ນັກປີນພູຫຼົງປ່າ 24 ຊົ່ວໂມງ ບໍ່ຍອມຮັບໂທລະສັບຈາກເຈົ້າໜ້າທີ່ກູ້ໄພຈັກເທື່ອ ຍ້ອນເປັນເບີບໍ່ຮູ້ຈັກ


ໃນວັນທີ 18 ເດືອນຕຸລາປີ 2021 ໄດ້ມີນັກປີນພູຂຶ້ນໄປແຕ່ແລ້ວກໍຫຼົງທາງ ເປັນເວລາ 24 ຊົ່ວໂມງ ລາວບໍ່ຍອມຮັບສາຍຈາກເຈົ້າໜ້າທີ່ກູ້ໄພຈັກເທື່ອ ໂດຍພາຍຫຼັງການຊ່ວຍເຫຼືອໄດ້ອ້າງວ່າເພາະເປັນເບີບໍ່ຮູ້ຈັກເລີຍບໍ່ຮັບ.

ໃນວັນຈັນຂອງອາທິດທີ່ຜ່ານມາ ໄດ້ມີລາຍງານວ່າມີນັກປີນພູຫາຍຕົວໄປ ຫຼັງຈາກທີ່ຂຶ້ນໄປປີນພູຈົນກາຍເວລາແລ້ວຍັງບໍ່ກັບມາ ພູເຂົາທີ່ລາວໄດ້ຂຶ້ນໄປມີຊື່ວ່າ Elbert ເຊິ່ງເປັນພູທີ່ສູງທີ່ສຸດໃນລັດ Colorado, ສະຫະລັດອາເມຣິກາ. ທາງເຈົ້າໜ້າທີ່ກູ້ໄພຈຶ່ງໄດ້ໂທຕາມເບີທີ່ໄດ້ລົງທະບຽນໄວ້ ແຕ່ໂທໄປຫຼາຍຮອບຜູ້ກ່ຽວກໍບໍ່ຮັບສາຍຈັກເທື່ອ ພວກເຂົາຍິ່ງມີຄວາມກັງວົນຕໍ່ນັກປີນພູນີ້. ເມື່ອຂຶ້ນໄປຕາມຫາກໍເຫັນໄດ້ຊັດເຈນວ່ານັກປີນພູນັ້ນໄດ້ອອກນອກເສັ້ນທາງທີ່ຄວນໄປ ເຊິ່ງພາຍຫຼັງ 24 ຊົ່ວໂມງ ທີ່ຫຼົງໃນປ່າ ລາວກໍສາມາດຫາທາງອອກມາໄດ້ຮອດລົດຂອງຕົນເອງທີ່ຈອດຢູ່. ໂດຍທີ່ບໍ່ຮູ້ເລີຍວ່າໄດ້ມີທີມກູ້ໄພຂຶ້ນໄປຊອກຫາລາວ.

ພາຍຫຼັງເຈົ້າໜ້າທີ່ກູ້ໄພໄດ້ຂຽນຂໍ້ຄວາມລົງໃນເຟສບຸກຂອງທີມ Lake County Search and Rescue ວ່າ “ຜູ້ກ່ຽວບໍ່ຍອມຮັບໂທລະສັບຈາກພວກເຮົາຍ້ອນວ່າບໍ່ຮູ້ຈັກເບີ ແຕ່ເມື່ອເຈົ້າກຳລັງຝືນຕົນເອງໃນການເດີນທາງ ແລ້ວເລີ່ມໄດ້ຮັບເບີທີ່ບໍ່ຮູ້ຈັກໂທມາຊ້ຳຫຼາຍຮອບ ກະລຸນາຮັບແນ່ ເພາະວ່າພວກເຂົາພະຍາຍາມຈະຢືນຢັນວ່າເຈົ້ານັ້ນປອດໄພ!”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/