ນັກວິເຄາະເຕືອນ! ຫຼຽນມີມຍອດນິຍົມ Shiba Inu ກຳລັງກຽມຕົວປັບຖານ ຫຼັງຈາກທີ່ລາຄາເພີ່ມຂຶ້ນສູງຢ່າງຮຸນແຮງ


Cheds ນັກວິເຄາະ Crypto ຊື່ດັງໄດ້ອອກມາເຕືອນໃນ Twitter ສ່ວນຕົວທີ່ມີຜູ້ຕິດຕາມກວ່າ 311,700 ຄົນ ໂດຍລະບຸວ່າ ການເພີ່ມຂຶ້ນຢ່າງຮຸນແຮງຂອງລາຄາຫຼຽນ Shiba Inu (SHIB) ຫຼ້າສຸດນັ້ນ ເປັນການສົ່ງສັນຍານວ່າຫຼຽນກໍາລັງກຽມຕົວປັບຖານລາຄາໃນໄວໆນີ້ ແລະ ເປັນພຽງ Bull Trap ທີ່ຕົວະໃຫ້ນັກລົງທຶນທີ່ຫຼົງໃຫຼໃນຫຼຽນມີມດັ່ງກ່າວໄປຕົກຫຼຸມເທົ່ານັ້ນ.

“SHIB ຈະຟື້ນຕົວຂຶ້ນຢ່າງໄວວາໃນໄລຍະທີ່ກຳລັງຢູ່ໃນຂາລົງ ສິ່ງນີ້ຊີ້ໃຫ້ເຫັນວ່າລາຄາຂອງຫຼຽນອາດຈະມີການປັບຖານລົດລົງໃນໄວໆນີ້”

Cheds ກ່າວຕື່ມວ່າ ຕະຫຼາດ Bull ເລີ່ມສະແດງສັນຍານການອ່ອນແຮງລົງ ຫຼັງຈາກທີ່ແຕະລະດັບສູງສຸດໃນກຣາຟ TF ລາຍ 4 ຊົ່ວໂມງ, ແຕ່ເຖິງແບບນັ້ນທິດສະດີຂອງ Cheds ກໍອາດຈະກາຍເປັນໂມຄະ ຖ້າຫາກ Shiba Inu (SHIB) ສາມາດຍືນເໜືອລະດັບລາຄາ 0.00001075 ໂດລາໄດ້

ໃນປັດຈຸບັນ Shiba Inu (SHIB) ກໍາລັງຢູ່ໃນໄລຍະຂາຂຶ້ນຢ່າງຮຸນແຮງ ຫຼັງຈາກທີ່ລົດລົງໄປແຕະລະດັບຕໍ່າສຸດໃນປີ 2023 ທີ່ 0.0000054 ໂດລາໃນເດືອນມິຖຸນາ. ເຊິ່ງໃນເວລາທີ່ຂຽນ Shiba Inu (SHIB) ມີລາຄາຢູ່ທີ່ 0.00001013ໂດລາ, ໂດຍເພີ່ມຂຶ້ນຫຼາຍກວ່າ 14% ໃນ 24 ຊົ່ວໂມງທີ່ຜ່ານມາ.

ເມື່ອແນມໄປເບິ່ງລາຄາຫຼຽນຂອງ Bitcoin (BTC), Cheds ກ່າວວ່າ ເປັນໄປໄດ້ທີ່ Bitcoin ອາດຈະລົງໄປຢູ່ຈຸດທີ່ຕໍ່າສຸດແລ້ວຫຼັງຈາກທີ່ລາຄາຂອງຫຼຽນລົດລົງໄປທີ່ລະດັບ 28,600 ໂດລາ ແລະ ຄາດການວ່າຫຼັງຈາກນີ້ Bitcoin ມີທ່າອ່ຽງທີ່ຈະຄ່ອຍໆຟື້ນຕົວຂຶ້ນ. ໃນປັດຈຸບັນລາຄາຂອງ Bitcoin ຊື້ຂາຍກັນຢູ່ທີ່ 29,089 ໂດລາ

ທີ່ມາ:

dailyhodl

investing

twitter

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/