ດ່ານສະຫວັນນະເຂດ-ມຸກດາຫານ ມີແຮງງານນຳເຂົ້າຫຼາຍ ຈຳເປັນຕ້ອງໄດ້ຮັບຄົນໜ້ອຍລົງ ແລ້ວແບ່ງໄປດ່ານອື່ນ


ຈາກການປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX ທ່ານນາຍົກໄດ້ກ່າວເຖິງແຮງງານທີ່ກັບຄືນປະເທດ ໂດຍສະເພາະແຂວງສະຫວັນນະເຂດ ທີ່ມີແຮງງານນຳເຂົ້າມາມື້ໜຶ່ງເປັນຈຳນວນຫຼາຍ, ເຊິ່ງທີ່ຜ່ານມາທາງຄະນະສະເພາະກິດແຕ່ລະແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ສຸມໃສ່ວຽກງານຢ່າງຕັ້ງໜ້າ ແລະ ຕັ້ງໃຈ.

ໃນກອງປະຊຸມດັ່ງກ່າວທ່ານນາຍົກໄດ້ກ່າວວ່າ: ບໍ່ວ່າແຮງງານຈະໄປຖືກຕ້ອງຕາມກົດໝາຍ ຫຼື ຜິດກົດໝາຍ, ລັດຖະບານແມ່ນຕ້ອງໄດ້ຮັບ ຖ້າບໍ່ຮັບກໍບໍ່ໄດ້ ເພາະພວກເຂົາເປັນພົນລະເມືອງລາວ ແລະ ຕາມນະໂຍບາຍຂອງພັກທີ່ມີຕໍ່ປະຊາຊົນ, ເມື່ອພວກເຂົາບໍ່ມີທີ່ເພິ່ງ ລັດເຮົາກໍຕ້ອງໄດ້ຊ່ວຍເຫຼືອ. ພວກເຂົາໄປເປັນແຮງງານລ້ວນແຕ່ມີເຫດຜົນຈຳເປັນຂອງໃຜລາວ ແລະ ຄອບຄົວທີ່ແຕກຕ່າງກັນ, ເຊິ່ງທາງລັດເຮົາກໍຮັບມາໂດຍມີລະບຽບແບບແຜນ ຖ້າບໍ່ດັ່ງນັ້ນອາດຈະມີບັນຫາຕາມມາ.

ພ້ອມດຽວກັນນີ້ ເພິ່ນຍັງໄດ້ກ່າວອີກວ່າ ທາງແຂວງສະຫວັນນະເຂດນັ້ນ ມີແຮງງານນຳເຂົ້າເພີ່ມຂຶ້ນຢ່າງທີ່ທຸກຄົນກໍໄດ້ຮັບຮູ້ເຊັ່ນດຽວກັນ. ສະນັ້ນ ຈຶ່ງຢາກໃຫ້ທາງຄະນະສະເພາະກິດ ຫຼື ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃຫ້ປະສານງານກັບດ່ານທາງຝັ່ງໄທ (ມຸກດາຫານ) ແລະ ໃຫ້ທາງດ່ານສະຫວັນນະເຂດຮັບຈຳນວນຄົນຜ່ານດ່ານມື້ລະ 150 ຄົນ. ນອກຈາກນັ້ນ ຕ້ອງໄດ້ແບ່ງໄປຕາມດ່ານຕ່າງໆເຊັ່ນ: ດ່ານຂົວມິດຕະພາບຄຳມ່ວນ, ດ່ານຂົວມິດຕະພາບນະຄອນຫຼວງວຽງຈັນ-ໜອງຄາຍ ແລະ ຖ້າຫາກແຂວງຈຳປາສັກຮັບແບ່ງໄດ້ ກໍຢາກຈະໃຫ້ຮັບເຊັ່ນກັນ.

ຂອບໃຈຂໍ້ມູນຈາກ: https://fb.watch/7cXHjC1UoS/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/