ນັກບູຮານຄະດີ ຄົ້ນພົບ Mummy ເດັກນ້ອຍ ອາຍຸ 1,200 ປີ ທີ່ຖືກມັດດ້ວຍເຊືອກ ໃນປະເທດເປຣູ


ໄລຍະນີ້ນັກບູຮານຄະດີຈະຄົ້ນພົບເຫັນ Mummy ຢູ່ສະເໝີ ແລະ ເມື່ອບໍ່ດົນມານີ້ກໍໄດ້ຄົ້ນພົບ Mummy ເດັກນ້ອຍທີ່ມີອາຍຸຫຼາຍກວ່າ 1,200 ປີ ທີ່ຖືກມັດດ້ວຍເຊືອກ.

ໃນການຄົ້ນພົບໃນສະຖານທີ່ດັ່ງກ່າວ ພົບ Mummy ເດັກນ້ອຍຈຳນວນ 6 ຄົນ ທີ່ແຫຼ່ງບູຮານຄະດີ Cajamarquilla ບໍລິເວນຊາຍຝັ່ງເມືອງລິມາ ປະເທດເປຣູ ເຊິ່ງຄາດກັນວ່າເດັກນ້ອຍເຫຼົ່ານີ້ຖືກໃຊ້ເພື່ອຮ່ວມເດີນທາງໄປໂລກຫຼັງຄວາມຕາຍ ຮ່ວມກັບພວກຂຸນນາງ ຊົນຊັ້ນສູງ.

ໂຄງກະດູກຂອງເດັກນ້ອຍດັ່ງກ່າວ ເປັນກະດູກນ້ອຍໆ ຖືກຫໍ່ດ້ວຍແພ ແລະ ມີເຊືອກມັດອ້ອມຕາມລຳຕົວແບບໜາແໜ້ນ ແລະ ຮັດກຸມ, ຖືກຄົ້ນພົບໃນຂຸມຝັງສົບຂອງຜູ້ຊາຍທີ່ມີຍົດສູງສັກຄົນໜຶ່ງ ເຊິ່ງທາງນັກບູຮານຄະດີໄດ້ສັນນິຖານວ່າ ເປັນຜູ້ທີ່ມີຕຳແໜ່ງສູງສົ່ງທາງດ້ານການເມືອງ.

ການຈັດວາງຂອງສົບ Mummy ເດັກນ້ອຍກຸ່ມນີ້ ໄດ້ມີການສັນນິຖານວ່າ ຍາດຕິພີ່ນ້ອງຂອງເດັກນ້ອຍ ເອົາໄປວາງໄວ້ບໍລິເວນທາງເຂົ້າຂອງຂຸມຝັງສົບກັບບັນດາສົບຂອງຂຸນນາງ. ນອກຈາກນີ້ ຢູ່ໃກ້ໆຍັງມີກະດູກຜູ້ໃຫຍ່ທີ່ບໍ່ໄດ້ເປັນ Mummy ປະມານ 7 ຄົນ ລວມໄປເຖິງໂຕລາມະ ແລະ ເຄື່ອງປັ້ນດິນເຜົາ ສະແດງໃຫ້ເຫັນວ່າ ເຈົ້າຂອງຂຸມສົບໃຫຍ່ນີ້ບໍ່ໄດ້ເປັນພຽງປະຊາຊົນທຳມະດາ.

ຂໍ້ຂອບໃຈມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/