ຍິ່ງມີເມຍຫຼາຍຄົນຍິ່ງເປັນຄົນມີບຸນ! ໂກສາປານ ນັກການທູດແຫ່ງອະຍຸດທະຍາ ມີເມຍເຖິງ 22 ຄົນ


ສະໄໝກ່ອນໃນປີ 1986 ຄະນະຣາຊະທູດຂອງອານາຈັກອະຍຸດທະຍາ ນຳໂດຍອອກພະວິສຸທອນສຸນທອນ ຫຼື ໂກສາປານ ໄດ້ເດີນທາງໄປສ້າງສຳພັນໄມຕີທີ່ຝຣັ່ງ ເພື່ອເຂົ້າເຝົ້າພະເຈົ້າຫຼຸຍທີ 14 ນັບເປັນເຫດການສຳຄັນໃນປະຫວັດສາດຂອງໄທ. ລະຫວ່າງທີ່ ໂກສາປານ ແລະ ຄະນະລາດຊະທູດຢູ່ທີ່ຝຣັ່ງ ກໍໄດ້ມີເລື່ອງລາວມ່ວນໆເຮຮາຫຼາຍເລື່ອງດ້ວຍກັນ ໜຶ່ງໃນນັ້ນກໍຄືເລື່ອງທີ່ໂກສາປານໄດ້ເລົ່າກັບຄົນຝຣັ່ງວ່າລາວມີເມຍ 22 ຄົນ.

ໃນມື້ໜຶ່ງມີບັນດາຊາວຝຣັ່ງໄດ້ເຂົ້າມາໂອ້ລົມກັບໂກສາປານ ເຊິ່ງມີຄົນຖາມວ່າໂກສາປານວ່າ “ເປັນຫຍັງຄືບໍ່ເອົາເມຍມານຳ”. ໂກສາປານ ກໍໄດ້ຕອບວ່າ “ຖ້າຫາກເຈົ້າເປັນເມຍຂອງຣາຊະທູດຝຣັ່ງທີ່ຕ້ອງເດີນທາງໄປອະຍຸດທະຍາ ເຈົ້າຢາກຈະຕາມໄປຫຼືບໍ່”

ຕໍ່ມາກໍມີອີກຄົນໄດ້ຖາມກັບໂກສາປານວ່າ ເຄີຍໄດ້ຍິນເລື່ອງລາວທີ່ຊາຍຊາວສະຫຍາມ (ໄທສະໄໝກ່ອນ) ມີເມຍຫຼາຍຄົນ ເລື່ອງນີ້ແມ່ນເລື່ອງແທ້ຫຼືບໍ່. ໂກສາປານ ໄດ້ຕອບກັບໄປວ່າ ເລື່ອງນີ້ແມ່ນເລື່ອງແທ້ ແລະ ບອກກັບຄົນທີ່ຖາມໄປວ່າ ຊາຍຄົນນັ້ນຄືລາວເອງ.

ຄຳຕອບຂອງໂກສາປານ ສ້າງຄວາມຕົກຕະລຶງໃຫ້ກັບໃຜຫຼາຍໆຄົນ ເຊິ່ງເລື່ອງນີ້ເປັນທຳນຽມປົກກະຕິຂອງຊາຍຊາວສະຫຍາມທົ່ວໄປ (ໄທສະໄໝກ່ອນ) ຍິ່ງມີເມຍຫຼາຍຍິ່ງມີບຸນຫຼາຍ. ໂກສາປານ ຍັງໄດ້ຖາມຄືນໄປວ່າ ທີ່ຝຣັ່ງກໍມີທຳນຽມຜົວດຽວເມຍດຽວ ດັ່ງນັ້ນ ຖ້າໃນອະນາຄົດຕໍ່ໄປ ຝຣັ່ງຫາກມີທຳນຽມໃຫ້ເມຍມີສາມີ 22 ຄົນ ຈັກມື້ຄົນຝຣັ່ງກໍຈະລຶ້ງເຄີຍໄປເອງ.

ຂໍ້ມູນຈາກ:

https://cutt.ly/rwwhfbpP

https://cutt.ly/FwwhfH23

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/