ນັກວິທະຍາສາດຊາວສະວີເດັນໄດ້ຮັບຮາງວັນໂນເບລສາຂາການແພດ ຈາກຜົນງານບຸກເບີກວິທີຖອດລະຫັດ DNA ມະນຸດບູຮານ

ນັກວິທະຍາສາດ

ເອີ້ນໄດ້ວ່າເປັນປະຈໍາທຸກໆປີຢູ່ແລ້ວທີ່ຄົນທົ່ວໂລກ ຈັບຕາເບິ່ງການປະກາດຮາງວັນໂນເບລເຊິ່ງໄດ້ຮັບການຂະໜານນາມວ່າເປັນຮາງວັນປະຈໍາປີທີ່ໄດ້ຍ້ອງຍໍເຊີດຊູຄວາມສຳເລັດທາງສະຕິປັນຍາຂອງມະນຸດຊາດ ແລະ ເມື່ອວັນທີ 3 ຕຸລາທີ່ຜ່ານມາ ສຳນັກຂ່າວຕ່າງປະເທດກໍໄດ້ອອກມາປະກາດວ່າຮາງວັນໂນເບລສາຂາການແພດໃນປີ 2022 ນີ້ກໍຕົກເປັນຂອງ ດຣ ສະເວນ ພາໂບ (Svante Pääbo) ນັກວິທະຍາສາດເຈົ້າຂອງຜົນງານການບຸກເບີກວິທີການຖອດລະຫັດກຳມະພັນ (DNA) ມະນຸດບູຮານໃນຍຸກກ່ອນປະຫວັດສາດແລະສູນພັນໄປແລ້ວ.

ນັກວິທະຍາສາດ

ທາງຄະນະກໍາມະການຮາງວັນໂນເບລ ອອກຖະແຫຼງການລະບຸວ່າ ດຣ ສະເວນ ເຊິ່ງເປັນຜູ້ອຳນວຍການສະຖາບັນມະນຸດວິທະຍາວິວັດທະນາການ ແມັກຊ໌ ແພລງກ໌ (Max Planck Institute for Evolutionary Anthropology) ໃນເມືອງ ໄລຊິກ (Leipzig) ຂອງປະເທດເຢຍລະມັນ ແລະ ຍັງເຮັດວຽກໃຫ້ກັບສະຖາບັນວິທະຍາສາດແລະເທັກໂນໂລຢີໂອກິນາວາ (Okinawa Institute of Science and Technology) ໄດ້ຮັບການຍ້ອງຍໍໃນຖານະຜູ້ບຸກເບີກແນວທາງໃໝ່ໃນການສຶກສາປະຫວັດສາດວິວັດທະນາການຂອງມະນຸດ ດ້ວຍການວິເຄາະຕົວຢ່າງ DNA ຂອງມະນຸດບູຮານ ແລະສາມາດສ້າງລະຫັດກຳມະພັນໄດ້ເປັນຜົນສຳເລັດ.

ນັກວິທະຍາສາດ

ໃນຖະແຫຼງການລະບຸວ່າ ຄວາມສຳເລັດຂອງ ດຣ ສະເວນ ແມ່ນໄດ້ນຳໄປສູ່ການຄົ້ນພົບມະນຸດດຶກດໍາບັນທີ່ສູນພັນໄປແລ້ວອີກສາຍພັນໜຶ່ງ ຄື ເດນີໂຊແວນ (Denisovan) ດ້ວຍຂໍ້ມູນ DNA ທີ່ໄດ້ມາຈາກກະດູກນິ້ວຕ່ອນນ້ອຍໆ ອາຍຸປະມານ 40.000 ປີທີ່ຖືກຄົ້ນພົບບໍລິເວນພາກພື້ນໄຊບີເຣຍ. ນອກຈາກນີ້ ຍັງເປັນຂໍ້ພິສູດໄດ້ວ່າມະນຸດສາຍພັນບູຮານໂຮໂມເຊປຽນ ນີແອນເດີທັລ (Neanderthal) ແລະ ເດນີໂຊແວນ ມີການປະສົມຂ້າມສາຍພັນໃນໄລຍະເວລາໜຶ່ງ ເຮັດໃຫ້ເກີດການລວມ DNA ເຊິ່ງປາກົດຢູ່ໃນມະນຸດປັດຈຸບັນ.

ນັກວິທະຍາສາດ

ສຳລັບຮາງວັນໂນເບລ ເປັນຮາງວັນປະຈໍາປີລະດັບນານາຊາດເຊິ່ງຈັດໂດຍຄະນະກຳມະການສະແກນດິເນເວຍ ໂດຍພິຈາລະນາຜົນງານວິໄຈ ຫຼື ຄວາມອັດສະລິຍະແລະຄວາມຊ່ຽວຊານທີ່ໂດດເດັ່ນ ຫຼື ສ້າງຄຸນປະໂຫຍດໃຫ້ກັບມະນຸດຊາດທັງໃນດ້ານວິທະຍາສາດແລະວັດທະນະທຳ ຕາມເຈດຈຳນົງຂອງ ອັລເຟຣດ ໂນເບລ ນັກເຄມີຊາວສະວີເດັນ ຜູ້ທີ່ປະດິດລະເບີດໄດນາໄມ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply