ນັກຮຽນ-ນັກສຶກສາອິນໂດເນເຊຍລວມຕົວກັນປະທ້ວງໃຫຍ່ ຫຼັງຈາກມີຂ່າວລືການເລື່ອນເລືອກຕັ້ງປະທານາທິບໍດີ

ນັກຮຽນ-ນັກສຶກ

ນັກຮຽນ-ນັກສຶກ

ໃນວັນທີ 11 ເມສາທີ່ຜ່ານມາ ຕາມການລາຍງານຂອງເວັບໄຊ thediplomat ໄດ້ລະບຸວ່າ ນັກຮຽນ-ນັກສຶກສາ ຂອງປະເທດອິນໂດເນຍເຊຍໄດ້ພາກັນລວມຕົວພ້ອມລຸກຮືຂຶ້ນໃນຫຼາຍໆຕົວເມືອງທົ່ວປະເທດ ໂດຍສະເພາະໃນນະຄອນຈາກາຕ້າ ໂດຍການລວມກັນເພື່ອປະທ້ວງໃນຄັ້ງນີ້ຖືວ່າເປັນການປະທ້ວງໃຫຍ່ໃນໄລຍະ 2-3 ອາທິດທີ່ຜ່ານມາ ເຊິ່ງສາເຫດກໍຍ້ອນວ່າ ມີກະແສຂ່າວລືວ່າທາງການອິນໂດເນເຊຍຈະເລື່ອນການເລືອກຕັ້ງປະທານາທິບໍດີທີ່ຈະຈັດຂຶ້ນໃນຕົ້ນປີ 2024 ອອກໄປອີກ ແລະ ຂະຫຍາຍວາລະການດໍາລົງຕຳແໜ່ງຂອງ Joko Widodo ຜູ້ທີ່ເປັນປະທານາທິບໍດີຄົນປັດຈຸຂອງອິນໂດເນເຊຍ ໃຫ້ຍາວນານຂຶ້ນໄປອີກ.

ນັກຮຽນ-ນັກສຶກ

ຈາກຂ່າວລືດັ່ງກ່າວແມ່ນໄດ້ສ້າງຄວາມບໍ່ພໍໃຈໃຫ້ກັບບັນດາຄົນໄວໜຸ່ມທີ່ເປັນນັກຮຽນ-ນັກສຶກສາແລະກຸ່ມຄົນຮຸ່ນໃໝ່ໃນອິນໂດເນເຊຍຢ່າງມະຫາສານ ເພາະພວກເຂົາເຫຼົ່ານັ້ນແມ່ນຕ້ອງການໃຫ້ປະທານາທິບໍດີ Joko Widodo ເຮັດຕາມກະຕິກາຂອງການເມືອງ ພ້ອມນັ້ນຍັງຮຽກຮ້ອງໃຫ້ນັກການເມືອງຍຶດໝັ້ນໃນສຽງຂອງປະຊາຊົນ.

ນັກຮຽນ-ນັກສຶກ

ຕໍ່ມາປະທານາທິບໍດີ Joko Widodo ກໍໄດ້ອອກມາປະຕິເສດພ້ອມຢືນຢັນວ່າກະແສຂ່າວລືທີ່ມີການເລື່ອນເລືອກຕັ້ງນັ້ນບໍ່ແມ່ນຄວາມຈິງ ແລະ ການເລືອກຕັ້ງແມ່ນຈະຍັງຈັດຂຶ້ນໃນວັນທີ 14 ກຸມພາ 2024 ຕາມເດີມທີ່ເຄີຍລະບຸໄວ້ ທັງນີ້ ປະທານາທິບໍດີ Joko Widodo ນັ້ນເຄີຍຊະນະການເລືອກຕັ້ງມາແລ້ວ 2 ຄັ້ງ ໃນປີ 2014 ແລະ ປີ 2019 ພ້ອມກັບບໍລິຫານອິນໂດເນເຊຍມາຍາວນານກວ່າ 7 ປີແລ້ວ.

ນັກຮຽນ-ນັກສຶກ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/