ນັກກິລາຍິງປືນ ປະເທດຈີນ ໄດ້ຫຼຽນຄຳ Tokyo Olympics 2020


ຢາງ ຊຽນ (杨倩) ອາຍຸ 21 ປີ ນັກກິລາຍິງປືນຕົວແທນປະເທດຈີນ ທີ່ເຂົ້າຮ່ວມແຂ່ງຂັນໃນມະຫະກຳກິລາ Tokyo Olympics 2020  ສ້າງປາກົດການໃຫ້ແກ່ປະເທດໃຫ້ໂດ່ງດັງອີກຄັ້ງ ຫຼັງຈາກຈົບການແຂ່ງຂັນກໍໄດ້ໄຊຊະນະຕາມມາ ພ້ອມກັບໄດ້ຫຼຽນຄຳເປັນຫຼຽນທຳອິດຂອງນັກກິລາກໍວ່າໄດ້.

ການແຂ່ງຍິງປືນແມ່ນປະເພດ 10m Air Rifle ດ້ວຍຄະແນນ 251.8 ໃນຮອບຊິງ ໂດຍເອົາຊະນະ Anastasiia Galashina ຈາກປະເທດຣັດເຊຍ ແລະ Nina Christen ຈາກປະເທດສະວິດເຊີແລນ ໄດ້ຢ່າງສຳເລັດຈົບງາມ.

ຢາງ ຊຽນ ເລີ່ມຍິງປືນມາຕັ້ງແຕ່ອາຍຸ 10 ປີ ແລະ ແຂ່ງຂັນໃນມະຫະກຳກິລາ Olympics ກໍເປັນຄວາມໃຝ່ຝັນມາຕັ້ງແຕ່ຍັງນ້ອຍ, ຄັ້ງທຳອິດທີ່ເລີ່ມການແຂ່ງຂັນກໍເປັນງານທີ່ອາດຈະບໍ່ຍິ່ງໃຫຍ່ ແຕ່ການໄດ້ຫຼຽນໃນຄັ້ງນີ້ກໍເປັນຄັ້ງທຳອິດ ທີ່ປະສົບຜົນສຳເລັດ ພ້ອມກັບສ້າງຄວາມພາກພູມໃຈໃຫ້ແກ່ປະເທດຂອງຕົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/