ຂໍ້ດີ VS ຂໍ້ເສຍ Perfectionist ນິດໄສຮັກໃນຄວາມສົມບູນແບບ


Perfectionist ຫຼື ບຸກຄົນທີ່ຫຼົງໃຫຼໃນຄວາມສົມບູນແບບນັ້ນ ທຸກສິ່ງທຸກຢ່າງທີ່ເຮັດ ຫຼື ວ່າທຸກສິ່ງຢ່າງທີ່ພວກເຂົາພົບຕ້ອງບໍ່ມີຂໍ້ບົກພ່ອງ, ບໍ່ຄວນເກີດຂໍ້ຜິດພາດ ແລະ ລົ້ມເຫຼວ ບໍ່​ວ່າ​ຈະ​ເປັນ​ການ​ເຮັດ​ວຽກ, ການ​ເງິນ, ທຸ​ລະ​ກິດ, ຫລື ຄວາມ​ສຳ​ເລັດ​ໃນ​ທຸກ​ດ້ານ. ສະນັ້ນ, ການດຳລົງຊີວິດຂອງບຸກຄົນປະເພດນີ້ ແມ່ນຕ້ອງລະວັງທຸກຢ່າງເພື່ອໃຫ້ວຽກງານ ຫຼື ສິ່ງໃດກໍຕາມທີ່ພວກເຂົາກຳລັງເຮັດຢູ່ນັ້ນ ຕ້ອງອອກມາສົມບູນແບບຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້.

ລັກສະນະສັນຍານທີ່ບອກເຖິງຄົນທີ່ເປັນ Perfectionist

1. ຕັ້ງເປົ້າໝາຍສູງ, ເຮັດວຽກໜັກເພື່ອເປົ້າໝາຍທີ່ຕັ້ງໄວ້. ຖ້າ​ຫາກ​ວ່າ​​ເຮັດ​ແລ້ວ ແຕ່ບໍ່​ໄດ້​ຕາມ​ເປົ້າ​ໝາຍ​ຂອງຕົນ​ຈະ​ຮູ້​ສຶກ​ຜິດ​ຫວັງ​ຫຼາຍ ​ແລະ​ ​ຮູ້ສຶກລົ້ມ​ເຫຼວ

2. ເຄັ່ງຄັດໃນຄວາມບໍ່ສົມບູນຂອງຕົນເອງ. ຖ້າຕົນເອງເຄີຍເຮັດຜິດແລ້ວຈະບໍ່ປ່ອຍວາງຄວາມຜິດພາດນັ້ນໄປ

3. Perfectionist ຈະມີຄວາມຮູ້ສຶກຢ້ານວ່າ ຖ້າບໍ່ບັນລຸເປົ້າໝາຍ ຫຼື ປະສົບຜົນສຳເລັດໜ້ອຍກວ່າເປົ້າໝາຍທີ່ຕົນຕັ້ງໄວ້ ນັ້ນມັນຄືເປັນຄວາມລົ້ມເຫຼວ

4. ການຕັ້ງເປົ້າໝາຍໄວ້ສູງຈົນບາງຄັ້ງເປົ້າໝາຍນັ້ນເກີນຂອບເຂດຂອງທີ່ຕົນເອງເຮັດໄດ້ ສົ່ງຜົນໃຫ້ກົດດັນໃນຕົນເອງສູງ

5. Perfectionist ມີຄວາມຕັ້ງໃຈຫຼາຍທີ່ຈະບັນລຸເປົ້າໝາຍຈຶ່ງເຮັດໃຫ້ລະຫວ່າງທາງ ພວກເຂົາຮູ້ສຶກວ່າເຮັດວຽກບໍ່ມ່ວນ, ເຮັດມັນອອກຈາກຄວາມອິດເມື່ອຍ ແລະ ບໍ່ມີຄວາມສຸກ

6. ຖ້າມື້ນີ້ເຮັດໄດ້ບໍ່ດີ ເຂົາຈະບໍ່ເຮັດຫຍັງເລີຍໃນມື້ນັ້ນ ເພື່ອຫຼີກເວັ້ນຄວາມລົ້ມເຫຼວ

7. ບຸກຄົນທີ່ມີຄວາມສົມບູນແບບ ມັກມີການຕອບໂຕ້ ຫຼື ຕັ້ງຖ້າຮັບສຳລັບຄຳວິພາກວິຈານທີ່ໄດ້ຮັບ

8. Perfectionist ຈະມີການວິພາກວິຈານຕົນເອງ, ຫຼຸດຜ່ອນຄຸນຄ່າຂອງຕົນເອງ. ມີຄວາມນັບຖືຕົນເອງຕໍ່າ ເມື່ອຕົນລົ້ມເຫຼວ ເຊິ່ງສົ່ງຜົນກະທົບຮ້າຍແຮງຕໍ່ສຸຂະພາບຈິດໄດ້

 9. ມັກມີການຄາດຄະເນໄວ້ລ່ວງໜ້າ

ຂໍ້ດີຂອງຄົນທີ່ມີນິດໄສຮັກໃນຄວາມສົມບູນແບບ

1. ມີຄວາມຮອບຄອບ ແລະ ເກັບທຸກລາຍລະອຽດ ເຊັ່ນ: ວຽກທີ່ໄດ້ຖືກມອບໝາຍ ແມ່ນອອກມາຢ່າງສົມບູນ, ລາຍລະອຽດຊັດເຈນ

2. ມີເປົ້າໝາຍໜັກແໜ້ນ ສົ່ງຜົນໃຫ້ອັດຕາຜົນສຳເລັດສູງ

3. ຖືກເລືອກໃຫ້ເປັນຜູ້ນໍາ

4. Perfectionist ຈະມີຄວາມຮູ້, ຄວາມສາມາດ, ພິບໄຫວ ແລະ ແກ້ໄຂບັນຫາສະເພາະໜ້າໄດ້ທັນທີ

5. ບຸກຄະລິກ Perfectionist ແມ່ນເໝາະສໍາລັບການເຮັດວຽກທີ່ຕ້ອງການຄວາມລະອຽດສູງ

ເຖິງຢ່າງໃດກໍຕາມ, ຂໍ້ດີກໍຍ່ອມຄຽງຄູ່ກັບການມີຂໍ້ເສຍເຊັ່ນກັນ. ຂໍ້ເສຍຂອງຄົນທີ່ມີນິດໄສຮັກໃນຄວາມສົມບູນແບບ:

  1. ຄວາມສົມບູນແບບ ອາດຈະກົດດັນຄົນອື່ນໂດຍບໍ່ຮູ້ຕົວ.
  2. ຄວາມຄາດຫວັງສູງຈົນສົ່ງພະລັງງານທາງລົບໃຫ້ກັບຜູ້ອື່ນ.
  3. ບັນຍາກາດໃນການເຮັດວຽກເຕັມໄປດ້ວຍຄວາມເຄັ່ງຕຶງ
  4. ເມື່ອຜົນງານບໍ່ດີ ຫຼື ພົບກັບຄວາມບໍ່ສົມບູນ ຈະຮູ້ສຶກຫງຸດງິດໃຈ
  5. ຄຽດງ່າຍ, ສຸຂະພາບກາຍ ແລະ ຈິດໃຈຂອງຕົນຊຸດໂຊມໂດຍບໍ່ຮູ້ຕົວ.

ອ້າງອີງ:

https://cutt.ly/zw4nTOoX

https://cutt.ly/Gw4nTV6X

https://cutt.ly/ww4nYeyo

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/