“Munch Museum” ພິພິທະພັນແຫ່ງໃໝ່ທີ່ໃຫຍ່ທີ່ສຸດຂອງນໍເວ ທີ່ຈະນຳເອົາຜົນງານສີລະປະທີ່ມີຊື່ສຽງຢ່າງ “The Scream” ແລະ ຜົນງານຫຼາຍກວ່າ 40,000 ຜົນງານກ່ຽວກັບ “Edvard Munch” ຈິດຕະກອນຊາວນໍເວທີ່ມີສີມືລະດັບໂລກ ທີ່ເສຍຊີວິດໃນປີ 1944 ຕອນນີ້ກຳລັງຈະຖືກຍ້າຍໄປສະຖານທີ່ແຫ່ງໃໝ່ Munch Museum ພິພິທະພັນສຸດອະລັງການໃນນະຄອນອອສໂລ ເມືອງຫຼວງແຫ່ງປະເທດນໍເວ.
Munch Museum ນີ້ເອີ້ນໄດ້ວ່າເປັນພິພິທະພັນທີ່ມີຜູ້ຄົນລໍຖ້າຫຼາຍທີ່ສຸດແຫ່ງໜຶ່ງໃນໂລກກໍວ່າໄດ້ ເພາະຕ້ອງລໍຖ້າມາດົນເຖິງ 13 ປີ ນັບຈາກທີ່ສະພາເມືອງອອສໂລຕັດສິນໃຈສ້າງພິພິທະພັນແຫ່ງໃໝ່ສຳລັບງານສີລະປະຂອງ Munch ໂດຍຍ້າຍຈາກບ້ານເກົ່າໃນ Tøyen ທາງຝັ່ງຕະເວັນອອກຂອງອອສໂລ.

ຈາກຂ່າວພາຍໃນລາຍງານວ່າ ໂຄງການຂອງພິພິທະພັນແຫ່ງນີ້ຈະພ້ອມຮັບຜູ້ມາຢ້ຽມຢາມໃນລະດູໃບໄມ້ປົ່ງຂອງປະເທດນໍເວປີນີ້ ແຕ່ຫຼ້າສຸດແມ່ນໄດ້ມີການເລື່ອນໄປເປັນຊ່ວງລະດູໃບໄມ້ຫຼົ່ນແລ້ວ. ເຊິ່ງພິພິທະພັນນີ້ໄດ້ຮັບການອອກແບບໂດຍ Estudio Herreros ສະຖາປະນິກຊາວສະເປນໂດຍໄດ້ອອກແບບເປັນ ອາຄານສູງ 13 ຊັ້ນ, ມີຫ້ອງວາງການສະແດງ (Gallery) 11 ແຫ່ງ ກະຈາຍຢູ່ທົ່ວທຸກຊັ້ນ, ພື້ນທີ່ສ່ວນໃຫຍ່ເປັນເລື່ອງລາວຊີວິດ ແລະ ສີລະປະຂອງ Munch ລວມເຖິງຜົນງານຂອງສີລະປິນສະໄໝໃຫມ່ ແລະ ສີລະປິນຮ່ວມສະໄໝຄົນອື່ນໆມາຮ່ວມຈັດສະແດງ.
ພິພິທະພັນນີ້ແມ່ນຕັ້ງຢູ່ບໍລິເວນອ່າວ Bjørvika ເຊິ່ງເປັນເຂດແຄມແມ່ນຳ້ອັນທັນສະໄໝໃນນະຄອນອອສໂລ. ແນ່ນອນວ່າ ນໍເວເປັນປະເທດທີ່ໃສ່ໃຈດ້ານສິ່ງແວດລ້ອມບໍ່ໜ້ອຍກວ່າໃຜ ພິພິທະພັນແຫ່ງໃໝ່ນີ້ຈຶ່ງເປັນສ່ວນໜຶ່ງຂອງຄວາມຮ່ວມມື “FutureBuilt” ທີ່ເປັນການອອກແບບໂດຍມີຈຸດມຸ່ງໝາຍເພື່ອລົດການປ່ອຍກາສເຮືອນແກ້ວໃນການກໍ່ສ້າງ. ດັ່ງນັ້ນ, Munch Museum ຈຶ່ງສ້າງຂຶ້ນຈາກເຫຼັກ ແລະ ຄອນກີດທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ດ້ານໜ້າຂອງພິພິທະພັນເຮັດມາຈາກອະລູມີນຽມທີ່ສະທ້ອນແສງກັບຜືນນຳ້ໄດ້.


ພາບ: Munchmuseet
ທີ່ມາ:
- https://www.munchmuseet.no/en/about/
- https://www.theartnewspaper.com/news/opening-of-new-munch-museum-delayed-until-autumn
https://web.facebook.com/2383038898590898/posts/2987735211454594/?d=n&_rdc=1&_rdr