ນະຄອນໄກສອນເຮັດແທ້! ຫ້າມບໍ່ໃຫ້ເດີນທາງສັນຈອນໄປ-ມາ ເວລາ 19:00-05:00 ໂມງ ຖ້າຫາກລະເມີດຈະຖືກປັບໃໝ 200.000-500.000 ກີບ ຖ້າຫາກຊຸມແຊວເຈົ້າໜ້າທີ່ຈະໄປຫາເຖິງທີ່


ນະຄອນໄກສອນ ອອກຄຳສັ່ງເຄັ່ງຄັດຂຶ້ນຕື່ມ ແລະ ເຈົ້າໜ້າທີ່ ກໍໄດ້ເອົາໃຈໃສ່ຢ່າງເຂັ້ມງວດ ຖ້າຫາກຮ້ານຄ້າຂາຍໃດລະເມີດມາດຕະການ ທາງເຈົ້າໜ້າທີ່ຈະໄປຕັກເຕືອນເຖິງສະຖານທີ່ນັ້ນ ຫຼື ຮ້ານດັ່ງກ່າວ, ເຊິ່ງທີ່ຜ່ານມາກໍໄດ້ເຫັນແລ້ວວ່າທາງເຈົ້າໜ້າທີ່ ທີ່ກ່ຽວພ້ອມກັນປະສານງານໃນວຽກປົກຄອງບ້ານເມືອງຢ່າງໃກ້ຊິດ. ມາດຕະການທີ່ທາງນະຄອນໄກສອນອອກມາ ຖືວ່າເຄັ່ງຄັດຫຼາຍພໍສົມຄວນ ຖ້າຫາກບຸກຄົນໃດລະເມີດມາດຕະການ ການສັນຈອນໄປມາໃນເວລາທີ່ຫວງຫ້າມ ຈະຖືກປັບໃໝສູງສຸດເຖິງ 500.000 ກີບ.

  1. ກໍລະນີລະເມີດອອກຈາກເຮືອນໄປນອກ ໂດຍບໍ່ໄດ້ໃສ່ຜ້າອັດປາກ-ດັງ:
  • ຄັ້ງທີ 1: ກ່າວເຕືອນ ແລະ ໃຫ້ຜູ້ປົກຄອງມາເຊັນຄ້ຳປະກັນ, ຮັບຮູ້ເປັນລາຍລັກອັກສອນ, ຖ້າບໍມີຜູ້ຄ້ຳປະກັນ ໃຫ້ອາຍັດເອກະສານຂອງຜູ້ກ່ຽວ ໄວ້ເປັນຫຼັກຖານເປັນຕົ້ນ: ບັດປະຈຳຕົວ, ໃບອະນຸຍາດຂັບຂີ່ພາຫະນະ ແລະ ອື່ນໆ.
  • ຄັ້ງທີ 2: ປັບໃໝ 50.000 ກີບ ແລະ ອາຍັດພາຫະນະ ທີ່ຜູ້ກ່ຽວນຳໃຊ້ ຕະຫຼອດໄລຍະລັອກດາວ.
  1. ກໍລະນີລະເມີດໂມງເວລາການສັນຈອນ:
  • ຄັ້ງທີ 1: ປັບໃໝ 200.000 ກີບ ແລະໃຫ້ຜູ້ປົກຄອງເຊັນຄ້ຳປະກັນ, ຮັບຮູ້ເປັນລາຍລັກອັກສອນ ຖ້າບໍ່ມີຜູ້ຄ້ຳປະກັນ ໃຫ້ອາຍັດເອກະສານຂອງຜູ້ກ່ຽວໄວ້ເປັນຫຼັກຖານ.
  • ຄັ້ງທີ 2: ປັບໃໝ 500.000 ກີບ ແລະ ອາຍັດພາຫະນະຂອງຜູ້ກ່ຽວຕະຫຼອດໄລຍະລັອກດາວ.
  1. ກໍລະນີລະເມີດ ເປີດການບໍລິການ:
  • ຄັ້ງທີ 1: ກ່າວເຕືອນ-ປັບໃໝ 500.000 ກີບ ແລະ ເຮັດບົດບັນທຶກໄວ້ເປັນຫຼັກຖານ.
  • ຄັ້ງທີ 2: ປັບໃໝ 3.000.000-5.000.000 ກີບ ໂຈະການດຳເນີນທຸລະກິດຊົ່ວຄາວ ແລະ ນຳຕົວເຈົ້າຂອງຮ້ານກັກຕົວ ແລະ ສຶກສາອົບຮົມ 48 ຊົ່ວໂມງ.
  1. ກໍລະນີລະເມີດໂມງເວລາເປີດ-ປິດຕະຫຼາດ:
  • ຄັ້ງທີ 1: ກ່າວເຕືອນ-ປັບໃໝ 1.000.000 ກີບ ແລະ ເຮັດບົດບັນທຶກເປັນຫຼັກຖານ.
  • ຄັ້ງທີ 2: ປັບໃໝ 1.000.000 ກີບຕໍ່ຄົນ, ແລະ ປັບເຈົ້າຂອງສະຖານທີ່ 2.000.000 ກີບ ແລະ ນຳຕົວເຈົ້າຂອງສະຖານທີ່ກັກຕົວ ແລະ ສຶກສາອົບຮົມ 48 ຊົ່ວໂມງ.
  1. ກໍລະນີລະເມີດຊຸມແຊວ ແລະ ດື່ມສິ່ງມຶນເມົາ:
  • ຄັ້ງທີ 1: ກ່າວເຕືອນ-ປັບໃໝ 100.000 ກີບ ແລະ ເຮັດບົດບັນທຶກ.
  • ຄັ້ງທີ 2: ປັບໃໝ 5.000.000 ກີບ ແລະ ເຈົ້າຂອງສະຖານທີ່ 10.000.000 ກີບ ແລະ ນຳຕົວຜູ້ທີ່ລະເມີດໄປກັກຕົວ ແລະ ດຳເນີນການຈົດບົດບັນທຶກ.
  1. ກໍລະນີລະເມີດຫຼິ້ນໄພ້, ຕີໄກ່, ຫຼິ້ນສະນຸກເກີ ແລະ ການພະນັນອື່ນໆ:
  • ຄັ້ງທີ 1: ກ່າວເຕືອນ-ປັບໃໝ 2.000.000 ກີບຕໍ່ຄົນ, ເຈົ້າຂອງສະຖານທີ່ 5.000.000 ກີບ, ພ້ອມທັງເຮັດບົດບັນທຶກ.
  • ຄັ້ງທີ 2: ປັບໃໝ 5.000.000 ກີບ ແລະ ເຈົ້າຂອງສະຖານທີ່ 10.000.000 ກີບ ພ້ອມກັກຕົວ ແລະ ດຳເນີນຕາມລະບຽບ.
  1. ມາດຕະການຂອງຜູ້ສຳຜັດຕິດເຊື້ອທີ່ບໍ່ກັກຕົວ ແລະ ປິດທາມລາຍ:
  • ຖ້າຫາກກວດພົບຈະຖືກປັບໄໝ 1.000.000 ກີບ ແລະ ດຳເນີນຕາມກົດໝາຍ.

ຄຳສັ່ງເລີ່ມແຕ່ວັນທີ 30 ສິງຫາ 2021 ຫາ 10 ກັນຍາ 2021.

ຂອບໃຈຂໍ້ມູນຈາກ: https://bit.ly/3jw5iDt

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/