ທີມເຕະບານຊື່ດັງ “Man City” ຮ່ວມກັບເວັບເທຣດ OKX ເປີດຕົວ NFT ຄໍເລັກຊັນໃໝ່ທີ່ສາມາດລຸ້ນຮັບເສື້ອທີມສຸດ Limited


ຫຼ້າສຸດ, ສະໂມສອນບານເຕະ ພຣີເມຍລີກ ຍອດນິຍົມຄື ແມນເຊັສເຕີ ຊິຕີ້ ໄດ້ຮ່ວມມືກັບ OKX ເວັບເທຣດ crypto ຊື່ດັງ ເພື່ອປ່ອຍຄໍເລັກຊັນ NFT ຊຸດໃໝ່ ທີ່ຈະເຮັດໃຫ້ແຟນບານໄດ້ລຸ້ນຮັບເສື້ອຂອງສະໂມສອນ ແລະ ປີ້ເຂົ້າຊົມການແຂ່ງຂັນຕົວຈິງເຖິງຂອບສະໜາມ.

ໂດຍແຄມເປນດັ່ງກ່າວໄດ້ໃສ່ຊື່ວ່າ “Unseen City Shirts” ຜູ້ໃຊ້ສາມາດສ້າງ Digital collectible ໄດ້ໃນແອັບ OKX ເຊິ່ງຈະມີໂອກາດໃນການລຸ້ນຮັບຮາງວັນເສື້ອກິລາບານເຕະທີ່ອອກແບບໃໝ່ເພື່ອເປັນທີ່ລະນຶກ, ເຊິ່ງນີ້ແມ່ນຂຶ້ນກັບຄວາມຫາຍາກຂອງ NFT.

ສຳລັບຄວາມພິເສດໃນການອອກແບບຂອງເສື້ອນີ້ ແມ່ນຢູ່ທີ່ການແຕ້ມຮູບໃນເສື້ອທີ່ເປັນລວດລາຍດອກກຸຫຼາບ Lancashire  ແລະ ເຜິ້ງງານຂອງ Manchester ຈາກສີມືຂອງສິລະປິນຄື Christian Jeffery.

Haider Rafique ຫົວໜ້າຝ່າຍການຕະຫຼາດລະດັບໂລກຂອງ OKX ກ່າວວ່າ ລະດັບຄວາມຫາຍາກຂອງ NFTs ດັ່ງກ່າວແມ່ນຂຶ້ນກັບການຈັດປະເພດ algorithmic, ເຊິ່ງຈະມີ NFTs ລະດັບ ultra-rare ຈຳນວນ 5 ຊິ້ນຈະໄດ້ສຳຜັດປະສົບການລົງສະໜາມແທ້ ພ້ອມກັບປີ້ເຂົ້າເບິ່ງການແຂ່ງຂັນ 2 ໃບ ແລະ ເສື້ອສະໂມສອນແບບ limited edition.

ທັງນີ້, ຜູ້ທີ່ຖືຄອງ NFTs ໃນລະດັບ rare ເຊິ່ງມີຈໍານວນ 5 ຊິ້ນຈະໄດ້ຮັບການຕ້ອນຮັບເຂົ້າໄປຢ້ຽມຢາມສະໜາມກິລາ ແລະ ໄດ້ຮັບເສື້ອສະໂມສອນທີ່ມີລາຍດອກກຸຫຼາບ ແລະ ເຜິ້ງ. ໂດຍທັງ​ໝົດ​ນີ້​ອະ​ນຸ​ຍາດ​ໃຫ້​ຜູ້​ໃຊ້ງານ​ສາມາດ​ສ້າງ NFTs ຂຶ້ນມາໄດ້ເລີຍໃນ OKX Marketplace ໂດຍບໍ່ເສຍຄ່າໃຊ້ຈ່າຍ​.

Nuria Tarré ຫົວໜ້າຝ່າຍການລະຕະຫຼາດຂອງ Man City ກ່າວວ່າ ການປ່ອຍ NFTs ຊຸດນີ້ແມ່ນກົນລະຍຸດເພື່ອດຶງດູດຄວາມສົນໃຈຂອງແຟນບານສາຍເຕັກໂນໂລຊີຂອງ Premier League. ພວກເຮົາຍັງມຸ່ງໝັ້ນທີ່ຈະຄົ້ນຄວ້າຫາທ່າແຮງຂອງ Web3 ຕື່ມອີກໂດຍຜ່ານການຮ່ວມມືກັບ OKX ແລະຄູ່ຮ່ວມງານອື່ນໆ.

ຢ່າງໃດກໍຕາມ, ນີ້ບໍ່ແມ່ນຄັ້ງທໍາອິດທີ່ສະໂມສອນໄດ້ມີສ່ວນຮ່ວມເຂົ້າໃນໂລກຂອງ crypto ຫຼື Web3. ໃນປີ 2022 ທີ່ຜ່ານມາຍັງເຄີຍຮ່ວມມືກັບເກມອອນລາຍທີ່ມີຊື່ສຽງຄື Roblox. ໂດຍໃນປັດຈຸບັນ, OKX ແມ່ນຄູ່ຮ່ວມງານຢ່າງເປັນທາງການຂອງສະໂມສອນຫຼັງຈາກທີ່ໄດ້ເຮັດຂໍ້ຕົກລົງຫຼ້າສຸດໃນປີກາຍນີ້.

ທີ່ມາ:

cointelegraph

ManCity

dailycoin

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/