ນັກສິ່ງແວດລ້ອມກັງວົນການສ້າງຫົນທາງຜ່ານປ່າອາເມຊອນຈະທຳລາຍທຳມະຊາດຢ່າງມະຫາສານ


ນັກວິໄຈເຕືອນ ການສ້າງຫົນທາງຜ່ານປ່າອາເມຊອນ ອາດຈະທຳລາຍປ່າຢ່າງມະຫາສານ ການບຸກລຸກແມ່ນເພີ່ມຫຼາຍຂຶ້ນ ເຮັດໃຫ້ເປົ້າໝາຍການຍຸຕິການຕັດໄມ້ບໍ່ສຳເລັດ.

ການກໍ່ສ້າງຫົນທາງອາເມຊອນໄລຍະທາງ 12,000 ກິໂລແມັດ ໃນໂບລິເວຍ, ບຣາຊິວ, ໂຄລົມເບຍ, ເປຣູ ແລະ ເອກົວດໍ ໃນອີກ 5 ປີທາງໜ້າ ອາດນຳໄປສູ່ການສູນເສຍພື້ນທີ່ປ່າຫຼາຍເຖິງ 24,000 ກິໂລຕາແມັດ ໃນອີກ 2 ທົດສະວັດ.

ຄຳໝັ້ນສັນຍາທີ່ນຳມາກັບລັດຖະບານ, ບໍລິສັດ ແລະ ກຸ່ມອື່ນໆໃນ United Nations Cilmate Summit ເມື່ອເດືອນກັນຍາ 2014 ເພື່ອລົດການຕັດໄມ້ທຳລາຍປ່າລົງໃຫ້ໄດ້ເຄິ່ງໜຶ່ງ ພາຍໃນປີ 2020 ບໍ່ເປັນຜົນສຳເລັດ ໃນຂະນະທີ່ຂໍ້ຕົກລົງເພື່ອຍຸຕິການຕັດຕົ້ນໄມ້ໃນປີ 2030 ກໍອາດຈະຫ່າງໄກອອກໄປ ເມື່ອເບິ່ງຈາກອັດຕາການສູນເສຍປ່າໄມ້ໃນແຕ່ລະປີ.

ໂຄງສ້າງພື້ນຖານແບບຫົນທາງ ມີສ່ວນທີ່ເຮັດໃຫ້ເກີດການຕັດໄມ້ທຳລາຍປ່າ 9-17% ໃນປະເທດເຂດຮ້ອນ, ການສ້າງທາງຫຼວງຜ່ານໃນພື້ນທີ່ສຳຄັນທາງລະບົບນິເວດ ອາດຈະນຳໄປສູ່ການເກັງກຳໄລທີ່ດິນ ແລະ ອາດກໍ່ໃຫ້ເກີດການສ້າງຫົນທາງທີ່ຜິດກົດໝາຍໄດ້. ທຸກໆ 1 ກິໂລແມັດຂອງຫົນທາງທີ່ຖືກກົດໝາຍໃນບຣາຊິວ ມີຄວາມສ່ຽງທີ່ຈະເກີດຫົນທາງທີ່ຜິດກົດໝາຍເພີ່ມອີກ 3 ກິໂລແມັດ.

ລາຍງານລະບຸວ່າ ລັດຖະບານຄວນຊອກຫາເສັ້ນທາງອື່ນແທນໃນການພັດທະນາ. ການສ້າງໂຄງລ່າງພື້ນຖານເປັນເລື່ອງສຳຄັນ ແຕ່ທາງຫຼວງດັ່ງກ່າວບໍ່ໄດ້ສ້າງຂຶ້ນມາເພື່ອຈຸດປະສົງທີ່ຕ້ອງການໃຫ້ຊຸມຊົນສາມາດເດີນທາງເຂົ້າເຖິງລະບົບການດູແລຮັກສາໄດ້ ແຕ່ຈຸດປະສົງຫຼັກທີ່ສ້າງຫົນທາງນັ້ນແມ່ນເພື່ອຄວາມສະດວກສະບາຍໃນການຍ້າຍສິນຄ້າ.

ທີ່ມາ: https://www.facebook.com/environman.th/posts/3229556607172764