ນັກຮຽນລວມຕົວກັນປະທ້ວງ ຜູ້ອຳນວຍການໂຮງຮຽນທີ່ລັກເບິ່ງຄູອາບນ້ຳ ແລ້ວຄະດີບໍ່ຄືບໜ້າ!


ມື້ວານນີ້ເກີດມີກະແສຮ້ອນແຮງໄປທົ່ວໂຊຊຽວມີເດຍຂອງປະເທດໄທ ເມື່ອນັກຮຽນໃນບຶງການ ໄດ້ອອກມາລວມຕົວກັນຂັບໄລ່ຜູ້ອຳນວຍການຂອງໂຮງຮຽນ ຫຼັງຈາກທີ່ຖືກຈັບໄດ້ວ່າລັກເບິ່ງຄູຜູ້ຍິງອາບນ້ຳ ແຕ່ຄະດີຄວາມບໍ່ຄືບໜ້າ.

ໂດຍເຫດການນີ້ເກີດຂຶ້ນເມື່ອວັນທີ 20 ມັງກອນທີ່ຜ່ານມາ ຄູຜູ້ຍິງຂອງໂຮງຮຽນແຫ່ງໜຶ່ງ ສົງໄສວ່າຕົນເອງຖືກລັກເບິ່ງໃນຂະນະອາບນ້ຳຢູ່ໃນເຮືອນພັກຄູ ໃນຕອນນັ້ນດ້ວຍຄວາມເປັນກັງວົນຄູຈຶ່ງໄດ້ສົ່ງຂໍ້ຄວາມຜ່ານ line ໄປຫາຄູຜູ້ຊາຍທີ່ເປັນໝູ່ກັນແລະເປັນຄູທີ່ເຂົ້າເຮັດວຽກໃນມື້ນັ້ນ ໃຫ້ມາກວດສອບເບິ່ງໃຫ້.

ເມື່ອຄູຜູ້ຊາຍມາຮອດບໍລິເວນດັ່ງກ່າວ ກໍສັງເກດເຫັນເປັນຄືເງົາຄົນມາເບິ່ງແທ້ໆ ແຕ່ເງົານັ້ນກໍແລ່ນໜີໄປກ່ອນແລ້ວ. ຕໍ່ມາ ຄູຜູ້ຊາຍກໍໄດ້ໄປຂໍເບິ່ງວິດີໂອກ້ອງວົງຈອນປິດນຳຜູ້ນຳອວຍການໂຮງຮຽນໃນມື້ເກີດເຫດ ແຕ່ວ່າຜູ້ອຳນວຍການໄດ້ຕອບກ່ອນທີ່ຈະເບິ່ງວິດີໂອວ່າ “ບໍ່ຕ້ອງເບິ່ງດອກ ຂ້ອຍນີ້ແຫຼະທີ່ເປັນຄົນໄປເບິ່ງ ຂໍໂທດນຳ” ຈາກນັ້ນກໍຍິ້ມໃຫ້ຄູຜູ້ຊາຍ.

ຫຼັງຈາກຄູຜູ້ຍິງຮູ້ເລື່ອງກໍໄດ້ໄປແຈ້ງຄວາມ ແລ້ວກໍມີການກວດເບິ່ງກ້ອງວົງຈອນປິດ ກໍພົບວ່າເປັນ ຜູ້ອຳນວຍການ ທີ່ຢູ່ເຮືອນຂ້າງໆໄປເບິ່ງອີ່ຫຼີ.

ໂດຍໃນວິດີໂອແມ່ນສະແດງໃຫ້ເຫັນຕອນທີ່ຜູ້ອຳນວຍການອອກຈາກເຮືອນເຊິ່ງໄດ້ນຸ່ງແຕ່ຜ້າເຊັດຕົວຜືນດຽວ ແລະ ຕອນທີ່ແລ່ນກັບເຮືອນໄດ້ເຮັດຜ້າຫຼຸດອອກຈາກຕົວ.

ໃນຄືນວັນທີ 26 ມັງກອນ ປະເດັນນີ້ໄດ້ກາຍເປັນຂ່າວຮ້ອນແຮງຂຶ້ນມາ ໂດຍຊ່ອງ ອຳມະຣິນ (ຊ່ອງຂ່າວໄທ) ໄດ້ເອົາມານຳສະເໜີ .

ຫຼ້າສຸດໃນວັນທີ 27 ມັງກອນນີ້ ຜູ້ອຳນວຍການຄົນດັ່ງກ່າວຍັງມາເຮັດວຽກທີ່ໂຮງຮຽນປົກກະຕິ ເຮັດຄືບໍ່ມີຫຍັງເກີດຂຶ້ນ ສ່ວນທາງຄູຜູ້ທີ່ເປັນຝ່າຍເສຍຫາຍນັ້ນມີອາການທຸກໃຈ ຮ້ອງໄຫ້ທຸກມື້ ເນື່ອງຈາກຄະດີຄວາມຍັງບໍ່ຄືບໜ້າ ເຖິງວ່າຈະແຈ້ງຄວາມຕາມກົດໝາຍໄປແລ້ວ.

ຈາກເຫດການດັ່ງກ່າວ ເຮັດໃຫ້ນັກຮຽນໃນໂຮງຮຽນບໍ່ພໍໃຈຫຼາຍ ຈຶ່ງໄດ້ມີການລວມຕົວກັນໃນບໍລິເວນໂຮງຮຽນ ແລະ ຖ່າຍທອດສົດສະຖານະການລົງໂຊຊຽວມີເດຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ຄູຜູ້ເສຍຫາຍ, ໃຫ້ທຸກຄົນຮັບຮູ້ເຖິງພຶດຕິກຳທີ່ບໍ່ເໝາະສົມ ແລະ ຕ້ອງການໃຫ້ມີການລົງໂທດ ຜູ້ອຳນວຍການ ໂດຍການໃຫ້ອອກຈາກໂຮງຮຽນ.

ຫຼັງຈາກມີການປະທ້ວງຮຽກຮ້ອງຄວາມຍຸຕິທຳເກີດຂຶ້ນ ແລະກາຍເປັນຂ່າວໃຫຍ່ໄປທົ່ວປະເທດແບບນີ້ ກໍຕ້ອງຕິດຕາມວ່າຄະດີນີ້ຈະດຳເນີນໄປໃນທິດທາງໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/