ຫຼ້າສຸດ, ສະໂມສອນບານເຕະ ພຣີເມຍລີກ ຍອດນິຍົມຄື ແມນເຊັສເຕີ ຊິຕີ້ ໄດ້ຮ່ວມມືກັບ OKX ເວັບເທຣດ crypto ຊື່ດັງ ເພື່ອປ່ອຍຄໍເລັກຊັນ NFT ຊຸດໃໝ່ ທີ່ຈະເຮັດໃຫ້ແຟນບານໄດ້ລຸ້ນຮັບເສື້ອຂອງສະໂມສອນ ແລະ ປີ້ເຂົ້າຊົມການແຂ່ງຂັນຕົວຈິງເຖິງຂອບສະໜາມ.
ໂດຍແຄມເປນດັ່ງກ່າວໄດ້ໃສ່ຊື່ວ່າ “Unseen City Shirts” ຜູ້ໃຊ້ສາມາດສ້າງ Digital collectible ໄດ້ໃນແອັບ OKX ເຊິ່ງຈະມີໂອກາດໃນການລຸ້ນຮັບຮາງວັນເສື້ອກິລາບານເຕະທີ່ອອກແບບໃໝ່ເພື່ອເປັນທີ່ລະນຶກ, ເຊິ່ງນີ້ແມ່ນຂຶ້ນກັບຄວາມຫາຍາກຂອງ NFT.
ສຳລັບຄວາມພິເສດໃນການອອກແບບຂອງເສື້ອນີ້ ແມ່ນຢູ່ທີ່ການແຕ້ມຮູບໃນເສື້ອທີ່ເປັນລວດລາຍດອກກຸຫຼາບ Lancashire ແລະ ເຜິ້ງງານຂອງ Manchester ຈາກສີມືຂອງສິລະປິນຄື Christian Jeffery.

Haider Rafique ຫົວໜ້າຝ່າຍການຕະຫຼາດລະດັບໂລກຂອງ OKX ກ່າວວ່າ ລະດັບຄວາມຫາຍາກຂອງ NFTs ດັ່ງກ່າວແມ່ນຂຶ້ນກັບການຈັດປະເພດ algorithmic, ເຊິ່ງຈະມີ NFTs ລະດັບ ultra-rare ຈຳນວນ 5 ຊິ້ນຈະໄດ້ສຳຜັດປະສົບການລົງສະໜາມແທ້ ພ້ອມກັບປີ້ເຂົ້າເບິ່ງການແຂ່ງຂັນ 2 ໃບ ແລະ ເສື້ອສະໂມສອນແບບ limited edition.
ທັງນີ້, ຜູ້ທີ່ຖືຄອງ NFTs ໃນລະດັບ rare ເຊິ່ງມີຈໍານວນ 5 ຊິ້ນຈະໄດ້ຮັບການຕ້ອນຮັບເຂົ້າໄປຢ້ຽມຢາມສະໜາມກິລາ ແລະ ໄດ້ຮັບເສື້ອສະໂມສອນທີ່ມີລາຍດອກກຸຫຼາບ ແລະ ເຜິ້ງ. ໂດຍທັງໝົດນີ້ອະນຸຍາດໃຫ້ຜູ້ໃຊ້ງານສາມາດສ້າງ NFTs ຂຶ້ນມາໄດ້ເລີຍໃນ OKX Marketplace ໂດຍບໍ່ເສຍຄ່າໃຊ້ຈ່າຍ.
Nuria Tarré ຫົວໜ້າຝ່າຍການລະຕະຫຼາດຂອງ Man City ກ່າວວ່າ ການປ່ອຍ NFTs ຊຸດນີ້ແມ່ນກົນລະຍຸດເພື່ອດຶງດູດຄວາມສົນໃຈຂອງແຟນບານສາຍເຕັກໂນໂລຊີຂອງ Premier League. ພວກເຮົາຍັງມຸ່ງໝັ້ນທີ່ຈະຄົ້ນຄວ້າຫາທ່າແຮງຂອງ Web3 ຕື່ມອີກໂດຍຜ່ານການຮ່ວມມືກັບ OKX ແລະຄູ່ຮ່ວມງານອື່ນໆ.
ຢ່າງໃດກໍຕາມ, ນີ້ບໍ່ແມ່ນຄັ້ງທໍາອິດທີ່ສະໂມສອນໄດ້ມີສ່ວນຮ່ວມເຂົ້າໃນໂລກຂອງ crypto ຫຼື Web3. ໃນປີ 2022 ທີ່ຜ່ານມາຍັງເຄີຍຮ່ວມມືກັບເກມອອນລາຍທີ່ມີຊື່ສຽງຄື Roblox. ໂດຍໃນປັດຈຸບັນ, OKX ແມ່ນຄູ່ຮ່ວມງານຢ່າງເປັນທາງການຂອງສະໂມສອນຫຼັງຈາກທີ່ໄດ້ເຮັດຂໍ້ຕົກລົງຫຼ້າສຸດໃນປີກາຍນີ້.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/