ທະນາຄານໃນສະວິດເປີດໄຟຂຽວອະນຸມັດກອງທຶນ Crypto ETFs 3 ແຫ່ງໃນຮ່ອງກົງ ໂດຍຈະເປີດໃຫ້ບໍລິການໃນແພລັດຟອມຂອງ UBS


ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດ, UBS Group AG ໄດ້ຮ່ວມມືກັບ HSBC Holdings Plc ໃນການອະນຸມັດໃຫ້ລູກຄ້າໃນຮ່ອງກົງສາມາດຊື້ຂາຍກອງທຶນລວມຊື້ຂາຍ ແລະ ແລກປ່ຽນ Crypto (ETF) ທ່າມກາງຄວາມພະຍາຍາມໃນກາຊຸກຍູ້ຂອງຕົວເມືອງດັ່ງກ່າວ ເພື່ອສົ່ງເສີມໃຫ້ຕົວເມືອງກາຍເປັນສູນກາງສິນຊັບດິຈິຕອນ.

ໂດຍກອງທຶນ Crypto ETF 3 ແຫ່ງທີ່ໄດ້ຮັບການອະນຸຍາດຈາກຄະນະກໍາມະການຫຼັກຊັບ ແລະ ສັນຍາຊື້ຂາຍໃນອະນາຄົດ (SFC) ຈະເປີດໃຫ້ບໍລິການລູກຄ້າລາຍໃຫຍ່ໃນແພລັດຟອມຂອງ UBS ຂອງຮ່ອງກົງສາມາດເຂົ້າໃຊ້ງານໄດ້ ນັບຕັ້ງແຕ່ວັນສຸກທີ 10 ພະຈິກ ປີ 2023 ເປັນຕົ້ນໄປ, ໂດຍຂໍສະຫງວນສິດທີ່ຈະບໍ່ເປີດເຜີຍຊື່ເພື່ອສົນທະນາກ່ຽວກັບຂໍ້ມູນສ່ວນຕົວ.

ສຳລັບກອງທຶນ Crypto ETF 3 ແຫ່ງທີ່ໄດ້ຮັບອະນຸຍາດຈະປະກອບດ້ວຍ: Samsung Bitcoin Futures Active, CSOP Bitcoin Futures ແລະ CSOP Ether Futures. ທັງນີ້ UBS ຍັງໄດ້ຈັດຫາສື່ເພື່ອການສຶກສາໃຫ້ແກ່ລູກຄ້າກ່ຽວກັບຄວາມສ່ຽງທີ່ກ່ຽວຂ້ອງກັບການລົງທຶນໃນ Crypto ETF ອີກດ້ວຍ.

ຮ່ອງກົງໄດ້ເປີດຕົວລະບົບການຄຸ້ມຄອງດູແລ crypto ໃນວັນທີ 1 ເດືອນມິຖຸນາ, ເຊິ່ງຖືກອອກແບບມາເພື່ອປົກປ້ອງນັກລົງທຶນ ແລະ ກະຕຸ້ນການພັດທະນາຂອງສູນກາງ crypto. ພາຍໃຕ້ກົດລະບຽບຂອງ SFC ທີ່ອະນຸຍາດໃຫ້ນັກລົງທຶນລາຍຍ່ອຍສາມາດຊື້ຂາຍ tokens ຫຼັກໆໃນເວັບເທຣດທີ່ໄດ້ຮັບອະນຸຍາດ. ໃນປັດຈຸບັນອົງການດັ່ງກ່າວໄດ້ອະນຸຍາດໃຫ້ໃຊ້ Future ETF ແລະ ກໍາລັງປະເມີນວ່າຈະອະນຸຍາດໃຫ້ໃຊ້ spot crypto ETFs ຫຼືບໍ່.

ຮ່ອງກົງໄດ້ຮັບການສະໜັບສະໜູນສຳລັບການບໍລິການດ້ານ crypto ຂ້ອນຂ້າງຫຼາຍ, ZA Bank Ltd. ເຊິ່ງເປັນທະນາຄານ virtual ທີ່ໃຫຍ່ທີ່ສຸດໃນຮ່ອງກົງ ໄດ້ຕັງເປົ້າໝາຍທີ່ຈະເປີດໃຊ້ການບໍລິການແລກປ່ຽນ token ທີ່ເປັນສະກຸນເງິນດັ້ງເດີມຜ່ານແພລັດຟອມທີ່ໄດ້ຮັບໃບອະນຸຍາດຈາກ ທະນາຄານ SEBA AG, ເຊິ່ງໄດ້ຮັບການສະໜັບສະໜູນໂດຍ Julius Baer Group Ltd. ທີ່ໄດ້ຮັບໃບອະນຸຍາດສໍາລັບພະແນກໃຫ້ບໍລິການ cryptocurrency ໃນຮ່ອງກົງ.

ທີ່ມາ:

bnnbloomberg

cryptotimes

cryptotimes2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/