ຍີ່ປຸ່ນເຮັດການທົດລອງໃຫ້ໜຸ່ມໜ້າຕາດີຍ້ອງສາວຂີ້ອາຍທຸກມື້ ເປັນເວລາ 50 ມື້ ປາກົດວ່າ ສາວຂີ້ອາຍກາຍເປັນຄົນທີ່ມີຄວາມໝັ້ນໃຈຫຼາຍຂຶ້ນ


ເຄີຍບໍ່ ເວລາທີ່ເຮົາໄດ້ຮັບຄຳຍ້ອງຍໍຈາກຄົນອ້ອມຂ້າງ ເຮົາກໍຈະຮູ້ສຶກມີຄວາມໝັ້ນໃຈຂຶ້ນມາ ເຊັ່ນດຽວກັນ ເວລາທີ່ເຮົາໄດ້ຮັບຄຳຕິ ຫຼື ຖືກເວົ້າໃຫ້ ເຮົາກໍຈະຂາດຄວາມໝັ້ນໃຈ, ນັ້ນກໍຍ້ອນວ່າຜູ້ຄົນ ຫຼື ສະພາບແວດລ້ອມອ້ອມຂ້າງນັ້ນມີຜົນຕໍ່ບຸກຄະລິກຂອງຄົນເຮົາ.

ມີລາຍການໜຶ່ງໃນປະເທດຍີ່ປຸ່ນ ໄດ້ເຮັດການທົດລອງໜຶ່ງ ໂດຍໃຫ້ສາວນ້ອຍຂີ້ອາຍ “ຄຽວກະ” ມາເພີ່ມຄວາມໝັ້ນໃຈ ພາຍໃນໄລຍະເວລາ 50 ມື້. ຄຽວກະ ເປັນຄົນທີ່ຂີ້ອາຍ ແລະ ຂາດຄວາມໝັ້ນໃຈຫຼາຍ ເວລາອອກໄປນອກບ້ານລາວກໍຈະໃສ່ແຕ່ຜ້າປິດປາກ ແຖມຍັງບໍ່ກ້າສົນທະນາກັບເພດກົງກັນຂ້າມເລີຍ.

ເຊິ່ງການທົດລອງໄດ້ເລີ່ມຂຶ້ນ ເມື່ອທາງລາຍການໄດ້ພາຄຽວກະມາຮຽນພາສາອິຕາລີກັບບັນດາອາຈານໜຸ່ມໜ້າຕາດີເຈົ້າຂອງພາສາ ທີ່ເປັນນາຍແບບອີກດ້ວຍ. ມື້ທຳອິດທີ່ພົບກັນ ອາຈານໜຸ່ມກໍຍ້ອງຄຽວກະທັນທີເລີຍວ່າ “ໜ້າຮັກ” ນອກຈາກນັ້ນ ຍັງເອົາດອກກຸຫຼາບໃຫ້ຄຽວກະ ເຮັດໃຫ້ລາວດີໃຈ ແລະ ອາຍຫຼາຍ.

ຫຼັງຈາກນັ້ນ ຄຽວກະກໍໄດ້ມີໂອກາດພົບກັບບັນດາອາຈານໜຸ່ມເລື້ອຍໆ ທັງຕໍ່ໜ້າ ແລະ ຜ່ານທາງວິດີໂອຄອລ, ເຊິ່ງເວລາທີ່ພວກເຂົາເຫັນຄຽວກະ ກໍຈະຍ້ອງວ່າໜ້າຮັກສະເໝີ ເຮັດໃຫ້ຄຽວກະເລີ່ມມີຄວາມໝັ້ນໃຈ ແລະ ປ່ຽນແປງຕົນເອງໄປເທື່ອລະໜ້ອຍ.

ໃນໄລຍະທຳອິດ ຫ້ອງນອນຂອງຄຽວກະນັ້ນຮົກ ແລະ ເຕັມໄປດ້ວຍສິ່ງຂອງຕ່າງໆ ບົ່ງບອກວ່າລາວບໍ່ຄ່ອຍໄດ້ດູແລຕົນເອງເທົ່າໃດ. ການປ່ຽນແປງເຫັນໄດ້ຊັດເຈນຂຶ້ນ ເມື່ອທີມງານເລີ່ມສັງເກດເຫັນວ່າ ຄຽວກະເລີ່ມຝຶກແຕ່ງໜ້າດ້ວຍຕົນເອງ ແລະ ຖອດຜ້າປິດປາກເວລາອອກໄປນອກບ້ານ ຈົນຮອດແຕ່ງໂຕຫຼາຍຂຶ້ນ ແລະ ເລີ່ມຍິ້ມແຍ້ມແຈ່ມໃສ ແຖມຍັງເຂົ້າຮ້ານເສີມສວຍອີກດ້ວຍ, ຈົນໃນທີ່ສຸດມີມື້ໜຶ່ງທີ່ຄຽວກະປາກົດໂຕດ້ວຍຊຸດກະໂປງ ແລະ ຊົງຜົມໜ້າຮັກ.

ການທົດລອງຂອງຄຽວກະ ນອກຈາກຈະພິສູດວ່າຄົນອ້ອມຂ້າງສາມາດມີອິດທິພົນຕໍ່ພຶດຕິກຳຂອງເຮົາແລ້ວ ຍັງພິສູດວ່າ ຖ້າເຮົາມີຄວາມຕັ້ງໃຈທີ່ຈະປ່ຽນແປງຕົນເອງໃຫ້ດີຂຶ້ນ ເຮົາກໍເຮັດໄດ້ເຊັ່ນກັນ.

ຂອບໃຈຂໍ້ມູນຈາກ: https://www.catdumb.tv/complimented-girl-changes-to-good-427/?fbclid=IwAR3LJThI4VoC0pjjCmhrIS2wMR8CJNyaoA08febjFECdFp9gvBhmM-uJy0o