ທ່ານ ທັກສິນ ຊິນນະວັດ ເປີດເຜີຍຄວາມຄິດເຫັນກ່ຽວກັບກິລາ e-Sport ໃນປະເທດໄທ


ສຳນັກຂ່າວ Voice TV ໄດ້ອອກມາສຳພາດທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີຂອງປະເທດໄທ ໃນຫົວຂໍ້ການພັດທະນາເສດຖະກິດຂອງໄວຫນຸ່ມຍຸກໃຫມ່ ແລະ ມີຕອນທີ່ທາງສຳນັກງານຂ່າວ ໄດ້ຖາມເຖິງປະເດັນເສດຖະກິດອອນໄລນ໌ຂອງຄົນຍຸກໃຫມ່ວ່າ: “ເຮົາຄວນແກ້ບັນຫາແນວໃດໃນຍຸກດັ່ງກ່າວ?”

ໂດຍທ່ານອະດີດນາຍົກໄດ້ກ່າວວ່າ: “ໄວຫນຸ່ມຍຸກ Gen Z ຫຼື ໄວຫນຸ່ມຍຸກໃຫມ່ນີ້ຈະຕ້ອງຫາ ສິ່ງທີ່ຕົນເອງມັກໃຫ້ເຫັນ ແລະ ໄວຫນຸ່ມຍຸກ Gen Alpha ຫຼື ຄົນເກີດຍຸກປີ 2010-2015 ຈະເປັນຄົນທີ່ສະຫຼາດ ເພາະສະພາບແວດລ້ອມຈະເອື້ອອຳນວຍຕໍ່ຄວາມຄິດຂອງພວກເຂົາ” ແລະ ອີກປະເດັນຫນຶ່ງ ທ່ານອະດີດນາຍົກກໍໄດ້ກ່າວວ່າ:

“ສະໄໝນີ້ເກມກໍເປັນຕາຫຼິ້ນ ເຊິ່ງເກມທີ່ຫຼິ້ນແລ້ວໄດ້ເງິນກໍມີຫຼາຍ, e-Sport ທີ່ຫຼິ້ນແລ້ວໄດ້ເງິນກໍມີຫຼາຍ ແລະ ໄວໜຸ່ມສະໄໝນີ້ມັກຢູ່ແຕ່ຫນ້າຈໍຢູ່ແລ້ວ ດັ່ງນັ້ນເຮົາຄວນສົ່ງເສີມໃຫ້ໄວຫນຸ່ມຍຸກໃຫມ່ມີຄວາມຄິດສ້າງສັນ”

ຫຼັງຈາກນັ້ນທາງສຳນັກງານຂ່າວ ໄດ້ສອບຖາມອີກວ່າປະເທດໄທມີຄົນຫຼິ້ນເກມຫຼາຍ ແລະ ເຮົາຈະປ່ຽນແນວຄິດແນວໃດໃຫ້ໄວໜຸ່ມຍຸກໃຫມ່ເຂົ້າໃຈວ່າ e-Sport ສາມາດສ້າງເງິນໄດ້ ແລະ ອາດຊ່ວຍໃຫ້ໄວຫນຸ່ມທີ່ບໍ່ຮູ້ຈະເດີນໄປເສັ້ນທາງໃດ ສາມາດເດີນເສັ້ນທາງນີ້ໄດ້ ໂດຍທາງອະດີດນາຍົກກໍໄດ້ໃຫ້ຄຳເຫັນວ່າ:

“e-Sport ຊ່ວຍໄດ້ແນ່ນອນ ແຕ່ບາງເທື່ອ ທີ່ເຮົາໄປຖາມຜູ້ໃຫຍ່ເລື່ອງສະໄຫມໃຫມ່ ບາງຄັ້ງເພິ່ນກໍອາດບໍ່ຮູ້ຫຼາຍເລື່ອງ, ຕົວຂ້າພະເຈົ້າເອງກໍຍັງບໍ່ຮູ້ ຂະໜາດຕົວຂ້າພະເຈົ້າຫມັ່ນຕິດຕາມ, ຖາມເລື່ອງນັ້ນເລື່ອງນີ້ກັບຄົນນັ້ນຄົນນີ້, ລົມກັບລູກຫຼານກໍຍັງບໍ່ທັນ ແລະ ຕົວຂ້າພະເຈົ້າເອງ ກໍໄດ້ມີໂອກາດໄດ້ຟັງເຖິງເດັກຍຸກໃຫມ່ມີການລົມກັນເລື່ອງເກມ ໂດຍມັນເປັນເລື່ອງທີ່ມ່ວນຫຼາຍ”

ທ່ານ ທັກສິນ ຍັງໄດ້ບອກວ່າ ທຸກໆຄົນຄວນໃຫ້ໂອກາດເດັກນ້ອຍ ເພາະໃນປັດຈຸບັນ ຄົນໃນຕ່າງປະເທດກໍຫຼິ້ນກິລາ e-Sport ຫຼາຍ ເຖິງແມ່ນວ່າປະເທດໄທຍັງບໍ່ທັນກ້າວໄກເທົ່າໃດ ຖ້າທຽບກັບຕ່າງປະເທດ ຖ້າຈະປ່ຽນແນວຄິດໃຫ້ກັບຜູ້ໃຫຍ່ນີ້ເຮົາຈະຕ້ອງໃຫ້ລູກຫຼານເປັນຄົນອະທິບາຍໃຫ້ພວກເຂົາເຂົ້າໃຈ ພາໄປເບິ່ງກິດຈະກຳປະຈຳວັນວ່າພວກເຂົາເຮັດຫຍັງກັນແດ່ ແລະ ພວກເຂົາຄິດຫຍັງແດ່.

ທີ່ມາ: https://bit.ly/3u0JamB

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/