ນັກວິທະຍາສາດງົງ! ພົບເຫັດງອກອອກມາຈາກໂຕກົບ


ໃນບົດຄວາມສັ້ນໆ ທີ່ເຜີຍແຜ່ໃນວາລະສານ Reptiles & Amphibians ຜູ້ຊ່ຽວຊານດ້ານພື້ນທີ່ຊຸ່ມນ້ຳຂອງອົງການກອງທຶນສັດປ່າໂລກ ຫຼື WWF ໄດ້ພົບກັບສັດທີ່ພວກເຂົາຊອກຫາກາຍເປັນເຊື້ອຣາ.

ໃນຂະນະທີ່ພວກເຂົາຢູ່ກາງກຸ່ມກົບທີ່ມີຫຼັງເປັນສີເຫຼືອງທອງຫຼາຍສິບໂຕໃນແຫຼ່ງນ້ຳ ພວກເຂົາກໍສັງເກດເຫັນສິ່ງທີ່ຜິດແປກຈາກກົບໂຕໜຶ່ງ ເມື່ອກວດສອບແລ້ວທີມວິໄຈກໍເຫັນວ່າມີ “ເຫັດ” ນ້ອຍໆ ອອກມາຈາກຕົ້ນຂາຫຼັງຂອງກົບ ເຊິ່ງມັກປົ່ງອອກມາຈາກກົບທີ່ຍັງມີຊີວິດ ບໍ່ແມ່ນກົບທີ່ຕາຍແລ້ວ.

ເຫັດທີ່ປົ່ງອອກມາແມ່ນສາຍພັນ Bonnet Mushroom ເຫັດຕະກູນ Mycena ເຮັດໃຫ້ນັກວິທະຍາສາດງົງວ່າ ສິ່ງນີ້ເກີດຂຶ້ນໄດ້ແນວໃດ, ເຊິ່ງປົກກະຕິແລ້ວເຫັດຕະກູນນີ້ ອາໄສຢູ່ໃນຊາກຂອງພືດທີ່ເນົ່າເປື່ອຍເທົ່ານັ້ນ, ອາດຈະມີບາງຊະນິດທີ່ສາມາດສ້າງອະໄວຍະວະຄ້າຍຄືດອກເຫັດໄດ້ ແຕ່ນີ້ມັນແມ່ນກົບເປັນໆທີ່ຍັງມີຊີວິດຢູ່.
ການພົບເຊື້ອຣາຢູ່ຕາມຮ່າງກາຍຂອງສັດ ອາດບໍ່ແມ່ນເລື່ອງແປກໃໝ່ປານໃດ ມີບາງກໍລະນີທີ່ເຊື້ອຣາປໍລະສິດສາມາດເຮັດໃຫ້ມົດກາຍເປັນ “ຊອມບີ້” ໄດ້, ແຕ່ສ່ວນຫຼາຍແລ້ວພວກມັນຈະປົ່ງອອກມາເປັນເຫັດກໍຕໍ່ເມື່ອສິ່ງເຫຼົ່ານັ້ນຕາຍແລ້ວ ແລະ ເບິ່ງຄືວ່າເຫັດດອກນີ້ຈະບໍ່ໄດ້ເຮັດອັນຕະລາຍໃດໆກັບກົບເລີຍ.

ໃນຕອນນີ້ ມັນຈຶ່ງກາຍເປັນເລື່ອງແປກປະຫຼາດທາງທຳມະຊາດທີ່ນັກວິທະຍາສາດຍັງຄົງຫາຄຳຕອບຢູ່.

ທີ່ມາ:

zmescience

New York Post

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/