ຕົວເລກອັດຕາເງິນເຟີ້ ເດືອນພຶດສະພາ 2023 ໄດ້ລົດລົງເມື່ອທຽບເດືອນຜ່ານມາ ແຕ່ຫຼາຍລາຍການສິນຄ້າ ແລະ ການບໍລິການ ຍັງສືບຕໍ່ເພີ່ມຂຶ້ນ


ອີງຕາມບົດລາຍງານອັດຕາເງິນເຟີ້ຫຼ້າສຸດ ປະຈໍາເດືອນ 05/2023 ຂອງສູນສະຖິຕິແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ຕົວເລກອັດຕາເງິນເຟີ້ປະຈຳເດືອນ 05/2023 ໄດ້ລົດລົງເມື່ອທຽບກັບເດືອນຜ່ານມາ ເຊິ່ງໄດ້ລົດລົງຈາກລະດັບ 39,9% ໃນເດືອນເມສາ 2023 ມາຢູ່ທີ່ລະດັບ 38,9% ໃນເດືອນພຶດສະພາ 2023 ຕາມຈັງຫວະການເພີ່ມຂຶ້ນຂອງລາຄາສິນຄ້າໄດ້ມີທ່າອ່ຽງລົດລົງເລັກນ້ອຍ ເມື່ອທຽບໃສ່ເດືອນຜ່ານມາ.

ແຕ່ເຖິງຢ່າງໃດກໍຕາມ, ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ເຫັນວ່າ ຫຼາຍລາຍການສິນຄ້າໃນແຕ່ລະໝວດກໍຍັງມີທ່າອ່ຽງເພີ່ມຂຶ້ນ ໂດຍໝວດສິນຄ້າທີ່ເພີ່ມຂຶ້ນສູງກວ່າໝູ່ແມ່ນ ໝວດສະບຽງອາຫານ ແລະ ເຄືື່ອງດືື່ມບໍໍ່ມີທາດເຫຼົ້າ ເພີ່ມຂຶ້ນ 52,7%; ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 40,8%; ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 38,7%; ໝວດເຄືື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 35,6%; ໝວດເຄືື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 28,3; ໝວດເຫຼົຼົ້າ ແລະ ຢາສູບ ເພີ່ມຂຶ້ນ 26,4%; ໝວດທີ່ພັກອາໄສ, ນ້ຳປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 25,2%; ໝວດຄົມມະນາຄົມ ແລະ ຂົນສົົ່ງ ເພີ່ມຂຶ້ນ 24,7%.

            ພ້ອມນັ້ນ, ເມື່ອທຽບກັບການປ່ຽນແປງລາຍເດືອນເຫັນວ່າ ອັດຕາເງິນເຟີ້ຂອງແຕ່ລະໝວດກໍຍັງຄົງຢູ່ໃນລະດັບເພີ່ມຂຶ້ນເຊັ່ນດຽວກັນ ໂດຍສະເພາະແມ່ນໝວດອາຫານ ເຊິ່ງເປັນປັດໄຈພື້ນຖານໃນການດຳລົງຊີວິດ ເຊັ່ນ:

  • ລາຄາເຂົ້າສານໜຽວ ເພີ່ມຂຶ້ນຈາກລາຄາ 14.838 ກີບ/ໂລ ມາເປັນ 15.064 ກີບ/ໂລ;
  • ລາຄາເຂົ້າສານຈ້າວ ເພີ່ມຂຶ້ນຈາກລາຄາ 15.287 ກີບ/ໂລ ມາເປັນ 16.071 ກີບ/ໂລ;
  • ລາຄາຊີ້ນໝູ ເພີ່ມຂຶ້ນຈາກລາຄາ 78.449 ກີບ/ໂລ ມາເປັນ 79.627 ກີບ/ໂລ;
  • ລາຄາຊີ້ນງົວ ປະເພດ 1 ເພີ່ມຂຶ້ນຈາກລາຄາ 108.221 ກີບ/ໂລ ມາເປັນ 109.847 ກີບ/ໂລ;
  • ລາຄາໄກ່ພັນ ປອກແລ້ວ ເພີ່ມຂຶ້ນຈາກລາຄາ 65.255 ກີບ/ໂຕ ມາເປັນ 65.315 ກີບ/ໂຕ.

ໂດຍລວມແລ້ວ ເຖິງແມ່ນວ່າຈັງຫວະການເພີ່ມຂຶ້ນຂອງອັດຕາເງິນເຟີ້ຂອງ ສປປ ລາວ ຈະມີຈັງຫວະຊ້າລົງ ເມື່ອທຽບກັບເດືອນຜ່ານມາ ແຕ່ລາຄາສິນຄ້າໃນຫຼາຍໝວດ ກໍຍັງຄົງໃນລະດັບສູງ. ທັງນີ້, ນັບຕັ້ງແຕ່ເດືອນພຶດສະພາ 2022 ເປັນຕົ້ນມາ ອັດຕາເງິນເຟີ້ຂອງ ສປປ ລາວ ແມ່ນໄດ້ຫຍັບເພີ່ມຂຶ້ນເປັນ 2 ຕົວເລກ ແລະ ກໍໄດ້ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງສູງທີ່ສຸດໃນເດືອນກຸມພາ 2023 ຢູ່ທີ່ລະດັບ 41,26% ກ່ອນທີ່ຈະຄ່ອຍໆລົດລົງເລັກນ້ອຍ ໃນໄລຍະ 2-3 ເດືອນຜ່ານມາ.

ແຫຼ່ງຂໍ້ມູນອ້າງອີງ:

https://shorturl.at/oyJQT

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/