ຖ້ຳພຣະໜອງປາຝາ ແຂວງຄຳມ່ວນ


ເມືອງທ່າແຂກ ເປັນເມືອງໜຶ່ງມີທຳມະຊາດທີ່ອຸດົມສົມບູນ ມີທິວທັດພູຜາປ່າດົງອັນສວຍສົດງົດງາມ ພ້ອມມີແຫຼ່ງທ່ອງທ່ຽວທາງປະຫວັດສາດ ແລະ ທຳມະຊາດ ທີ່ມີຊື່ສຽງອີກຫຼາຍແຫ່ງ ເຊິ່ງບັນດາແຫຼ່ງທ່ອງທ່ຽວເຫຼົ່ານັ້ນ ລ້ວນແຕ່ເປັນທ່າແຮງອັນສຳຄັນ ໃນການປະກອບສ່ວນສ້າງສາພັດທະນາເມືອງທ່າແຂກ ໃຫ້ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ ທີ່ສຳຄັນກໍແມ່ນໄດ້ເຮັດໃຫ້ຜູ້ຄົນບໍ່ວ່າໃກ້ ຫຼື ໄກ ລວມໄປເຖິງແຂກພາຍໃນ ແລະ ຕ່າງປະເທດ ໄດ້ເຫັນ, ໄດ້ຮັບຮູ້ເຖິງເມືອງທ່າແຂກຫຼາຍຂຶ້ນ ເປັນຕົ້ນແມ່ນຖ້ຳນາງແອ່ນ, ພຣະທາດສີໂຄດຕະບອງ ແລະ ແຫຼ່ງທ່ອງທ່ຽວອື່ນໆ.

ໃນແຕ່ລະມື້ ແຫຼ່ງທ່ອງທ່ຽວດັ່ງກ່າວສາມາດດຶງດູດຄວາມສົນໃຈ ໃຫ້ນັກທ່ອງທ່ຽວມາຢ້ຽມຊົມຢ່າງຫຼວງຫຼາຍ ແຕ່ພ້ອມດຽວກັນນີ້ກໍຍັງມີພູຜາອັນສູງຊັນສະຫຼັບຊັບຊ້ອນ ແລະ ປົກຄຸມໄປດ້ວຍປ່າໄມ້ນ້ອຍໃຫຍ່ນາໆຊະນິດ ຕະຫຼອດເຖິງພູຜາຕ່າງໆ ທີ່ທຳມະຊາດສ້າງຂຶ້ນ ທີ່ແອບແຝງໄປດ້ວຍສິ່ງເລິກລັບມະຫັດສະຈັນຢ່າງຍິ່ງ ໜຶ່ງໃນນັ້ນກໍຄືຖ້ຳໜອງປາຝາ ທີ່ເຕັມໄປດ້ວຍພຣະພຸດທະຮູບນ້ອຍໃຫຍ່ ສະຖິດສະຖານຢູ່ພາຍໃນຖ້ຳເຖິງ 229 ອົງ ທີ່ໄດ້ຄົ້ນພົບໃນກາງເດືອນພຶດສະພາ ປີ 2004.

ຖ້ຳໜອງປາຝາ ທາງໄປແຕ່ກ່ອນຈະມີຄວາມຫຍຸ້ງຍາກຫຼາຍ ຄືກັບທາງໄປນາເລີຍກໍວ່າໄດ້ ແຕ່ດຽວນີ້ເສັ້ນທາງມີຄວາມສະດວກສະບາຍຫຼາຍຂຶ້ນ, ເມື່ອເຮົາໄປຮອດສະຖານທີ່ຖ້ຳແລ້ວ ເຮົາຈະເຫັນເຖິງຄວາມສວຍສົດງົດງາມ ເຕັມໄປດ້ວຍພູຜາອ້ອມຮອບ ແລະ ປ່າໄມ້ທີ່ຂຽວງາມຢູ່ທົ່ວບໍລິເວນ ເບິ່ງພາຍນອກແລ້ວຄືວ່າບໍ່ມີທາງອອກຖ້ຳເລີຍ.

ຖ້ຳໜອງປາຝາ ແມ່ນຖ້ຳມະຫັດສະຈັນ ເພາະເປັນຖ້ຳ 2 ຊັ້ນ; ຊັ້ນລຸ່ມເປັນປາກຖ້ຳກວ້າງ ມີນ້ຳລອດອອກມາຈາກທາງໃນ ໃນບໍລິເວນປາກຖ້ຳຈະເປັນອຸມົງມີນ້ຳເລິກປະມານ 5 ແມັດ, ຍາວເຂົ້າໄປທາງໃນຖ້ຳປະມານ 100 ແມັດ, ເມື່ອເຮົາຂີ່ເຮືອລອດເຂົ້າໄປທາງໃນປະມານ 15-20 ແມັດ ສາຍນ້ຳລອດຖ້ຳນີ້ກໍຈະແບ່ງອອກເປັນ 2 ສາຍທີ່ແຍກກັນອອກໄປທາງທິດເໜືອ ແລະ ລົງທາງທິດໃຕ້, ແຕ່ຮູຖ້ຳດັ່ງກ່າວນີ້ ແມ່ນບໍ່ສາມາດຊອດໄປທາງທິດໃດໄດ້. ປະຊາຊົນໄດ້ອາໄສຖ້ຳໜອງປາຝານີ້ ເປັນບ່ອນທຳມາຫາກິນ ເພາະວ່າໜອງດັ່ງກ່າວມີປູປານ້ອຍໃຫຍ່ຫຼາຍຊະນິດຢູ່ຢ່າງຫຼວງຫຼາຍ.

ຕາມການບອກເລົ່າຂອງພໍ່ເຖົ້າໃບ ຮອງແນວໂຮມບ້ານນາຂ້າງຊ້າງໃຫ້ຮູ້ວ່າ: ໃນແຕ່ກ່ອນໄດ້ມີປະຊາຊົນໄດ້ອອກທຳມາຫາກິນ ຕຶກເບັດໃສ່ມອງໜອງບໍລິເວນຖ້ຳນີ້ ແຕ່ບັງເອີນໄດ້ເຫັນວ່າມີປາຝາຫຼາຍໂຕ ແຕ່ປາກົດວ່າມີປາຝາໃຫຍ່ໂຕໜຶ່ງໄດ້ຟູຂຶ້ນມາ ປະມານ 2 ແມັດ, ບໍ່ພໍເທົ່າໃດກໍໜີໄປເລີຍບໍ່ເຫັນຈົນຮອດທຸກມື້ນີ້. ດັ່ງນັ້ນ ຈຶ່ງເອີ້ນວ່າຖ້ຳໜອງປາຝາ.

ຖ້ຳຊັ້ນທີ 2 ທີ່ຫ່າງຈາກປາກຖ້ຳລຸ່ມຂຶ້ນໄປ 13,50 ແມັດ, ກວ້າງ 1-2 ແມັດ ເມື່ອໄດ້ຂຶ້ນໄປໃນຖ້ຳທີ 2 ແລ້ວ ກໍຈະເຫັນເປັນອຸມົງກວ້າງທົ່ງ ໃນຖ້ຳປະດັບປະດາໄປດ້ວຍຊໍ່ຫີນ ນົມຜາທີ່ມີລວດລາຍເຫຼື້ອມຍັບແວວວາວຕາມຈັງຫວະຂອງທຳມະຊາດທີ່ຕົບແຕ່ງໄວ້. ອັນໜ້າປະທັບໃຈທຳມະຊາດຂອງຖ້ຳນີ້ກໍຄືຊໍ່ຫີນບາງບ່ອນ ກໍຄ້າຍຄືກີບດອກບົວ ບາງຊໍ່ກໍເປັນທ່ອນຕັ້ງຄືເສົາຜາສາດລາຊະວັງ ແຕ່ບາງຊໍ່ຖ້າເອົາມືເຄາະກໍດັງຄືສຽງກອງ. ຖ້ຳຊັ້ນທີ 2 ນີ້ ຍາວເຂົ້າໄປທາງໃນຈົນສຸດຮູຖ້ຳ ແມ່ນມີເຖິງ 137 ແມັດ, ກວ້າງບາງບ່ອນ 5 ແມັດ, ບາງບ່ອນ 10 ແມັດ.

ນອກຈາກຄວາມສວຍງາມທຳມະຊາດຈາກຖ້ຳນີ້ແລ້ວ ອັນທີ່ເລິກລັບມະຫັດສະຈັນນັ້ນຄືຖ້ຳແຫ່ງນີ້ ໄດ້ມີພຣະພຸດທະຮູບນ້ອຍໃຫຍ່ໄດ້ປະທັບຢູ່ຄູ່ກັບວັດຖຸບູຮານອັນເກົ່າແກ່ອີກຫຼາຍຢ່າງ ເຊິ່ງສັງເກດເຫັນໄດ້ວ່າເປັນວັດຖຸບູຮານ ຂອງມະນຸດຮຸ່ນກ່ອນເປັນຜູ້ສ້າງຂຶ້ນ. ຖ້ຳໜອງປາຝາມີພຣະພຸດທະຮູບສະຖານຢູ່ທັງໝົດ 229 ອົງ.

  • ໃນນີ້ ມີພຣະຄຳ 16 ອົງ ທີ່ມີອົງໃຫຍ່ສຸດສູງເຖິງ 21,2 ຊັງຕີແມັດ ໜ້າຕັດກວ້າງ 9,7 ຊັງຕີແມັດ, ມີນ້ຳໜັກ 580 ກຼາມ ແລະ ມີພຣະຄຳກາງ-ນ້ອຍ ທີ່ມີຄວາມສູງແຕ່ 6,3 – 20,2 ຊັງຕີແມັດ, ມີນ້ຳໜັກ 50 – 450 ກຼາມ.
  • ພຣະທອງ ມີທັງໝົດ 61 ອົງ ໂດຍສະເພາະແມ່ນພຣະທອງອົງໃຫຍ່ ທີ່ມີຄວາມໂດດເດັ່ນນັ້ນຄື: ໄດ້ມີຫອຍສັງ ພ້ອມດ້ວຍລູກແກ້ວ 1 ໜ່ວຍໄປຢອງຢູ່ໃນຝາມື ພຣະທອງອົງໃຫຍ່ນີ້ມີລວງສູງ 1,71 ແມັດ, ໜ້າຕັດກວ້າງ 85 ຊັງຕີແມັດ, ມີນ້ຳໜັກເຖິງ 100 ກິໂລ ພ້ອມດ້ວຍພຣະທອງກາງ ແລະ ນ້ອຍອີກ 60 ອົງ, ສູງ 88,3 – 19,8 ຊັງຕີແມັດ ມີນ້ຳໜັກ 60 – 62 ກິໂລກຼາມ.
  • ສ່ວນພຣະເງິນມີຈຳນວນ 134 ອົງ ມີອົງໃຫຍ່ສຸດສູງ 31,7 ຊັງຕີແມັດ, ມີນ້ຳໜັກ 3,1 ກິໂລກຼາມ ແລະ ມີພຣະເງິນ, ກາງ ແລະ ນ້ອຍສູງຕັ້ງແຕ່ 16,6 – 22 ຊັງຕີແມັດ ທີ່ມີນ້ຳໜັກແຕ່ 500 – 650 ກຼາມ.

ນອກຈາກພຣະຄຳ, ພຣະເງິນ, ພຣະທອງແລ້ວ ກໍຍັງມີພຣະທີ່ເຮັດດ້ວຍໄມ້ອີກ 15 ອົງ ແລະ ມີພຣະຫິນອີກ 3 ອົງ ແລະ ຈຳນວນພຣະທົງໝົດແຕ່ລະອົງແມ່ນມີຄວາມແຕກຕ່າງກັນ ຕາມການປະດິດສ້າງຂອງມວນມະນຸດແຕ່ສະໄໝກ່ອນ ບາງອົງກໍແຕກຕ່າງກັນຕາມອາຍຸສັງຂານຂອງການເວລາ. ໃນຈຳນວນພຣະ 229 ອົງນີ້ ສ່ວນຫຼາຍແມ່ນພຣະປາງຊະນະມານ ທີ່ມີມືເບື້ອງຊ້າຍວາງໃສ່ຕັກ ແລະ ເບື້ອງຂວາແມ່ນປົງໄວ້ທີ່ຫົວເຂົ່າ. ແຕ່ສິ່ງທີ່ສວຍງາມອີກແບບໜຶ່ງທີ່ບໍ່ເຄີຍເຫັນມາກ່ອນ ນັ້ນກໍຄືແທ່ນຕັ້ງພຣະ ບາງແທ່ນເປັນໄມ້ ແຕ່ສ່ວນຫຼາຍແມ່ນຕິດກັບພຣະ ແຕ່ລະແທ່ນແມ່ນຢາກຄ້າຍຄືກັນເປັນລັກສະນະແອວຂັ້ນ ແຕ່ສູງເປັນຂັ້ນຂຶ້ນໄປ ບາງແທ່ນສູງກວ່າພຣະທີ່ປະທັບຢູ່ກໍມີ. ແຕ່ບໍລິເວນພຣະພຸດທະຮູບທີ່ອາໄສຢູ່ນັ້ນ ເປັນລັກສະນະທ່ອນກົມຍາວຄົດໂຄ້ງໂງເງ ໄປຕາມລວດລາຍຂອງການປະດິດຂຶ້ນ.

ນອກຈາກພຣະພຸດທະຮູບນີ້ແລ້ວ ຍັງມີວັດຖຸບູຮານອີກຫຼາຍຢ່າງເຊັ່ນ: ເຄິ່ງຊິງເຫຼັກ,​ບາດທອງ, ຂັນໝາກ, ນ້ຳເຕົ້າທອງ, ເສກກະສັດ, ໄຫໄຟ, ໂຮງທຽນທອງ, ກະບວຍທອງ ແລະ ອື່ນໆ. ພ້ອມກັບເຄື່ອງກໍ່ສ້າງຈຳນວນໜຶ່ງ ອັນທີ່ສຳຄັນຂອງວັດຖຸນີ້ກໍຄືຫີບສອງໜ່ວຍ ທີ່ບັນຈຸໜັງສືຜູກໃບລານທີ່ເກົ່າແກ່ ຫຼື ເອີ້ນວ່າ ຄຳພີ.

ສິ່ງທີ່ມະຫັດສະຈັນທີ່ສຸດໃນຖ້ຳ ແລະ ມີຄົນທີ່ເຂົ້າມາຊົມ ໄດ້ໃຫ້ຄຳຖາມກັນທົ່ວໜ້າວ່າ ຖ້ຳນີ້ ຄືມີຄົນມາບົວລະບັດຮັກສາ ເພາະເບິ່ງແລ້ວແມ່ນສະອາດສວຍງາມ, ບໍ່ມີຂີ້ຝຸ່ນ, ບໍ່ມີຂີ້ນົກຂີ້ເຈຍຕິດຢູ່ເລີຍ ທັ້ງໆທີ່ວ່າຖ້ຳນີ້ ບໍ່ມີຄົນຮູ້ເຫັນມາກ່ອນ. ຕາມການສຳຫຼວດຂອງວິຊາການກົມພິພິທະພັນວັດຖຸບູຮານ ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ທີ່ໄດ້ສົມທົບກັບວິຊາການຂອງພະແນກຖະແຫຼງຂ່າວວັດທະນະທຳແຂວງຄຳມ່ວນ ໄດ້ສັນນິຖານວ່າພຣະພຸດທະຮູບ ແລະ ສິ່ງວັດຖຸບູຮານ ອັນເກົ່າແກ່ທັງໝົດນີ້ ແມ່ນຈະສ້າງຂຶ້ນໃນສະໄໝເຈົ້າອະນຸວົງສາ ທີ່ກຳລັງຈະເລີນຮຸ່ງເຮືອງອຳນາດຢູ່ປະມານ 300-400 ກວ່າປີ ແຕ່ຍັງບໍ່ຮູ້ວ່າພຣະດັ່ງກ່າວມາຈາກໃສ ໃຜເປັນຜູ້ສ້າງ.

ຂອບໃຈພາບ ແລະ ຂໍ້ມູນຈາກ: