ນະໂຍບາຍຄືນປ່າໃຫ້ຊຸມຊົນ ຂອງລັດຖະບານອອສເຕເລຍ ຫວັງຈະຊ່ວຍປົກປ້ອງປ່າຝົນທີ່ເກົ່າແກ່ທີ່ສຸດໃນໂລກໄດ້


ສຳລັບບາງຊົນເຜົ່າບາງກຸ່ມ “ປ່າ” ກໍປຽບດັ່ງບ້ານເຮືອນຂອງພວກເຂົາ ເພາະວ່າພວກເຂົາດຳລົງຊີວິດຕິດພັນກັບທຳມະຊາດມາຍາວນານ ແຕ່ເມື່ອມີການຂຶ້ນທະບຽນເປັນປ່າສະຫງວນ ຫຼື ປ່າປ້ອງກັນຕ່າງໆ ການດຳລົງຊີວິດຂອງເຂົາເຈົ້າກໍອາດບໍ່ເປັນຄືເກົ່າ.

ໃນປະເທດອອສເຕເລຍ ລັດຖະບານລັດຄວີນແລນ ຈະໃຫ້ສິດໃນການເປັນເຈົ້າຂອງທີ່ດິນປ່າດົງດິບເຂດຮ້ອນທີ່ເກົ່າແກ່ທີ່ສຸດໃນໂລກ ໃຫ້ແກ່ຄົນພື້ນເມືອງອະບໍຣິຈິນ ຊົນເຜົ່າຄູຄູ ຢາລັນຈິ ຕາເວັນອອກ (Eastern Kuku Yalanji) ເຊິ່ງຢ້ອນກັບໄປໃນອະດີດ ປ່າແຫ່ງນີ້ກໍເປັນເຂດໃກ້ກັບທີ່ຢູ່ອາໄສຂອງເຂົາເຈົ້າຢູ່ແລ້ວ ປຽບດັ່ງການຄືນບ້ານໃຫ້ກັບສູ່ເຈົ້າຂອງ.

Daintree ເປັນປ່າດົງດິບທີ່ຖືກຈັດໃຫ້ເປັນມໍລະດົກໂລກໃນປີ 1988 ເປັນປ່າທີ່ເກົ່າແກ່ທີ່ສຸດໃນໂລກ ອາຍຸປະມານ 180 ລ້ານປີ ມີຊາຍຝັ່ງຕິດກັບແນວປະກາລັງ Great Barrier Reef. ປ່າດັ່ງກ່າວມີຄວາມອຸດົມສົມບູນຫຼາຍ ແລະ ມີຄວາມຫຼາກຫຼາຍທາງດ້ານຊີວະນານາພັນ, ເປັນບ້ານຂອງກົບ 30% ຂອງປະຊາກອນກົບໃນອອສເຕເລຍ, 65% ຂອງແມງກະເບື້ອ ແລະ ເຈຍ ແລະ ຍັງເປັນບ້ານຂອງກຸ່ມຊົນເຜົ່າພື້ນເມືອງ ຄູຄູ ຍາລັນຈີ ຕາເວັນອອກ.

ຫຼັງຈາກພົບກັບບັນຫາວິກິດການສະພາບອາກາດ ແລະ ກຸ່ມລັກລອບຕັດໄມ້ທຳລາຍປ່າເພື່ອເອົາໄປຂາຍ ລັດຖະບານກໍໄດ້ຕັດສິນໃຈມອບປ່າຄືນໃຫ້ຊົນພື້ນເມືອງ ເພື່ອເປັນການອະນຸລັກ ແລະ ຮັກສາປ່າດົງດິບ.

ຂໍ້ຕົກລົງດັ່ງກ່າວ ຈະເຮັດໃຫ້ຊາວພື້ນເມືອງມີສິດທີ່ຈະເປັນເຈົ້າຂອງ ແລະ ຈັດການພື້ນທີ່ ເພື່ອປົກປ້ອງວັດທະນະທຳການດຳລົງຊີວິດຂອງເຂົາ ແລະ ຈັດການ ຫຼື ໃຫ້ຄຳແນະນຳກັບຜູ້ທີ່ຮຸກຮານ ຫຼືແມ່ນແຕ່ນັກທ່ອງທ່ຽວທີ່ມາທ່ຽວຊົມຜືນປ່າແຫ່ງນີ້ດ້ວຍວິທີຂອງພວກເຂົາເອງ.

ນະໂຍບາຍຄືນປ່າໃຫ້ຊຸມຊົນ ເຮົາອາດຈະເຄີຍໄດ້ຍິນຜ່ານໆມາແລ້ວ ລັດຖະບາຍຫຼາຍໆປະເທດໄດ້ວາງນະໂຍບາຍນີ້ອອກມາເພື່ອປົກປ້ອງຜືນປ່າ ເພາະພວກເຂົາເຊື່ອວ່າ ຖ້າຫາກປະຊາຊົນເປັນຄົນປົກປັກຮັກສາຜືນປ່າ ພວກເຂົາຈະຮູ້ສຶກວ່າມັນປຽບດັ່ງບ້ານ, ພວກເຂົາຈະມີຄວາມຮັກ ຫວງແຫນ ແລະ ດູແລບ້ານຂອງຕົນເອງເປັນຢ່າງດີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/