphon Jeab Napassarin TongKhun Ch ຂອບໃຈອ້າຍເຜັດ ແລະ Steve Kang ແລະ ທີ່ຂາດບໍ່ໄດ້ເລີຍ ແຟນໆທຸກຄົນທີ່ໃຫ້ກຳລັງໃຈນຳ້ມາຕະຫຼອດ ຍັງຂາດເຫຼືອໃຜທີ່ຍັງບໍ່ໄດ້ກ່າວຕ້ອງຂໍໂທດມານະທີ່ນີ້ເດີ ແຕ່ຢາກຂອບໃຈທຸກໆຄົນຈາກໃຈອີ່ຫລີ”

ຮັບຊົມໄດ້ການປະການລາງວັນແບບເຕັມໄດ້ທີ່: https://youtu.be/IhX_dMdXquQ

ຮັບຊົມວິນາທີທີ່ “ລູກນຳ້” ຖືກປະກາດຊື່ຮັບລາງວັນໄດ້ທີ່: https://www.facebook.com/watch/?v=509449459946481

ທີ່ມາ: https://www.facebook.com/Talk2Teen/photos/a.1445959852308007/2840086836228628/?_rdc=1&_rdr