ນັກວິທະຍາສາດຄົ້ນພົບຊາກຟອສຊິວຂອງວານທີ່ມີ 4 ຂາ ອາໄສຢູ່ເທິງບົກ ແລະ ໃນນ້ຳ


ນັກວິທະຍາສາດໄດ້ຄົ້ນພົບສັດສາຍພັນໃໝ່ທີ່ທະເລຊາຍທາງຕາເວັນຕົກຂອງປະເທດອີຢິບ. ຈາກການວິເຄາະຊາກຟອສຊິວ ເຮັດໃຫ້ໄດ້ຮູ້ວ່າມັນເຄີຍມີອາຍຸມາປະມານ 43 ລ້ານປີມາແລ້ວ, ມີຄວາມຍາວ 3 ແມັດ, ນ້ຳໜັກປະມານ 589 ກວ່າກິໂລ ພ້ອມມີສີ່ຂາ ແລະ ມີຫົວກັບຄາງຄືກັບໝາໄນ.

ການຄົ້ນພົບຄັ້ງນີ້ເປັນສິ່ງຢືນຢັນວ່າວານເຄີຍອາໄສຢູ່ເທິງບົກ ແລະສາມາດອາໄສໃນນ້ຳ ຈົນເລີ່ມມີວິວັດທະນາການມາອາໄສຢູ່ໃນນ້ຳຈົນຮອດທຸກມື້ນີ້. ມັນໄດ້ຖືກຕັ້ງຊື່ວ່າ Phiomicetus Anubis ເຊິ່ງເປັນຊື່ທີ່ທາງນັກວິທະຍາສາດໄດ້ຕັ້ງຂຶ້ນຕາມຊື່ຂອງໜຶ່ງໃນເທບອີຢິບ Anubis ດ້ວຍເຫດຜົນວ່າ ກະດູກສ່ວນຫົວຂອງມັນມີລັກສະນະຄືກັບໜຶ່ງໃນເທບອີີຢິບ Anubis, ເທບແຫ່ງຄວາມຕາຍ ທີ່ຄົນອີຢິບນັບຖື.

ສະຖານທີ່ຄົ້ນພົບຊາກຟອສຊິວດັ່ງກ່າວແມ່ນຢູ່ທີ່ທະເລຊາຍທາງຕາເວັນຕົກ, ທີ່ເມື່ອກ່ອນເຄີຍເປັນໂລກໃຕ້ທະເລ ເຊິ່ງເປັນສະຖານທີ່ທີ່ເຄີຍຄົ້ນພົບສັດເຄິ່ງບົກເຄິ່ງນ້ຳມາກ່ອນ ໂດຍນັກບູຮານຊີວະວິທະຍາສັນຊາດເຢຍລະມັນ Eberhard Fraas ເປັນຜູ້ຄົ້ນພົບຜູ້ທຳອິດ ເມື່ອປີ 1904.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/